Kamihime Paper ເຈ້ຍທີ່ສາມາດກິນໄດ້ ມາພ້ອມກັບບິກຣົດກາເຟ


ເຈ້ຍບັນທຶກເປັນສິ່ງໜຶ່ງທີ່ສຳຄັນສຳລັບການເຮັດວຽກບໍ່ວ່າຈະຢູ່ໃນຫ້ອງການ ຫຼື ຢູ່ເຮືອນ ເພື່ອໃຊ້ໄວ້ຈົດບັນທຶກເນື້ອຫາສຳຄັນ ຫຼື ສິ່ງທີ່ຢາກຢ້ຳເຕືອນ.

ແຕ່ຖ້າເຈ້ຍທີ່ວ່າມີປະໂຫຍດຫຼາຍກວ່າພຽງແຕ່ຈົດບັນທຶກ ຈົນສາມາດຮັບປະທານໄດ້ແບບເຂົ້າໜົມກໍຄົງຈະເຮັດໃຫ້ການຈົດວຽກ ຫຼື ບັນທຶກເປັນເລື່ອງທີ່ໜ້າສົນໃຈ ແລະ ມີຄວາມມ່ວນຫຼາຍຂຶ້ນ.

Kamihime ຫຼື ຈະແປແບບໜ້າຮັກໆກໍຄື ເຈ້ຍເຈົ້າຍິງ (Paper Princess) ເປັນເຈ້ຍທີ່ນອກຈະສາມາດຈົດບັນທຶກໄດ້ແລ້ວ ຍັງສາມາດຮັບປະທານໄດ້ ເປັນຜະລິດຕະພັນທີ່ຄິດຄົ້ນໂດຍບໍລິສັດ Ainz.

Kamihime ຖືກຜະລິດມາຈາກວັດຖຸເຫຼືອໃຊ້ຈາກຂະບວນການພິມ ສ່ວນວິທີການຜະລິດນັ້ນທາງບໍລິສັດໄດ້ປິດເປັນຄວາມລັບ, ເຊິ່ງທາງບໍລິສັດ Ainz ໄດ້ເປັນຫ່ວງວ່າຖ້າຫາກຜະລິດພຽງແຕ່ເຈ້ຍບັນທຶກທີ່ສາມາດກິນໄດ້ອອກມາ ຈະເຮັດໃຫ້ພະນັກງານ ຫຼື ຜູ້ທີ່ຈັບໄປກິນພົບກັບລົດຊາດທີ່ຈຶດ ຈຶ່ງໄດ້ຜະລິດບິກທີ່ມີຣົດກາເຟອອກມານຳ ເພື່ອເພີ່ມຣົດຊາດໃຫ້ແກ່ເຈ້ຍໂນດ.

ເຖິງຢ່າງໃດກໍຕາມ Kamihime ກໍຍັງຢູ່ໃນໄລຍະການທົດລອງ ແລະ ຜະລິດເພື່ອໂຄສະນາເທົ່ານັ້ນ ຍັງບໍ່ໄດ້ຜະລິດເພື່ອອອກມາເປັນສິນຄ້າເທື່່ອ ກໍຄົງຕ້ອງໄດ້ຖ້າກັນອີກຕໍ່ໄປ. ແຕ່ຖ້າມີການຜະລິດອອກມາແທ້ກໍອາດຈະຕ້ອງມີອີກຫຼາຍຮູບແບບສີສັນ ລວມທັງບິກທີ່ໃຊ້ຂຽນກໍອາດຈະບໍ່ໄດ້ມີແຕ່ຣົດກາເຟກໍເປັນໄດ້.

ແຫຼ່ງຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/