ສິງກະໂປເປີດຮັບນັກທ່ອງທ່ຽວອີກ 8 ປະເທດ ທີ່ສາມາດເດີນທາງເຂົ້າມາແບບບໍ່ຕ້ອງກັກຕົວ


ລັດຖະບານສິງກະໂປປະກາດຕ້ອນຮັບນັກທ່ອງທ່ຽວ ແລະ ນັກເດີນທາງທີ່ໄດ້ສັກວັກຊີນຄົບໂດສແລ້ວເພີ່ມອີກ 8 ປະເທດ ໃຫ້ສາມາດເດີນທາງເຂົ້າສິງກະໂປໄດ້ໂດຍບໍ່ຕ້ອງຜ່ານມາດຕະການກັກຕົວ ເລີ່ມຕົ້ນແຕ່ວັນທີ 19 ຕຸ ລາເປັນຕົ້ນໄປ. 8 ປະເທດຫຼ້າສຸດທີ່ສາມາດເດີນທາງເຂົ້າສິງກະໂປໄດ້ມີຄື: ແຄນນາດາ, ເດັນໝາກ, ຝຣັ່ງ, ອິຕາລີ, ເນເທີແລນ, ສະເປນ, ອາເມຣິກາ ແລະ ອັງກິດ.

ສຳນັກຂ່າວ Channel News Asia ລາຍງານວ່າມາດຕະການດັ່ງກ່າວມີຂຶ້ນຢ່າງຮອບຄອບ ແລະ ເປັນຂັ້ນເປັນຕອນ ເພື່ອທີ່ຈະຟື້ນຟູເສດຖະກິດທີ່ກຳລັງຢູ່ໃນໄລຍະຂາລົງ ເພາະການລະບາດຂອງພະຍາດໂຄວິດ-19 ແລະ ກອບກູ້ສະຖານະ ການເປັນສູນກາງການເດີນທາງລະດັບໂລກຂອງສິງກະໂປ.

ກ່ອນໜ້ານີ້ສິງກະໂປໄດ້ປະກາດຮ່ວມມືກັບ ສ.ເກົາຫຼີ ໃນການເປີດຮັບນັກທ່ອງທ່ຽວລະຫວ່າງກັນ ໂດຍທາງສິງກະໂປມີຄວາມໝັ້ນໃຈຫຼາຍຂື້ນທີ່ຈະປະກາດຕ້ອນຮັບນັກທ່ອງທ່ຽວເພີ່ມອີກ 8 ປະເທດ ຫຼັງຈາກປະສົບຄວາມສຳເລັດໃນການທົດລອງເປີດຮັບນັກທ່ອງທ່ຽວຈາກ 2 ປະເທດທໍາອິດຄື: ບຣູໄນ ແລະ ເຢຍລະມັນ ໃນເດືອນທີ່ຜ່ານມາ.

ລັດຖະມົນຕີກະຊວງຄົມມະນາຄົມສິງກະໂປໄດ້ກ່າວໃນງານຖະແຫຼງຂ່າວວ່າ ຄວາມຮ່ວມມືໃນການເປີດຮັບນັກທ່ອງທ່ຽວລະຫວ່າງກັນ ຫຼື “Vaccinated Travel Lanes” ເປັນການເຮັດຂໍ້ຕົກລົງລະຫວ່າງປະເທດຄູ່ເຈລະຈາ ເຮັດໃຫ້ຜູ້ທີ່ເດີນທາງບໍ່ຈຳເປັນຕ້ອງກັກຕົວເມື່ອເດີນທາງໄປມາລະຫວ່າງກັນ.

ໃນເດືອນ ກັນຍາ ທັງສາຍການບິນ ສະໜາມບິນນານາຊາດຂອງສິງກະໂປ ລວມໄປເຖິງໜ່ວຍງານຕ່າງໆຂອງທາງລັດຖະບານ ລ້ວນແຕ່ພົບວ່າການເປີດຮັບນັກທ່ອງທ່ຽວຈາກ ບຣູໄນ ແລະ ເຢຍລະມັນແມ່ນສົ່ງຜົນດີແລະ “ປະສົບການອັນມີຄ່າ” ໃຫ້ກັບທຸກຝ່າຍ.

ປັດຈຸບັນສິງກະໂປມີຜູ້ຕິດເຊື້ອກໍລະນີໃໝ່ປະມານ 3,000 ຄົນ/ມື້ ໃນໄລຍະຫຼາຍມື້ທີ່ຜ່ານມາ ເຊິ່ງຜູ້ຕິດເຊື້ອສ່ວນຫຼາຍເປັນຜູ້ຕິດເຊື້ອທີ່ບໍ່ມີອາການຫຼືມີອາການໜ້ອຍ ໃນຂະນະທີ່ຈຳນວນຜູ້ທີ່ສັກວັກຊີນຄົບ 2 ໂດສຄິດເປັນອັດຕາສ່ວນແມ່ນ 83% ຈາກປະຊາກອນທັງໝົດ 5.45 ລ້ານຄົນ ແລະ ຖືວ່າເປັນໜຶ່ງໃນປະເທດທີ່ມີອັດຕາການສັກວັກຊີນຕໍ່ຈໍານອນປະຊາກອນສູງທີ່ສຸດໃນໂລກ.

ທ່ານ ລີ ຊຽນລຸງ (Lee Hsien Loong) ນາຍົກລັດຖະມົນຕີຂອງສິງກະໂປໄດ້ກ່າວກັບສາທາລະນະວ່າ ສິງກະໂປຈະເດີນໜ້າສູ່ New Normal (ຊີວິດວິຖີໃໝ່) ແລະ ການຢູ່ຮ່ວມກັບໄວຣັສ ເຊິ່ງພາຍຫຼັງຈາກການເປີດຮັບນັກທ່ອງທ່ຽວອາດຈະຕ້ອງໃຊ້ເວລາປະມານ 3-6 ເດືອນ ໃນການເຮັດໃຫ້ສະຖານະການຄົງທີ່ ເຊິ່ງແນ່ນອນໃນອະນາຄົດ ຈຳນວນຜູ້ຕິດເຊື້ອອາດຈະເພີ່ມຂຶ້ນອີກຄັ້ງກໍເປັນໄດ້ ແລະ ເມື່ອເວລານັ້ນມາຮອດສິງກະໂປອາດຈະອອກມາດຕະການໃໝ່ເພື່ອຄວບຄຸມສະຖານະການບໍ່ໃຫ້ໂຮງໝໍ ແລະ ລະບົບສາທາລະນະສຸກຮັບພາລະໜັກຈົນເກີນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/