ລ້ຳໜ້າໄປອີກ! ມະຫາວິທະຍາໄລບູຣະພາ ຈາກປະເທດໄທ ປະກາດຍົກເລີກໃຊ້ຄໍານຳໜ້າລະບຸເພດ ເພື່ອເປັນການສົ່ງເສີມຄວາມຫຼາກຫຼາຍ


ເອີ້ນໄດ້ວ່າໃນໄລຍະອາທິດທີ່ຜ່ານມາຂ່າວການປະກາດຍົກເລີກໃຊ້ຄໍານຳໜ້າເພື່ອລະບຸເພດ ຂອງມະຫາວິທະຍາໄລບູຣະພາ ຈາກປະເທດໄທ ໄດ້ກາຍເປັນສິ່ງທີ່ປະຊາຊົນໄທກ່າວເຖິງເປັນຢ່າງຫຼວງຫຼາຍ.

ໂດຍໃນວັນທີ 10 ພຶດສະພາທີ່ຜ່ານມາ Facebook Fanpage: ສະພານິສິດ ມະຫາໄລບູຣະພາ (สภานิสิต มหาวิทยาลัยบูรพา) ໄດ້ໂພສຂໍ້ຄວາມກ່ຽວກັບເນື້ອຫາການປະກາດຍົກເລີກໃຊ້ຄໍານຳໜ້າເພື່ອລະບຸເພດ ໂດຍໂພສລະບຸວ່າ:

“ສະພານິສິດເລີ່ມແລ້ວ!

ປະກາດນິສິດ 001/2565 ໃນການຍົກເລີກການໃຊ້ຄຳນໍາໜ້າໃນການລະບຸເພດ ເພື່ອເປັນການສົ່ງເສີມຄວາມເທົ່າທຽມທາງເພດພາຍໃນອົງກອນສະພານິສິດ.

ຕາມທີ່ນິສິດ (ນັກສຶກສາ) ມະຫາວິທະຍາໄລບູຣະພາ ໄດ້ໃຫ້ຄວາມສໍາຄັນໃນເລື່ອງຄວາມເທົ່າທຽມທາງເພດ ຕັ້ງແຕ່ດົນນານໃນການຊຸກຍູ້ໃຫ້ນິສິດທີ່ມີຄວາມຫຼາກຫຼາຍທາງເພດສາມາດແຕ່ງກາຍຕາມເພດວິຖີໄດ້ ລວມໄປຮອດການໃສ່ຊຸດຄຣຸຍ(ຊຸດຮັບປະລິນຍາ) ຕາມເພດວິຖີ ເຊິ່ງໃນປີນີ້ກໍຈະມີການຊຸກຍູ້ຄວາມເທົ່າທຽມໃນມິຕິອື່ນໆ ເຊັ່ນດຽວກັນ.


ເລື່ອງການຍົກເລີກການນໍາໃຊ້ຄຳນໍາໜ້າກໍຖືເປັນອີກເລື່ອງທີ່ມີຄວາມສໍາຄັນ ເພາະຈະເປັນການເຄົາລົບສິດທິ ເສລີພາບຂອງໝູ່ເພື່ອນບັນດາສະມາຊິກສະພານິສິດ ທັງນີ້ ສະພານິສິດພ້ອມທີ່ຈະເປັນໜ່ວຍນໍາໜ້າ ແລະ ເປັນຕົ້ນແບບໃຫ້ກັບໜ່ວຍງານຕ່າງໆ ພາຍໃນມະຫາວິທະຍາໄລ.”

ເຫັນກາດປະກາດດັ່ງກ່າວຈາກມະຫາວິທະໄລຂອງປະເທດເພື່ອນບ້ານແລ້ວ ກໍຖືໄດ້ວ່າເປັນອີກເລື່ອງໜຶ່ງທີ່ຫຼາຍຝ່າຍໃຫ້ຄວາມສໍາຄັນ ແລະ ໃສ່ໃຈ ເພາະວ່າກຸ່ມຄົນຫຼາກຫຼາຍທາງເພດນັ້ນກໍເປັນຄົນຄືກັນກັບເພດຊາຍຍິງທົ່ວໄປ ເຊິ່ງພວກເຂົາກໍຄວນໄດ້ຮັບສິດທິເທົ່າທຽມກັບເພດຊາຍຍິງ. ນອກຈາກນີ້ແລ້ວ ການທີ່ບໍ່ລະບຸຄຳນຳໜ້າຊື່ເພື່ອບົ່ງບອກເພດນັ້ນ ກໍເປັນອີກໜຶ່ງສິດທິທີ່ເຮັດໃຫ້ກຸ່ມຄົນ LGBTQ ມີຄວາມສະບາຍໃຈເພີ່ມຂຶ້ນຕື່ມ.

ເຫັນແນວນີ້ແລ້ວ ຫວັງວ່າໃນອະນາຄົດກຸ່ມຄົນ LGBTQ ພາຍໃນປະເທດລາວກໍຄວນຈະໄດ້ຮັບສິດອື່ນໆ ຈາກສະຖາບັນການສຶກສາ, ໜ່ວຍງານ ຫຼື ພາກສ່ວນທີ່ກ່ຽວຂ້ອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/