ກາຕູນ ເທເລທັບບີ ທີ່ຫຼາຍຄົນເຄີຍເບິ່ງຕັ້ງແຕ່ນ້ອຍ ແລະ ຍັງຄິດເຫັນມື້ວັນວານຢູ່


ຫຼາຍຄົນຄົງເຄີຍໄດ້ເບິ່ງ ຫຼື ຮູ້ຈັກກັນມາແລ້ວສຳລັບກາຕູນ ເທເລທັບບີ (Teletubbies) 4 ອ້າຍນ້ອງ ທີ່ມີສີສັນສວຍງາມ ແລະ ມີສັນຍາລັກຢູ່ເທິງຫົວແຕກຕ່າງກັນ, ເຊິ່ງແຕ່ລະໂຕກໍມີຄວາມໝາຍທີ່ໜ້າສົນໃຈ ໃນເມື່ອກ່ອນຫຼາຍຄົນກໍມັກເລື່ອງນີ້ພໍສົມຄວນ ຕື່ນເຊົ້າມາກໍໄດ້ເບິ່ງເລື່ອງນີ້ເກືອບທຸກເຊົ້າ, ເລື່ອງເບິ່ງງ່າຍສະບາຍຫູ ແລະ ສະບາຍຕາ ປະກອບກັບທຳມະຊາດທີ່ສວຍງາມ ຈົນຢາກເຂົ້າໄປຢູ່ໃນນັ້ນ.

ພິເສດໄປກວ່ານັ້ນ ໃນແຕ່ລະຕົວລະຄອນຈະສອນໃຫ້ເຮົາຂໍ້ຄິດຫຼາຍຢ່າງທີ່ແຕກຕ່າງກັນອອກໄປ ພ້ອມກັບໄດ້ຄວາມຮູ້ໄປນຳ ແລະ ເປັນເລື່ອງທີ່ເດັກນ້ອຍເບິ່ງໄດ້ ຜູ້ໃຫຍ່ເບິ່ງດີ.

  • ໂຕສີມ່ວງ ຊື່ທິງກີ ວິງກີ (Tinky-Winky): ມີສັນຍະລັກຮູບສາມຫຼ່ຽມຢູ່ເທິງຫົວ ມັກຖືກະເປົາສີບົວອອກມາຍ່າງຫຼິ້ນໃນສວນ ເບິ່ງໄປເບິ່ງມາກໍຮູ້ສຶກວ່າ ໂຕນີ້ຄືກັບວ່າລັກສະນະຄືເປັນເກ ຄວາມຈິງກໍແມ່ນເລີຍ, ເຊິ່ງໃນເລື່ອງເປັນຕົວແທນຂອງການຮັກຮ່ວມເພດ ເປັນຕົວແທນທະວີບຢູໂຣບ ເປັນອ້າຍໃຫຍ່ສຸດໃນເລື່ອງ ແລະ ເປັນສີທີ່ສື່ເຖິງຄວາມເກົ່າແກ່.
  • ໂຕສີຂຽວ ຊື່ດິບຊີ (Dipsy): ເປັນເທເລທັບບີ້ເພດຊາຍ ມີສັນຍາລັກເປັນແທ່ງຍາວໆທີ່ຢູ່ເທິງຫົວ ມັກໃສ່ໝວກອອກມາຍ່າງຫຼິ້ນຢອກກັບຕາເວັນໃນສວນ ຫຼາຍຄົນກໍຄົງສົງໄສວ່າເປັນຫຍັງ ດິບຊີ ຈຶ່ງໜ້າດຳພຽງໂຕດຽວ ທັ້ງໆທີ່ອ້າຍໆເອື້ອຍໆໂຕອື່ນກໍໜ້າຂາວກັນໝົດ ຫຼາຍຄົນວ່າອາດຈະເປັນເພາະການຕາກແດດ ແຕ່ຄວາມຈິງແລ້ວໂຕດິບຊີ ເປັນຕົວແທນຂອງຄົນຜິວສີ.
  • ໂຕສີເຫຼືອງ ຊື່ລາລາ (Laa-Laa): ເປັນເພດຍິງ ມີລັກສະນະໂຄ້ງໝຸນວົນເປັນວົງມົນຢູ່ເທິງຫົວ ມັກຍ່າງຖືໝາກບານ ແລະ ແລ່ນແບບມ່ວນຊື່ນໄປມາທົ່ວສວນ ຈົນຫຼາຍຄົນກໍສົງໄສວ່າບໍ່ເມື່ອຍແດ່ບໍ ແລະ ເປັນຫຍັງຄື ມັກຫຼິ້ນດີຂະໜາດນີ້. ຄວາມຈິງແລ້ວລາລາເປັນຕົວແທນຂອງເພດຍິງ ສື່ເຖິງຄວາມສົມບູນແບບ ແລະ ການປ່ຽນແປງ.
  • ໂຕສີແດງ ຊື່ໂພ (Po): ທີ່ເປັນໂຕທີ່ໜ້າຮັກໆ ໄຮ້ດຽງສາ ເຊິ່ງມີສັນຍະລັກເປັນວົງມົນຢູ່ເທິງຫົວ ມັກຂີ່ສະກູດເຕີຫຼິ້ນໄປທຸກທີ່ ເທົ່າທີ່ຈະໄປໄດ້, ບໍ່ວ່າຈະເປັນໃນເຮືອນ ຫຼື ໃນສວນ ແລະ ເອີ້ນຕົນເອງຊ້ຳໄປຊ້ຳມາວ່າ ໂພ ໂພ ໂພ ເຊິ່ງເບິ່ງແລ້ວເປັນເດັກນ້ອຍແທ້ ຈຶ່ງໄດ້ເປັນຕົວແທນຂອງເດັກ ແລະ ຍັງສື່ເຖິງຄົນອໍທິສຕິກອີກດ້ວຍ ແລະ ເປັນຕົວແທນແຫ່ງຄວາມສົດໃສໃໝ່ໆ.
  • ຕາເວັນ: ຕາເວັນດວງນ້ອຍໆ ທີ່ຄ້າຍຄືເດັກນ້ອຍຫາກໍເກີດ ລັກສະນະທ່າທາງທີ່ມີຄວາມສຸກ ຫົວສຽງດັງແຕ່ໜ້າຮັກ ທີ່ໄດ້ເບິ່ງເຫຼົ່າເທເລທັບບີທັງ 4 ຢ່າງເບີກບານມ່ວນຊື່ນ.

ຖືວ່າເປັນອີກເລື່ອງໜຶ່ງທີ່ໜ້າສົນໃຈ ເພາະໃນຕົວລະຄອນມີຄວາມໝາຍຢ່າງເລິກເຊິ່ງ ແລະ ດີງາມ. ນຳເອົາຄວາມຫຼາກຫຼາຍມາໂຮມຢູ່ໃນເລື່ອງດຽວກັນ ແລ້ວເປັນເລື່ອງທີ່ດີ ພ້ອມກັບໃຫ້ຂໍ້ຄິດໄດ້ຫຼາຍຢ່າງ ປະກອບກັບເລື່ອງທີ່ເບິ່ງງ່າຍສະບາຍໃຈ.

ຂອບໃຈຂໍ້ມູນຈາກ: https://bit.ly/3x3cD1g

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/