ຜູ້ຕ້ອງຫາຄະດີຄາຕະກຳທີ່ກຳລັງຫຼົບໜີ ໃນທີ່ສຸດກໍຖືກຈັບໄດ້ ຍ້ອນໄປດື່ມເບຍກັບຜູ້ສາວ


ທີ່ຮົງກົງ, ມີຜູ້ຕ້ອງຫາຄະດີຄາຕະກຳຄົນຂັບລົດໂດຍສານ ແລະ ຍັງຫຼົບໜີຢູ່ໄດ້ຖືກຈັບເປັນທີ່ຮຽບຮ້ອຍ ຫຼັງຈາກມີຄົນແຈ້ງວ່າພົບລາວດື່ມເບຍຢູ່ທີ່ເກາະ Lamma ເຊິ່ງເປັນເກາະທາງພາກຕາເວັນຕົກຂອງຮົງກົງ. ໂດຍຜູ້ທີ່ແຈ້ງຕຳຫຼວດກໍຄືຍິງສາວທີ່ໄດ້ນັ່ງດື່ມເບຍກັບຜູ້ຕ້ອງຫານັ້ນເອງ.

ໃນວັນອັງຄານທີ່ຜ່ານມາ, ທ້າວ Matthew Choi Naam-sang ອາຍຸ 31 ໄດ້ໃຊ້ມີດຟັນຄໍຄົນຂັບລົດໂດຍສານອາຍຸ 48 ຈົນເຖິງແກ່ຊີວິດທີ່ເມືອງ Sai Wan ກ່ອນທີ່ຈະໜີອອກມາ. ທາງຕຳຫຼວດກໍໄດ້ປະກາດຫາຕົວລາວ ພ້ອມແນບຮູບຮ່າງລັກສະນະ ແລະ ຂໍ້ມູນ ໂດຍໃສ່ວ່າເປັນ “ບຸກຄົນອັນຕະລາຍທີ່ສຸດ” ຜ່ານທຸກຊ່ອງທາງທົ່ວປະເທດ. ເນື່ອງຈາກວ່າຮົງກົງນັ້ນເປັນເຂດທີ່ມີອັດຕາການກໍ່ອາຊະຍາກຳຕ່ຳຫຼາຍ, ການໃຊ້ຄວາມຮຸນແຮງ ຫຼື ຄາຕະກຳເຊັ່ນຄັ້ງນີ້ ຈຶ່ງເອີ້ນໄດ້ວ່າປຸກໃຫ້ປະຊາຊົນພາກັນຕື່ນຕົວ.

ໃນບ່າຍຂອງວັນພຸດທີ່ເກາະ Lamma ເຊິ່ງເປັນສະຖານທີ່ພັກຜ່ອນຂອງນັກທ່ອງທ່ຽວ ໄດ້ມີແມ່ຍິງຄົນໜຶ່່ງທີ່ອາໄສໃນເກາະດັ່ງກ່າວພົບກັບຜູ້ຕ້ອງຫາ ກ່ອນທີ່ພວກເຂົາຈະໄດ້ແລກປ່ຽນບົດສົນທະນາກັນຜ່ານການດື່ມເບຍ. ຍິງຄົນນັ້ນໄດ້ໃຫ້ນາມສົມມຸດວ່າ Tracy ກ່າວວ່າ ຊາຍຜູ້ຕ້ອງຫາມີທ່າທາງທີ່ເປັນມິດ ແລະ ສຸພາບຕໍ່ຕົນ, ເຊິ່ງໃນເວລານັ້ນ Tracy ຍັງບໍ່ທັນຮູ້ຕົວເທື່ອວ່າກຳລັງໂອ້ລົມກັບຜູ້ຕ້ອງຫາຄະດີຄາຕະກຳ.

ສຸດທ້າຍພວກເຂົາກໍໄດ້ແຍກຍ້າຍກັນ ເມື່ອເຫັນວ່າພາຍຸກຳລັງເຂົ້າມາໃນລະແວກທີ່ທັງສອງຢູ່ ແລະ ຝົນກໍຕົກລົງໜັກ. ແຕ່ເມື່ອ Tracy ກັບມາຮ້ານເບຍກໍຍັງພົບທ້າວ Matthew ທີ່ຍັງຄົງຢູ່ຮ້ານເບຍໝົດມື້ ແຖມຍັງປຽກໄປໝົດຕົນຕົວ. ລາວຈຶ່ງເລີ່ມມີຄວາມສົງໄສ ແລະ ຄິດເຊື່ອມໂຍງເລື່ອງທີ່ພັກອາໄສຂອງ Matthew ທີ່ໄດ້ບອກໄວ້. ກ່ອນຈະນຶກຂຶ້ນໄດ້ເຖິງຂ່າວທີ່ຖືກປະກາດທົ່ວປະເທດເຖິງບຸກຄົນອັນຕະລາຍ.

Tracy ໄດ້ຮີບກັບເຮືອນ ແລ້ວຊອກຫາຮູບທີ່ຕາມຈັບຜູ້ຕ້ອງສົງໄສໃນອິນເຕີເນັດ ເຊິ່ງມັນກໍໄດ້ຢືນຢັນຕົວຕົນວ່າ Matthew ນັ້ນແມ່ນຜູ້ຕ້ອງຫາຄະດີຄາຕະກຳ. ລາວຈຶ່ງໄດ້ໂທແຈ້ງຕຳຫຼວດ ພ້ອມທັງກັບໄປຫາຊາຍຄົນດັ່ງກ່າວເພື່ອສະເໜີລ້ຽງເບຍ ເພາະຈະດຶງເວລາໄວ້. ສຸດທ້າຍ ຕຳຫຼວດມາກໍຮອດ ແລະ ຈັບຕົວລາວໄປ, ເຊິ່ງ Matthew ເອງກໍບໍ່ໄດ້ຂັດຂືນການຈັບກຸມຂອງຕຳຫຼວດ.

ພາຍຫຼັງການຈັບກຸມ ເຈົ້າໜ້າທີ່ກໍໄດ້ພົບເສື້ອເກາະກັນການຖືກແທງ ແລະ ມີດຂະໜາດ 9 ຊັງຕີແມັດໃນຖັງຂີ້ເຫຍື້ອໃກ້ກັບສະຖານທີ່. ຜ່ານການສືບສວນຂັ້ນຕົ້ນໄດ້ພົບວ່າທ້າວ Matthew ເປັນຜູ້ລົງມືສັງຫານຄົນຂັບ ເຊິ່ງລາວ ແລະ ຄົນຂັບບໍ່ໄດ້ຮູ້ຈັກກັນມາກ່ອນ, ພ້ອມທັງຍັງບໍ່ມີຜູ້ສົມຮູ້ຮ່ວມຄິດໃນການກໍ່ເຫດຄັ້ງນີ້. ຫຼັງຈາກກໍ່ເຫດຮຽບຮ້ອຍ, ລາວກໍໄດ້ຂຶ້ນຍົນບິນມາທີ່ເກາະ Lamma ພາຍໃນມື້ນັ້ນ. ປັດຈຸບັນທາງຕຳຫຼວດກຳລັງສືບຕໍ່ເຖິງບັນຫາສຸຂະພາບຈິດຂອງ Matthew ພ້ອມທັງຫາເຫດຈູງໃຈໃນການລົງມື.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/