ການວາງເສັ້ນທາງລົດໄຟ ຈາກນະຄອນຫຼວງວຽງຈັນ-ບໍ່ເຕັນ ສຳເລັດແລ້ວ


ສຳເລັດໄປອີກພາກສ່ວນໜຶ່ງແລ້ວ ກັບໂຄງການກໍ່ສ້າງທາງລົດໄຟຈາກນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ແຕ່ສຳເລັດພຽງການວາງລາງລົດໄຟເທົ່ານັ້ນ, ເຊິ່ງໄລຍະທາງ 417 ກິໂລແມັດ (km) ຈາກຕົ້ນທາງ ນະຄອນຫຼວງວຽງຈັນ ຜ່ານຫຼວງພະບາງ,​ ຫຼວງນໍ້າທາ, ບໍ່ເຕັນ ໄປເຖິງປາຍທາງຊາຍແດນ ຢູນານ ຂອງຈີນ ໄດ້ສຳເລັດແລ້ວ.

ເຖິງຈະເປັນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ໂຄງການກໍຍັງສືບຕໍ່ດຳເນີນການກໍ່ສ້າງ ແບບປົກກະຕິ ເພື່ອຈະໃຫ້ສຳເລັດທັນຕາມແຜນທີ່ໄດ້ກຳນົດໄວ້. ສ່ວນການກໍ່ສ້າງພາກສ່ວນອື່ນໆອາດຈະສຳເລັດຕາມໆກັນມາຕາມແຕ່ລະຂັ້ນຕອນ.

ບໍລິສັດ Lao Song Laozhong Railway Co., Ltd ຈັດຊື້ລົດໄຟ CR200J “Fuxing” ຜະລິດໂດຍ ບໍລິສັດ ຮ່ວມທຶນ ລະຫວ່າງ China Railway Group ແລະ CRRC ເຊິ່ງສາມາດແລ່ນໄດ້ຄວາມໄວສູງສຸດ 160 ກມ ຕໍ່ ຊມ (ສຳຮອງອີກ 200 ກມ ຕໍ່ ຊມ). ພ້ອມມາໃຫ້ບໍລິການ ສອງຂະບວນທຳອິດ ໂດຍບໍລິສັດ China-Laos Railway Co., Ltd ເປັນບໍລິສັດ ຮ່ວມທຶນ ທີ່ກໍ່ຕັ້ງໂດຍ ບໍລິສັດ ລາວ ແລະ ຈີນ ໃນ ສປປ ລາວ ດ້ວຍທຶນຈົດທະບຽນ 1.5 ພັນລ້ານປອນ.

ທັງໝົດມີ 31 ສະຖານີ ລວມທັງ 5 ສະຖານີຫຼັກ ແລ່ນຜ່ານອຸໂມງ 76 ແຫ່ງ ທີ່ມີຄວາມຍາວລວມ 195.78 ກິໂລແມັດ ແລະຂົວ 154 ແຫ່ງ ທີ່ມີຄວາມຍາວລວມ 67.15 ກິໂລແມັດ ເງິນລົງທຶນປະມານ 6,800 ລ້ານໂດລາສະຫະລັດ ( ປະມານ 238,000 ລ້ານບາດ ) ສາມາດເຊື່ອມຕໍ່ລະບົບລົດໄຟຈີນ ໄປສິບສອບພັນນາ ແລ້ວຕໍ່ໄປ ເມືອງ ຄຸນມິງ ເຊິ່ງເປັນເມືອງເອກຂອງມົນທົນ ຢູນານ ເປັນໄປຕາມໂຄງການ “Halfway Corridor” ເປັນໂຄງການລະຫວ່າງແນວຄິດ “ໜຶ່ງແຖບ ໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດຂອງ ສປປ ລາວ ໃນການປຽ່ນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນສູນກາງ ຂອງການຂົນສົ່ງທາງບົກ.

ຂອບໃຈພາບປະກອບລົດໄຟ CR200J “Fuxing”: https://bit.ly/2U1Kqtm

ຮູບພາບເສັ້ນທາງລົດໄຟງາມໆຈາກ: https://www.facebook.com/AeaVilaiphet/posts/283680323405153

ຂໍ້ມູນຈາກ: https://www.facebook.com/1651186921813465/posts/2848678392064306/?d=n

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/