Bitcoin ເລີ່ມຫັນຫົວກັບຂຶ້ນມາ +13% ໃນວັນທີ 10 ມິຖຸນາ 2021


Cryptocurrency ເມື່ອມີລົງກໍຕ້ອງມີຂຶ້ນເປັນທຳມະດາ ຖືວ່າເປັນມື້ທີ່ເລີ່ມມີຄວາມສົດໃສສຳລັບ Bitcoin ຫຼັງຈາກທີ່ກ່ອນໜ້ານີ້ບໍ່ພໍເທົ່າໃດມື້ ລາຄາຂອງ Bitcoin ໄດ້ຕົກລົງຕ່ຳສຸດເຖິງ $31,791 ແຕ່ເມື່ອມາຮອດ ວັນທີ 10 ມິຖຸນາ 2021 ກັບມີການປັບຂຶ້ນມາຮອດ $37,000 ຖືວ່າເພີ່ມຂຶ້ນມາເຖິງ 15%, ນອກ Bitcoin ແລ້ວ cryptocurrency ສະກຸນອື່ນກໍໄດ້ມີການປັບຕົວຂຶ້ນເຊັ່ນດຽວກັນ.

Bitcoin +13%
Ethereum + 7.11%
Dogecoin +9.09%
XRP +8.11%

ຢ່າງທີ່ເຮົາໄດ້ຮູ້ກັນວ່າ ການລົງທຶນໃນ Cryptocurrency ຕ່າງມີຄວາມສ່ຽງ ຍິ່ງພົບກັບສະພາບການຜັນແປຂອງຕະຫຼາດເຊັ່ນນີ້ ຍິ່ງເຮັດໃຫ້ນັກລົງທຶນຕ່າງພົບຄວາມວິຕົກກັງວົນ.

ທາງການຈີນທີ່ຄັດຄ້ານ ແລະ ມີຄວາມເຫັນທີ່ເປັນລົບຕໍ່ກັບ Cryptocurrency ຢູ່ແລ້ວ ກໍຍັງປະຕິບັດການຄວບຄຸມເນື້ອຫາທາງໂລກອອນໄລນ໌ທີ່ກ່ຽວກັບ Cryptocurrency ໃຫ້ເຂັ້ມງວດຂຶ້ນ, ໂດຍການສະກັດກັ້ນການຄົ້ນຫາເນື້ອຫາທີ່ກ່ຽວກັບ Platform ທີ່ເປັນການຊື້ຂາຍສະກຸນເງິນດິຈິຕອລຍອດນິຍົມເຊັ່ນ: Binance, OKEx ແລະ Huobi ບໍ່ໃຫ້ສະແດງຜົນຢູ່ໃນເຊີດເອນຈິນ ສະເພາະຂອງປະເທດຢ່າງ: Baidu, Sogo, Zhihu ຫຼື Weibo ອີກຕໍ່ໄປ.

ທັງນີ້ ເປົ້າໝາຍໃນການຄວບຄຸມອຸດສາຫະກຳ ເງິນດິຈິຕອລ ຂອງຈີນຢ່າງເຂັ້ມງວດ ກໍເພື່ອປ້ອງກັນບໍ່ໃຫ້ເງິນທຶນໄຫຼອອກຕະຫຼາດເສດຖະກິດຕົວຈິງ ແລະ ປ້ອງການເກັງກຳໄລ ທີ່ຈະເປັນສາເຫດທີ່ຈະນຳພາໄປສູ່ສະພາວະເງິນເຟີ້.

ຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/