Bitcoin ລາຄາຕົກໜັກເຫຼືອພຽງ 50% ຈາກລາຄາສູງສຸດ


ເປັນການເດີນທາງຖອຍຫຼັງລົງມາເລື້ອຍໆສຳລັບລາຄາຂອງຫຼຽນ Bitcoin ທີ່ຕົກລົງມາເຫຼືອພຽງ $31,791 ຕໍ່ຫຼຽນ ໃນມື້ຄືນທີ່ຜ່ານມາ ເມື່ອທຽບກັບລາຄາສູງສຸດທີ່ມູນຄ່າຂອງ Bitcoin ທີ່ໄປເຖິງນັ້ນກໍຄື $63,588 ຕໍ່ຫຼຽນ ໃນວັນທີ 13 ເມສາ 2021, ຖືວ່າລາຄາຕົກລົງມາເຖິງ 50% ໃນເວລາບໍ່ຮອດ 2ເດືອນ.

ສາເຫດທີ່ເຮັດໃຫ້ Bitcoin ມູນຄ່າຕົກຂະໜາດນີ້ເນື່ອງມາຈາກຫຼາຍປັດໄຈ, ສາເຫດໜຶ່ງກໍຄືການທີ່ໄດ້ມີກຸ່ມ Hacker ໄດ້ເຈາະເຂົ້າໄປໃນລະບົບທໍ່ຂົນສົ່ງນ້ຳມັນທີ່ໃຫຍ່ທີ່ສຸດໃນສະຫະລັດອາເມຣິກາເຮັດໃຫ້ທໍ່ການຂົນສົ່ງຂັດຂ້ອງ ພ້ອມທັງເອີ້ນຄ່າໄຖ່ເປັນ Bitcoin ຈຳນວນສູງເຖິງ $2,300,000, ເຊິ່ງກໍເຮັດໃຫ້ຫຼາຍໆພາກສ່ວນກໍເກີດຄວາມກັງວົນຕໍ່ກັບເຫດການນີ້ ຈຶ່ງໄດ້ເຮັດໃຫ້ເກີດມີການຄວບຄຸມການຂຶ້ນລົງຂອງ Cryptocurrency ໃຫ້ຫຼາຍຂຶ້ນ.

ນອກຈາກການປັບຕົວຂອງ Bitcoin ແລ້ວ Cryptocurrency ສະກຸນອື່ນໆກໍໄດ້ຮັບຜົນກະທົບເຊັ່ນກັນ ຈົນເຮັດໃຫ້ຕະຫຼາດໃນຕອນນີ້ມີການຜັນແປຢ່າງຫຼວງຫຼາຍ.

  • Bitcoin -13%
  • Ethereum -16%
  • Binance Coin -18%
  • Cardano -17%
  • Dogecoin -18%
  • XRP -17%

ອີກສາເຫດໜຶ່ງກໍອາດເປັນເພາະທາງການຈີນເອງໄດ້ເຂົ້າມາຄວບຄຸມການຂຸດເໝືອງ Cryptocurrency ຢ່າງເຂັ້ມງວດເພື່ອບໍ່ໃຫ້ກະທົບຕໍ່ເສດຖະກິດ, ພ້ອມທັງໄດ້ມີການແບນບັນຊີຂອງຜູ້ໃຊ້ ທີ່ເປັນຜູ້ທີ່ກ່ຽວຂ້ອງກັບການຄ້າຂາຍ ຫຼື ໃຫ້ຄວາມຮູ້ກ່ຽວກັບ Cryptocurrency ໃນ Weibo ເພື່ອໃຫ້ລົດປະລິມານເນື້ອຫາທີ່ກ່ຽວຂ້ອງກັບ Cryptocurrency ລົງ.

ຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/