Changpeng Zhao CEO ຂອງກະດານເທຣດ Binance ໄດ້ອອກມາກ່າວຍິນດີກັບກົດລະບຽບ Crypto ຂອງສະຫະພາບຢູໂຣບ ຫຼັງຈາກທີ່ກົດລະບຽບ Markets in Crypto Assets (MiCA) ຜ່ານອຸປະສັກສຸດທ້າຍຂອງ ລັດຖະສະພາໃນອາທິດນີ້.
ໃນຂະນະທີ່ກົດລະບຽບລໍຖ້າການອະນຸມັດຢ່າງເປັນທາງການຈາກ 27 ປະເທດສະມາຊິກທົ່ວໂລກ, ຜູ້ນໍາ crypto ຢ່າງ CZ ເເລະ Tyler Winklevoss ຜູ້ກໍ່ຕັ້ງ Gemini ແລະ Jay Clayton ອະດີດປະທານ SEC ກໍໄດ້ອອກມາສະເເດງຄວາມຍິນດີກັບຂ່າວນີ້.

CZ ກ່າວວ່າ “ລັດຖະສະພາຢູໂຣບໄດ້ລົງຄະເເນນສຽງຮອງຮັບເອົາ MiCA ເຊິ່ງໝາຍຄວາມວ່າໜຶ່ງໃນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກກຳລັງມີກົດລະບຽບສະເພາະສໍາລັບ crypto ເພື່ອປົກປ້ອງຜູ້ໃຊ້ ແລະ ສົ່ງເສີມການປະດິດສ້າງ”
MiCA ແມ່ນຂໍ້ກໍານົດທີ່ຊັດເຈນສໍາລັບການແລກປ່ຽນ crypto ເພື່ອດໍາເນີນການຢູ່ໃນ ສະຫະພາບຢູໂຣບ. ໂດຍ CZ ກ່າວວ່າ “ພວກເຮົາພ້ອມແລ້ວທີ່ຈະຫັນປ່ຽນທຸລະກິດຂອງພວກເຮົາໃນ 12-18 ເດືອນຂ້າງໜ້າ. ເພື່ອໃຫ້ສາມາດປະຕິບັດຕາມຂໍ້ກຳນົດໄດ້”
ກົງກັນຂ້າມກັບສະຫະລັດທີ່ກົດລະບຽບຍັງບໍ່ມີຄວາມແນ່ນອນ ແລະ ບັນດາບໍລິສັດໄດ້ອອກມາຮຽກຮ້ອງໃຫ້ມີຄວາມຊັດເຈນຍິ່ງຂຶ້ນ ຫຼັງຈາກສະຫະພາບຢູໂຣບຜ່ານຮ່າງກົດໝາຍດັ່ງກ່າວ. ບໍລິສັດໃດໆທີ່ມີໃບອະນຸຍາດຢູ່ໃນປະເທດມາຊິກສະຫະພາບຢູໂຣບເຖິງຈະມີພຽງປະເທດດຽວກໍສາມາດເຂົ້າເຖິງຕະຫຼາດສະຫະພາບຢູໂຣບໄດ້ທັງໝົດຢ່າງຖືກຕ້ອງຕາມກົດໝາຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/