Chelsea ອາດລົ້ມລະລາຍ ຖ້າການຊື້ຂາຍບໍ່ສຳເລັດ ຫຼັງລັດຖະບານອັງກິດ ຂັດແຍ້ງກັບ Roman Abramovich ເລື່ອງເງິນກູ້ 1,600 ລ້ານປອນ


ຈາກຂໍ້ຕົກລົງຊື້ຂາຍ ຂອງສະໂມສອນ ເຊວຊີ ທີມດັງໃນລອນດອນ ກັບເຈົ້າຂອງໃໝ່ ທີ່ຄວນຈະສິ້ນສຸດລົງດ້ວຍດີ, ແຕ່ຕອນນີ້ມີເລື່ອງທີ່ໜ້າກັງວົນເກີດຂຶ້ນມາໃໝ່ກັບແຟນເຊວຊີອີກແລ້ວ ເມື່ອລັດຖະບານອັງກິດເປີດເຜີຍວ່າ ເຊວຊີ ທີມຊັ້ນນໍາໃນພຣີເມຍລີກ ກັບ ລັດຖະບານ ຂັດແຍ້ງກ່ຽວກັບເງິນ ແລະ ຜົນປະໂຫຍດຈາກຂໍ້ຕົກລົງຊື້ຂາຍດັ່ງກ່າວ.

ກ່ອນໜ້ານີ້, ເຊວຊີ ໄດ້ປະກາດວ່າ ທັອດ ໂບລີ້ ເສດຖີຊາວອາເມຣິກາ ຈະໄດ້ເຂົ້າມາເປັນເຈົ້າຂອງຄົນໃໝ່ຂອງເຊວຊີພາຍໃຕ້ມູນຄ່າ 2,500 ລ້ານປອນ. ໂດຍລັດຖະບານອັງກິດ ກຳກັບດູແລຄວບຄຸມ ການຊື້ຂາຍຄັ້ງນີ້ຢ່າງໃກ້ຊິດ.

ຫຼັງຈາກການເຮັດທຸລະກໍາສໍາເລັດ ລັດຖະບານ​ອັງກິດ ໄດ້ຮຽກຮ້ອງໃຫ້ ເຊວຊີ ເອົາຈຳນວນເງິນດັ່ງກ່າວ ມາຢູ່ພາຍໃຕ້ການຊີ້ນໍາຂອງລັດ ເພື່ອຈະໄດ້ນຳໄປບໍລິຈາກເພື່ອການກຸສົນ ຫຼື ປະກອບສ່ວນເຂົ້າໃນກອງທຶນຊ່ວຍເຫຼືອຂອງປະຊາຊົນຢູເຄຣນ ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ສະຖານະການສູ້ຮົບກັບຣັດເຊຍ ໃນປັດຈຸບັນ.

ເຖິງຢ່າງໃດກໍຕາມ, ມີການເປີດເຜີຍວ່າລັດຖະບານອັງກິດຕ້ອງການເງິນ 1,600 ລ້ານປອນ ທີ່ ອັບບຣາໂມວິສ ເຈົ້າຂອງຄົນເກົ່າ ເຄີຍໃຫ້ເຊວຊີຢືມໄປບໍລິຫານຈັດການທີມແລະບໍ່ຮ້ອງຂໍຄືນຈຳນວນເງິນດັ່ງກ່າວນັ້ນ ໃຫ້ມາຢູ່ໃນການດູແລຂອງລັດຖະບານເຊັ່ນດຽວກັນ. ເນື່ອງຈາກ ຈຳນວນເງິນດັ່ງກ່າວແມ່ນ​ມາ​ຈາກ​ Camberley International Investments ເຊິ່ງເປັນບໍລິສັດຂອງ ໂຣມັນ ອັບບຣາໂມວິສ.

ແຕ່ມີລາຍງານວ່າ ອັບບຣາໂມວິສ ແລະ ທີມງານ ບໍ່ເຫັນດີກັບເງື່ອນໄຂດັ່ງກ່າວຂອງທາງລັດຖະບານອັງກິດ. ເຮັດໃຫ້ພວກເຂົາເກີດຄວາມກັງວົນວ່າຂໍ້ຕົກລົງການການຊື້ຂາຍ ລະຫວ່າງ ເຊວຊີ ແລະ ທັອດ ໂບລີ້ ຈະເປັນກາຍເປັນໂມຄະ. ແລະອັບບຣາໂມວິສ ອາດຈະປ່ອຍໃຫ້ທີມລົ້ມລະລາຍ ຫາຍໄປຈາກວົງການບານເຕະເລີຍກໍເປັນໄດ້.

ປັດຈຸບັນ ເຊວຊີ ຍັງສາມາດພາທີມເຂົ້າຮ່ວມການແຂ່ງຂັນໃນລາຍການຕ່າງໆໄດ້. ເນື່ອງຈາກໄດ້ຮັບໃບອະນຸຍາດເປັນກໍລະນີພິເສດທີ່ອອກໃຫ້ໂດຍລັດຖະບານອັງກິດຫຼັງຈາກການປະກາດການ ຂວ້ຳບາດອັບບຣາໂມວິສ ພ້ອມຍຶດຊັບສິນທັງໝົດໃນປະເທດອັງກິດຂອງ ອັບບຣາໂມວິສ ແລະ ຮຽກຮ້ອງໃຫ້ການໂອນຍ້າຍທີມໃຫ້ສໍາເລັດພາຍໃນວັນທີ 31 ພຶດສະພາ 2022, ມື້ສຸດທ້າຍກ່ອນທີ່ໃບອະນຸຍາດຈະໝົດອາຍຸ. ​ແຕ່​ຍັງ​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຕື່ມ​ອີກ 1 ອາທິດ ເຊິ່ງ​ລັດຖະບານ​ຈະ​ມີ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກັນ​ຕື່ມອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/