ມະນຸດອາດມີວິທີຜະລິດວັກຊີນປ້ອງກັນໄວຣັສໂຄໂຣນາສາຍພັນຕ່າງໆອອກມາໃນອະນາຄົດ


ກ່ອນຈະມີການລະບາດຂອງໂຄວິດ-19 ຄົນສ່ວນຫຼາຍໃນສະຫະລັດອາເມຣິກາ ເຄີຍປ່ວຍຈາກເຊື້ອໄວຣັສໂຄໂຣນາສາຍພັນອື່ນມາກ່ອນແລ້ວ ເຊິ່ງເປັນໂຄໂຣນາທີ່ມີຄວາມອັນຕະລາຍຕ່ຳ ອາດເຮັດໃຫ້ເປັນພຽງໄຂ້ຫວັດເທົ່ານັ້ນ.

ທີມນັກວິໄຈຈາກ Scripps Research ນຳໂດຍ ດຣ. Raiees Andrabi ຈາກພາກວິຊາພູມຕ້ານທານວິທະຍາ ແລະ ຈຸລິນຊີວິທະຍາ ຄົ້ນພົບວ່າ ລະບົບພູມຕ້ານທານໄດ້ເກີດຂຶ້ນຕັ້ງແຕ່ຮ່າງກາຍຄົນທີ່ໄດ້ຮັບເຊື້ອໂຄໂຣນາອອກລິດໜ້ອຍ ເຊິ່ງເຮັດໃຫ້ເປັນພຽງໄຂ້ຫວັດ ໄດ້ເກີດການຕອບສະໜອງຕໍ່ໄວຣັສ SARS-CoV-2 ຕົວຕົ້ນເຫດຂອງໂຄວິດ-19 ທີ່ກຳລັງລະບາດຢູ່.

ຈາກການປຽບທຽບຕົວຢ່າງເລືອດຂອງຜູ້ຕິດເຊື້ອໄວຣັສໂຄໂຣນາຊະນິດທີ່ມີອັນຕະລາຍຕໍ່າ ກ່ອນການລະບາດຄັ້ງໃຫຍ່ ກັບເລືອດຂອງຜູ້ປ່ວຍໂຄວິດ-19 ໃນປັດຈຸບັນ ທີມວິໄຈສາມາດລະບຸຊະນິດຂອງພູມຕ້ານທານຕອບສະໜອງຕໍ່ໄວຣັສທີ່ບໍ່ແມ່ນປະເພດດຽວກັນກັບມັນ ຫຼືຂ້າມປະເພດໄວຣັສໄດ້.

ດຣ. Raiees Andrabi ໄດ້ກ່າວວ່າ “ເຮົາສາມາດລະບຸໄດ້ວ່າ ພູມຕ້ານທານທີ່ປະຕິກິລິຍາຂ້າມປະເພດນີ້ ອາດຈະຜະລິດຂຶ້ນມາໂດຍເຊວຄວາມຈຳ B ເຊິ່ງເຄີຍສຳຜັດກັບເຊື້ອໄວຣັສໂຄໂຣນາທີ່ມີຄວາມອັນຕະລາຍຕ່ຳມາກ່ອນ ແລະ ຖືກຜະລິດຊ້ຳຂຶ້ນມາເມື່ອຮ່າງກາຍໄດ້ຮັບເຊື້ອໂຄວິດ-19”

ທັງນີ້ທັງນັ້ນແລ້ວ ເຊວໜ່ວຍຄວາມຈຳ B ເປັນສ່ວນສຳຄັນຂອງລະບົບພູມຕ້ານທານຂອງມະນຸດ ມັນຈະເຮັດໜ້າທີ່ຈົດຈຳລັກສະນະຂອງໄວຣັສທີ່ເຄີຍມາໂຈມຕີຮ່າງກາຍຂອງມະນຸດເຮົາ ແລະ ເມື່ອມີໄວຣັສຄ້າຍຄືລັກສະນະດັ່ງກ່າວ ຫຼື ໃກ້ຄຽງກັນ ມັນຈະສ້າງພູມຕ້ານທານຂຶ້ນມາຕໍ່ສູ້ກັບໄວຣັສທີ່ມາຢາມທັນທີ.

ນັກວິທະຍາສາດ Ge Sophie Song ຈາກຫ້ອງປະຕິບັດການ Burton ໄດ້ກ່າວວ່າ “ການຄົ້ນພົບໃນຄັ້ງນີ້ ອາດຈະນຳໄປສູ່ການພັດທະນາວັກຊີນທີ່ສາມາດເຮັດວຽກຂ້າມປະເພດໄວຣັສຂຶ້ນມາໄດ້ໃນອະນາຄົດ, ທີມວິໄຈຍັງໄດ້ໃຊ້ກ້ອງຈຸລະທັດໃນການສັງເກດການເຮັດປະຕິກິລິຍາຂອງພູມຕ້ານທານຕົວນີ້ ພົບວ່າມັນສາມາດຢຸດເຊື້ອໄວຣັສໂຄໂຣນາສາຍພັນທີ່ແຕກຕ່າງໄດ້ ມັນເຂົ້າໄປເສີມຖານໂປຣຕີນຂັດຂວາງຂອງໄວຣັສ ເຊິ່ງເປັນສ່ວນທີ່ໄວຣັສຈະວິວັດທະນາການປ່ຽນສາຍພັນໄປເປັນອີກສາຍພັນໜຶ່ງ”

ຂອບໃຈທີ່ມາ: https://stem.in.th/20211014/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/