BTS Meal ຂາຍດີເກີນຄາດ ພະນັກງານ Grab Food ຕໍ່ຄິວຊື້ຍາວຈົນລົ້ນຮ້ານ


BTS Meal ເປັນເຊັດເມນູທີ່ທາງ McDonald ໄດ້ຮ່ວມກັບນັກຮ້ອງວົງ BTS ຈາກ ສ.ເກົາຫຼີ, ເຊິ່ງໄດ້ອອກວາງຂາຍໃນແຕ່ລະສາຂາ ແລະ ແຕ່ລະປະເທດລວມ 50 ປະເທດດ້ວຍກັນ. ໃນວັນທີ 10 ມິຖຸນາທີ່ຜ່ານມາ ຢູ່ປະເທດອິນໂດເນເຊຍ ກໍໄດ້ວາງຂາຍ ແລະ ທັນທີທີ່ອອກວາງຂາຍແຕ່ລະສາຂາກໍຂາຍດີຈົນພະນັກງານຈັດສົ່ງອາຫານໄດ້ຕໍ່ຄິວເປັນແຖວຍາວ, ຖ້າຫາກໃຜໄດ້ຮັບກ່ອນກໍຈະມີການຕົບມືໃຫ້ກັນ. ພ້ອມດຽວກັນນັ້ນ ພາຍໃນຮ້ານເຕັມໄປດ້ວຍຄວາມສັບສົນ ເຮັດໃຫ້ພະນັກງານທີ່ຂາຍຕົກຕະລຶງໄປຕາມໆກັນ ເພາະຂາຍດີເກີນຄາດ.

ຫຼັງຈາກນັ້ນ ທາງ 13 ສາຂາຈຶ່ງໄດ້ປິດຊົ່ວຄາວ ເນື່ອງຈາກວ່າທາງຮ້ານຕ້ອງອອກມາດຕະການ ຫຼື ກົດລະບຽບໃຫ້ຈະແຈ້ງ ເລື່ອງການຕໍ່ຄິວ, ໃນເຫດການແບບນີ້ ເຮັດໃຫ້ເປັນຂ່າວດັງໄປທົ່ວ.

ຖືໄດ້ວ່າເປັນອີກວົງທີ່ນອກຈາກຈະທຳລາຍສະຖິຕິ YouTube ໄປແລ້ວ ຍັງສາມາດທຳລາຍສະຖິຕິການຄ້າທຸລະກິດໄດ້ດີອີກດ້ວຍ, ສາມາດເວົ້າໄດ້ເລີຍວ່າ ເປັນການກະຕຸ້ນເສດຖະກິດໄດ້ດີຫຼາຍ.

Army (ຊື່ແຟນຄັບ) ຂອງວົງນີ້ກວມເອົາຫຼາຍປະເທດເລີຍກໍວ່າໄດ້ ບໍ່ວ່າທາງວົງ BTS ຈະປະກອບສ່ວນໃນພາກສ່ວນໃດ ທາງແຟນຄັບກໍຍິນດີ ແລະ ໃຫ້ການສະໜັບສະໜູນເປັນຢ່າງດີຈົນສຸດຄວາມສາມາດ.

ການປ່ອຍເພງໃໝ່ໃນຄັ້ງນີ້ ສະແດງໃຫ້ເຫັນໄດ້ຢ່າງຊັດເຈນເລີຍວ່າ ສະຖິຕິໃນແຕ່ລະດ້ານນັ້ນ ໄດ້ເພີ່ມຂຶ້ນເປັນຈຳນວນຫຼາຍ.

ຮຽບຮຽງໂດຍ: Cat_Meo_ManU

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/