ເສັ້ນທາງບ້ານນາທົ່ມ ກ້ອງຂົວທາງລົດໄຟ ພົບຄວາມຫຍຸ້ງຍາກໃນໄລຍະຝົນຕົກ


ໃນວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ທາງໂທລະພາບແຫ່ງຊາດລາວ ທຊລ 1 ໄດ້ລາຍງານໃຫ້ຮູ້ວ່າ ໃນໄລຍະທີ່ຝົນຕົກທີ່ຜ່ານມາ ເຮັດໃຫ້ທາງສັນຈອນໄປມາຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເສັ້ນທາງຍາວປະມານເກືອບ 100 ແມັດ ຢູ່ໃນລະຫວ່າງເສັ້ນທາງລົດໄຟ ໄດ້ພົບບັນຫາຄວາມຫຍຸ້ງຍາກ ສາເຫດອາດເກີດຈາກຝົນຕົກຕິດຕໍ່ກັນຫຼາຍວັນ.

ຍ້ອນສະພາບທີ່ຝົນຕົກຕິດຕໍ່ກັນຫຼາຍວັນ ການໄປມາຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກບໍ່ສະດວກ ຕັ້ງແຕ່ເສັ້ນທາງບ້ານນາທົ່ມຫາໄຟແດງລາດຄວາຍ ເສັ້ນທາງຢູ່ແຖວຈຸດປີ້ງເອັນ 500 ຫຼື ເສັ້ນທາງລົດໄຟໄລຍະທາງປະມານ 100 ແມັດ, ເຊິ່ງເປັນຂຸມ, ມີນ້ຳຂັງ ເຮັດໃຫ້ການສັນຈອນໄປມາຕິດຂັດເປັນບາງຄັ້ງ ແລະ ລົດປະເພດຕ່ຳ ທຽວໄປມາກໍພົບແຕ່ຄວາມຫຍຸ້ງຍາກ.

ປະຊາຊົນທີ່ຢູ່ບໍລິເວນອ້ອມຂ້າງໄດ້ສະເໜີທາງພາກສ່ວນທີ່ກ່ຽວຂ້ອງ ໃຫ້ຊ່ວຍແກ້ໄຂ ແລະ ສ້ອມແປງ ເພື່ອເຮັດໃຫ້ການສັນຈອນໄປມາໃນໄລຍະນີ້ສະດວກສະບາຍຂຶ້ນຕື່ມ. ແນວໃດກໍຂໍໃຫ້ທຸກຄົນລະມັດລະວັງໃນໄລຍະທາງບ່ອນນີ້ກັນດ້ວຍ.

ຂອບໃຈຂໍ້ມູນຈາກ: shorturl.asia/5OTzF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/