ຈາກຂໍ້ຕົກລົງຊື້ຂາຍ ຂອງສະໂມສອນ ເຊວຊີ ທີມດັງໃນລອນດອນ ກັບເຈົ້າຂອງໃໝ່ ທີ່ຄວນຈະສິ້ນສຸດລົງດ້ວຍດີ, ແຕ່ຕອນນີ້ມີເລື່ອງທີ່ໜ້າກັງວົນເກີດຂຶ້ນມາໃໝ່ກັບແຟນເຊວຊີອີກແລ້ວ ເມື່ອລັດຖະບານອັງກິດເປີດເຜີຍວ່າ ເຊວຊີ ທີມຊັ້ນນໍາໃນພຣີເມຍລີກ ກັບ ລັດຖະບານ ຂັດແຍ້ງກ່ຽວກັບເງິນ ແລະ ຜົນປະໂຫຍດຈາກຂໍ້ຕົກລົງຊື້ຂາຍດັ່ງກ່າວ.

ກ່ອນໜ້ານີ້, ເຊວຊີ ໄດ້ປະກາດວ່າ ທັອດ ໂບລີ້ ເສດຖີຊາວອາເມຣິກາ ຈະໄດ້ເຂົ້າມາເປັນເຈົ້າຂອງຄົນໃໝ່ຂອງເຊວຊີພາຍໃຕ້ມູນຄ່າ 2,500 ລ້ານປອນ. ໂດຍລັດຖະບານອັງກິດ ກຳກັບດູແລຄວບຄຸມ ການຊື້ຂາຍຄັ້ງນີ້ຢ່າງໃກ້ຊິດ.
ຫຼັງຈາກການເຮັດທຸລະກໍາສໍາເລັດ ລັດຖະບານອັງກິດ ໄດ້ຮຽກຮ້ອງໃຫ້ ເຊວຊີ ເອົາຈຳນວນເງິນດັ່ງກ່າວ ມາຢູ່ພາຍໃຕ້ການຊີ້ນໍາຂອງລັດ ເພື່ອຈະໄດ້ນຳໄປບໍລິຈາກເພື່ອການກຸສົນ ຫຼື ປະກອບສ່ວນເຂົ້າໃນກອງທຶນຊ່ວຍເຫຼືອຂອງປະຊາຊົນຢູເຄຣນ ທີ່ໄດ້ຮັບເຄາະຮ້າຍຈາກສະຖານະການສູ້ຮົບກັບຣັດເຊຍ ໃນປັດຈຸບັນ.

ເຖິງຢ່າງໃດກໍຕາມ, ມີການເປີດເຜີຍວ່າລັດຖະບານອັງກິດຕ້ອງການເງິນ 1,600 ລ້ານປອນ ທີ່ ອັບບຣາໂມວິສ ເຈົ້າຂອງຄົນເກົ່າ ເຄີຍໃຫ້ເຊວຊີຢືມໄປບໍລິຫານຈັດການທີມແລະບໍ່ຮ້ອງຂໍຄືນຈຳນວນເງິນດັ່ງກ່າວນັ້ນ ໃຫ້ມາຢູ່ໃນການດູແລຂອງລັດຖະບານເຊັ່ນດຽວກັນ. ເນື່ອງຈາກ ຈຳນວນເງິນດັ່ງກ່າວແມ່ນມາຈາກ Camberley International Investments ເຊິ່ງເປັນບໍລິສັດຂອງ ໂຣມັນ ອັບບຣາໂມວິສ.

ແຕ່ມີລາຍງານວ່າ ອັບບຣາໂມວິສ ແລະ ທີມງານ ບໍ່ເຫັນດີກັບເງື່ອນໄຂດັ່ງກ່າວຂອງທາງລັດຖະບານອັງກິດ. ເຮັດໃຫ້ພວກເຂົາເກີດຄວາມກັງວົນວ່າຂໍ້ຕົກລົງການການຊື້ຂາຍ ລະຫວ່າງ ເຊວຊີ ແລະ ທັອດ ໂບລີ້ ຈະເປັນກາຍເປັນໂມຄະ. ແລະອັບບຣາໂມວິສ ອາດຈະປ່ອຍໃຫ້ທີມລົ້ມລະລາຍ ຫາຍໄປຈາກວົງການບານເຕະເລີຍກໍເປັນໄດ້.

ປັດຈຸບັນ ເຊວຊີ ຍັງສາມາດພາທີມເຂົ້າຮ່ວມການແຂ່ງຂັນໃນລາຍການຕ່າງໆໄດ້. ເນື່ອງຈາກໄດ້ຮັບໃບອະນຸຍາດເປັນກໍລະນີພິເສດທີ່ອອກໃຫ້ໂດຍລັດຖະບານອັງກິດຫຼັງຈາກການປະກາດການ ຂວ້ຳບາດອັບບຣາໂມວິສ ພ້ອມຍຶດຊັບສິນທັງໝົດໃນປະເທດອັງກິດຂອງ ອັບບຣາໂມວິສ ແລະ ຮຽກຮ້ອງໃຫ້ການໂອນຍ້າຍທີມໃຫ້ສໍາເລັດພາຍໃນວັນທີ 31 ພຶດສະພາ 2022, ມື້ສຸດທ້າຍກ່ອນທີ່ໃບອະນຸຍາດຈະໝົດອາຍຸ. ແຕ່ຍັງມີໂອກາດທີ່ຈະໄດ້ຮັບຕື່ມອີກ 1 ອາທິດ ເຊິ່ງລັດຖະບານຈະມີກອງປະຊຸມເພື່ອປຶກສາຫາລືກັນຕື່ມອີກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/