Cristiano Ronaldo ບໍ່ເລືອກດື່ມນ້ຳອັດລົມ ເຮັດໃຫ້ຫຸ້ນ Coca Cola ຕົກເຖິງ 4 ພັນລ້ານໂດລາ ພາຍໃນ 30 ນາທີ


ສຳລັບນັກເຕະຊື່ດັງລະດັບໂລກແລ້ວ ບໍ່ວ່າຈະເຮັດຫຍັງກໍມີຜົນຕໍ່ສັງຄົມສະເໝີ ແລະ ເລື່ອງນີ້ກໍເປັນທີ່ໜ້າສົນໃຈໃຫ້ກັບແຟນໆຫຼາຍຄົນ, Cristiano Ronaldo ນັກກິລາທີມຊາດ ໂປຕຸເກດ ນອກຈາກຈະສ້າງສະຖິຕິຢ່າງຫຼວງຫຼາຍແລ້ວ ຍັງເປັນນັກເຕະຄົນໜຶ່ງທີ່ມີຊື່ສຽງໂດ່ງດັງ ແລະ ເປັນພຣີເຊັນເຕີໃຫ້ກັບສິນຄ້າຫຼາກຫຼາຍຮູບແບບ.

Ronaldo ໄດ້ຮ່ວມຖະແຫຼງຂ່າວກ່ອນແຂ່ງຂັນ ຢູໂຣ 2020, ເຊິ່ງໃນການຖະແຫຼງຂ່າວຈະມີນໍ້າອັດລົມ Coca Cola ຫຼື ໂຄກ ທີ່ເປັນສະປອນເຊີຫຼັກຂອງລາຍການນີ້ ຕັ້ງຢູ່ເທິງໜ້າໂຕະ 2 ຕຸກ ພ້ອມກັບນ້ຳດື່ມ 1 ຕຸກ ໄວ້ໃຫ້ເພື່ອດື່ມ, ແຕ່ Ronaldo ໄດ້ເອົານໍ້າໂຄກ 2 ຕຸກທີ່ວາງເທິງໜ້າໂຕະອອກ ແລ້ວເວົ້າໃສ່ຕໍ່ໜ້າກ້ອງວ່າ: ກໍເອົານ້ຳດື່ມລະເນາະ!, ໃນເວລາຕໍ່ມາວີດີໂອນີ້ ຫຼື ການຖະແຫຼງຂ່າວນີ້ ກໍໄດ້ແຜ່ອອກຢ່າງຫຼາຍເຫຼືອລົ້ນ ເຮັດໃຫ້ຜູ້ຄົນເວົ້າເຖິງໄປຕາມໆກັນ.

ທີ່ຜ່ານມາ Ronaldo ກໍເປັນຄົນທີ່ດູແລຮັກສາສຸຂະພາບຂອງຕົນເອງດີສະເໝີມາ ເຊິ່ງປະຕິບັດລະບຽບໃນການກິນ ຫຼື ດື່ມໃຫ້ຕົນເອງແບບບໍ່ເຫີນຫ່າງ ເພາະການດູແລສຸພາບກໍເປັນສິ່ງທີ່ສຳຄັນທີ່ສຸດ ສຳລັບການຄວບຄຸມອາຫານ.

ຈາກທີ່ບໍ່ເອົາ ຫຼື ບໍ່ດື່ມນ້ຳອັດລົມ ກໍໄດ້ສົ່ງຜົນໂດຍກົງຕໍ່ກັບການຕະຫຼາດຫຸ້ນຂອງ Coca Cola ຫຼື ໂຄກ, ທາງສື່ຂ່າວຂອງສະເປນໄດ້ລາຍງານໄດ້ຮູ້ວ່າ: ມູນຄ່າໃນຕະຫຼາດຫຼັກຊັບຈາກແຕ່ກ່ອນ 242 ພັນລ້ານໂດລາສະຫະລັດ ລາຄາລົດລົງເປັນ 238 ພັນລ້ານໂດລາສະຫະລັດ ພາຍໃນ 30 ນາທີ ຫຼັງຈາກທີ່ Ronaldo ເຂົ້າຖະແຫຼງຂ່າວ.

ທາງໂຄສົກ Coca Cola ໄດ້ອອກມາອະທິບາຍຕື່ມວ່າ: ໃນຫ້ອງຖະແຫຼງຂ່າວນັ້ນ ຖ້ານັກເຕະຄົນໃດ ຈະເລືອກດື່ມນ້ຳຫຍັງກໍໄດ້ ຕາມຄວາມສະດວກຂອງຜູ້ບໍລິໂພກ ແລະ ຕາມຄວາມມັກຂອງໃຜລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/