Sir David Amess ສະມາຊິກສະພາຈາກຝັ່ງອະນຸລັກນິຍົມຖືກແທງຈົນເສຍຊີວິດ


ທີ່ເມືອງ Essex, ສະຫະລາຊະອະນາຈັກ. Sir David Amess ໄດ້ເສຍຊີວິດລົງຫຼັງຖືກສັງຫານດ້ວຍມີດໃນຂະນະທີ່ກຳລັງຫາສຽງເລືອກຕັ້ງໃນພື້ນທີ່.

Sir David Amess ອາຍຸ 69 ປີ ແມ່ນສະມາຊິກສະພາຕົວແທນຝັ່ງຕາເວັນຕົກສຽງໃຕ້ຂອງເມືອງ Essex ແລະ ໄດ້ດຳລົງຕຳແໜ່ງດັ່ງກ່າວຕັ້ງແຕ່ປີ 1983 ສຳລັບ Basildon ຈົນເຖິງປີ 1992 ກ່ອນຈະຍ້າຍໄປທີ່ຝັ່ງຕາເວັນຕົກສຽງໃຕ້ໃນການເລືອກຕັ້ງຂອງປີ 1997.

ໃນຕອນບ່າຍຂອງວັກສຸກນີ້, ລາວໄດ້ເຂົ້າມາທີ່ໂບດ Belfairs Methodist ແລະ ກຳລັງລົງພື້ນທີ່ປະຕິບັດຫາສຽງ. ເຊິ່ງຈະໄດ້ໃກ້ຊິດກັບປະຊາຊົນ ພ້ອມທັງຍັງເປັນບ່ອນໃຫ້ພວກເຂົາຍົກປະເດັນບັນຫາຂໍ້ກັງວົນຕ່າງໆຂຶ້ນມາແລກປ່ຽນກັນ. ແຕ່ກໍໄດ້ຖືກຊາຍອາຍຸ 25 ປີ ເຂົ້າມາແທງຫຼາຍຮອບຈົນບາດເຈັບສາຫັດ. ເຈົ້າໜ້າທີ່ໄດ້ຮີບເຂົ້າມາຈັບກຸມຜູ້ກໍ່ເຫດທັນທີຫຼັງໄດ້ຮັບການແຈ້ງຄວາມ ພ້ອມດ້ວຍການປິ່ນປົວສຸກເສີນແຕ່ Sir David ກໍໄດ້ເສຍຊີວິດລົງໃນເຫດການ.

ພາຍຫຼັງຕຳຫຼວດໄດ້ລາຍງານວ່າພວກເຂົາພົບມີດທີ່ເປັນອາວຸດກໍ່ເຫດ ແຕ່ກໍບໍ່ພົບຜູ້ທີ່ມີສ່ວນກ່ຽວຂ້ອງຕໍ່ເຫດການຄາຕະກຳນີ້.

ຕົວ Sir David Amess ນັ້ນເປັນໂຣມັນຄາທໍລິກ ແລະ ມີຊື່ສຽງໃນຖານະເປັນນັກການເມືອງຝັ່ງອະນຸລັກນິຍົມທີ່ແລ່ນແຄມເປນຕໍ່ຕ້ານການເອົາລູກອອກຢ່າງຖືກກົດໝາຍ ແລະ ບັນຫາການຄຸ້ມຄອງສັດ. ເຊິ່ງປັດຈຸບັນທາງຕຳຫຼວດບໍ່ໄດ້ໃຫ້ຂໍ້ມູນເພີ່ມຕື່ມໃດໆຕໍ່ຄວາມກ່ຽວໂຍງກັບຜູ້ກໍ່ເຫດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/