ດີໃຈກັບທີມຊາດຫວຽດນາມ! ທີ່ເຂົ້າຮອບຄັດເລືອກ 12 ທີມສຸດທ້າຍບານໂລກເອເຊຍ 2022


ນັບໄດ້ວ່າເປັນຂ່າວດີຫຼາຍ ໃຫ້ແກ່ຊາວຫວຽດນາມປະເທດເພື່ອນບ້ານຂອງລາວເຮົາ ທີ່ສາມາດຄວ້າ 12 ທີມສຸດທ້າຍ ຮອບຄັດເລືອກບານໂລກເອເຊຍ 2022 ໄດ້ ຫຼື 2022 FIFA World Cup Qualification (AFC), ເຊິ່ງໄດ້ສ້າງປະຫວັດສາດໃຫ້ແກ່ທີມຊາດຫວຽດນາມ ແລະ ຄົນທົ່ວປະເທດເລີຍກໍວ່າໄດ້ ພ້ອມກັບໝູ່ຕ່າງທີມກໍໄດ້ຮ່ວມສະແດງຄວາມຍິນດີໄປດ້ວຍກັນ.

ພາຍຫຼັງທີ່ ທີມຊາດຫວຽດນາມ ສາມາດເອົາຊະນະທີມຊາດມາເລເຊຍດ້ວຍປະຕູ 2-1 ຄວ້າ 3 ແຕ້ມໄດ້, ເຊິ່ງຜົນງານຂອງພວກເຂົາແມ່ນດີກວ່າ 2 ນັດຫຼ້າສຸດ, ສະຖານະການຂອງເກມຮຸກຂອງພວກເຂົານັ້ນມີປະສິດທິພາບຫຼາຍ, ໃນນາທີທຳອິດອາດຈະຫຼິ້ນບໍ່ຄ່ອຍລົງຮອຍ ເນື່ອງຈາກສະພາບຮ່າງກາຍຂອງນັກເຕະທີ່ອິດເມື່ອຍອ່ອນແຮງຈາກການເຕະໃນນັດທີ່ຜ່ານມາ.

ຫຼັງຈາກການແຂ່ງທີ່ພົບກັບທີມຊາດມາເລເຊຍ ກໍໄດ້ປ່ຽນຕຳແໜ່ງການຫຼິ້ນ ຈົນມີປະສິດທິພາບສູງຂຶ້ນ ສາມາດຍິງໄດ້ 2 ປະຕູຕໍ່ 1 ເຮັດໃຫ້ໄດ້ເຂົ້າຮອບ 12 ທີມສຸດທ້າຍໄດ້ຢ່າງພາກພູມໃຈ. ໃນຂະນະດຽວກັນ ທາງແຟນໆກໍດີໃຈໄປຕາມໆກັນ.

ຫຼ້າສຸດເວັບໄຊທາງການຂອງ ສະຫະພັນບານເຕະຫວຽດນາມໄດ້ຮັບເງິນອັດສີດເປັນເງິນຮາງວັນຕອບແທນຄວາມປະສົບຜົນສຳເລັດໃນຄັ້ງນີ້ ເປັນມູນຄ່າກວ່າ 1 ພັນລ້ານດົງ ແລະ ມີກຸ່ມບໍລິສັດ ຮຸງ ຕິ່ງ ສົມທົບຕື່ມອີກເປັນຈຳນວນ 2 ພັນລ້ານດົງ ແລະ ອີກຫຼາຍຈຳນວນ ທີ່ທາງຜູ້ສະໜັບສະໜູນມອບໃຫ້ ເປັນຈຳນວນຫຼວງຫຼາຍ ເຮັດໃຫ້ຍອດລວມສະສົມຫຼາຍເກີນຄາດໝາຍ.

ກໍຖືໄດ້ວ່າເປັນອີກປາກົດການໜຶ່ງ ທີ່ໄດ້ເຂົ້າຮອບຄັດເລືອກບານໂລກເອເຊຍ 2022 ຢ່າງພາກພູມໃຈ ແລະ ກໍຂໍສະແດງຄວາມຍິນດີກັບປະເທດເພື່ອນບ້ານເຮົາໃນຄັ້ງນີ້ດ້ວຍ.

ຂອບໃຈຂໍ້ມູນຈາກ:

https://bit.ly/3zHilrV

https://bit.ly/3q9Vu3O

https://bit.ly/3gvAxNf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/