ຕຳຫຼວດໜຸ່ມຂໍແຟນໜຸ່ມແຕ່ງງານຕອນກຳລັງຄຸມການເດີນຂະບວນ Pride parade


ເດືອນແຫ່ງຄວາມຫຼາກຫຼາຍທາງເພດ ຫຼື Pride month ເປັນເດືອນທີ່ຫຼາຍປະເທດສະເຫຼີມສະຫຼອງໃຫ້ແກ່ຄວາມຫຼາກຫຼາຍທາງເພດກັນຢ່າງຟົດຟື້ນ ເຊັ່ນດຽວກັບປະເທດອັງກິດທີ່ການເດີນຂະບວນ Pride Parade ເປັນໄປຢ່າງຄຶກຄື້ນ ແລະ ມີຄວາມປອດໄພ ເພາະວ່າມີບັນດາຕຳຫຼວດລົງມາດູແລຄຸມຂະບວນ ເຮັດໃຫ້ປະຊາຊົນທີ່ໄປເດີນຂະບວນຮູ້ສຶກປອດໄພ.

ໃນຂະນະດຽວກັນຂະບວນພາເຫຼດທີ່ມີຕຳຫຼວດກໍເກີດຄວາມຮືຮາຂຶ້ນຍ້ອນຕຳຫຼວດເອງ ເຮັດໃຫ້ປະຊາຊົນຈຳນວນຫຼາຍທີ່ມາເດີນຂະບວນຕື່ນເຕັ້ນ ແລະ ເຊີໄພຣສຸດໆ ເມື່ອຕຳຫຼວດນາຍໜຶ່ງ ໄດ້ຕັດສິນໃຈຄຸເຂົ່າຂໍແຟນທີ່ເປັນຕຳຫຼວດນຳກັນແຕ່ງງານຢ່າງໂຣແມນຕິກ!!! ພ້ອມກັບສຽງຮ້ອງໂຮສະແດງຄວາມຍິນດີຂອງຜູ້ເດີນຂະບວນ ຫຼັງຈາກນັ້ນກໍມີຫຼາຍພາກສ່ວນມາຂໍຖ່າຍຮູບ ແລະ ມາຈັບມືສະແດງຄວາມຍິນດີນຳ.

ເປັນເລື່ອງລາວທີ່ໜ້າຮັກ ແລະ ໜ້າຍິນດີທີ່ເກີດຂຶ້ນໃນເດືອນແຫ່ງຄວາມຫຼາກຫຼາຍນີ້ ພ້ອມຍັງສະແດງໃຫ້ເຫັນເຖິງການເປີດກວ້າງ ແລະ ການຍອມຮັບຂອງຄົນໃນສັງຄົມ ເພາະສຸດທ້າຍຄວາມຮັກກໍບໍ່ໄດ້ເລືອກວ່າຕ້ອງເປັນເພດໃດ ມະນຸດທຸກຄົນເປັນພຽງຄົນໆໜຶ່ງທີ່ມີຄວາມຮັກເທົ່ານັ້ນ.

ເບິ່ງວິດີໂອເພີ່ມຕື່ມໄດ້ທີ່: https://www.youtube.com/watch?v=l2c-y-wXv44

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/