BioNTech ບໍລິສັດຜະລິດວັກຊີນໂຄວິດ-19 ກຽມມາຕັ້ງຖານການຜະລິດໃຫຍ່ໃນພາກພື້ນອາຊີ ຢູ່ປະເທດສິງກະໂປ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ບໍລິສັດ BioNTech ເຊິ່ງຮ່ວມພັດທະນາວັກຊີນໂຄວິດ-19 ກັບບໍລິສັດ Pfizer ດ້ວຍເທັກໂນໂລຢີ MRNA ໄດ້ອອກຖະແຫຼງການກຽມຈັດຕັ້ງສຳນັກງານໃຫຍ່ ແລະ ໂຮງງານໃນສິງກະໂປ ເພື່ອໃຫ້ເປັນສູນກາງການຜະລິດໃຫ້ກັບຜະລິດຕະພັນຈາກເທັກໂນໂລຢີ MRNA ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ທະວີບອາຊີ.

ທຳອິດທາງບໍລິສັດຕັ້ງເປົ້າໝາຍເປີດສຳນັກງານໃນສິງກະໂປໃຫ້ໄວທີ່ສຸດ ນັ້ນແມ່ນປີ 2024 ເຊິ່ງຈະສາມາດສ້າງວຽກໃຫ້ຊາວສິງກະໂປໄດ້ສູງສຸດ 80 ຄົນ, ເຊິ່ງໂຄງການດັ່ງກ່າວກໍໄດ້ຮັບການສະໜັບສະໜູນຈາກນາຍົກລັດຖະມົນຕີຂອງສິງກະໂປ.

ໂຄງການນີ້ຈະຊ່ວຍສ້າງຄວາມອາດສາມາດໃນການຜະລິດວັກຊີນ ລວມເຖິງການຮັກສາໂຣກຕິດເຊື້ອ ແລະ ມະເຮັງໃຫ້ກັບ BioNTech,​ ນອກຈາກນີ້ ຍັງເພີ່ມຄວາມໝັ້ນໃຈເລື່ອງຄວາມວ່ອງໄວໃນການຜະລິດ ເພື່ອຮັບມືກັບໂຣກລະບາດຕ່າງໆ ໃນອາຊີຕາເວັນອອກສຽງໃຕ້.

ໄຣອັນ ຣິຊາດສັນ ປະທານເຈົ້າໜ້າທີ່ຝ່າຍຍຸດທະສາດ BioNTech ໄດ້ໃຫ້ສຳພາດໃນ This Week Asia ວ່າ “ທີ່ເລືອກສິງກະໂປຍ້ອນວ່າ ສິງກະໂປເປັນສູນກາງດ້ານວັດທະນະທຳຂອງໂລກ ແລະ ມີຈຸດເດັ່ນຫຼາຍຢ່າງທີ່ເຮັດໃຫ້ບໍລິສັດຢາກຮ່ວມມືນຳ”

ຂອບໃຈຂໍ້ມູນຈາກ:
https://bit.ly/3btriKL
https://bit.ly/3fij89f

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/