ສະຫະລັດອາເມຣິກາ ກຳລັງນິຍົມເຊົ່າໄກ່ມາລ້ຽງຢູ່ເຮືອນ ຄືກັບລ້ຽງໝາ-ລ້ຽງແມວ


ກະແສເຊົ່າໄກ່ໄດ້ຮັບຄວາມນິຍົມຫຼາຍ ໃນໄລຍະທີ່ໂຄວິດ-19 ແຜ່ລະບາດ, ໃນຂະນະທີ່ຊາວອາເມຣິກາຫຼາຍຄົນຮັບລ້ຽງໝາ ແລະ ແມວ ເພື່ອເປັນໝູ່ໃນໄລຍະລັອກດາວ ແຕ່ມີຈຳນວນຫຼາຍພໍສົມຄວນ ທີ່ເລືອກຮັບລ້ຽງໄກ່ແທນການລ້ຽງໝາ ຫຼື ແມວ ເພື່ອເຮັດໃຫ້ຮູ້ສຶກເພິ່ງພາຕົນເອງໄດ້ ແລະ ໄດ້ຮູ້ສຶກວ່າຄືຢູ່ເຮືອນແທ້ໆ, ຄົນລ້ຽງກ່າວວ່າ: “ການລ້ຽງໄກ່ ເຮົາກໍສ້າງຄວາມສະໜິດສະໜົມກັບມັນໄດ້ ເຊັ່ນດຽວກັນກັບການລ້ຽງໝາ ຫຼື ແມວ ພ້ອມທັງໄດ້ໄຂ່ສົດອີກ”

ວິທີການເຊົ່າໄກ່ມາລ້ຽງ ມີຫຼາຍຮູບແບບບໍລິສັດ ສ່ວນຫຼາຍຈະປ່ອຍເຊົ່າໄກ່ 2-4 ໂຕ ເປັນໄລຍະເວລາຕັ້ງແຕ່ 4 ອາທິດເຖິງ 6 ອາທິດ, (ໄກ່ໂຕຜູ້ສ່ວນຫຼາຍມີພຶດຕິກຳໃຈຮ້າຍ ເລີຍບໍ່ຄ່ອຍມີຄົນເຊົ່າຫຼາຍ) ໄກ່ທີ່ເຊົ່າຈະມາພ້ອມກັບເລົ້າໄກ່ ເພື່ອປ້ອງກັນສັດຊະນິດອື່ນໆ ແລະ ຕ້ອງມີບ່ອນນອນ, ອາຫານ ແລະ ຄວນມີຄູ່ມືສຳລັບການລ້ຽງໄກ່ ພ້ອມມີເດີ່ນໃຫ້ໄກ່ຢູ່.

ບໍລິສັດ RentACoop  ເຊິ່ງຕັ້ງຢູ່ໃນເມືອງເຢຍລະມັນທາວ ລັດແມຣີແລນ ມີຈຳນວນການປ່ອຍໃຫ້ເຊົ່າໄກ່ ແມ່ນເພີ່ມຂຶ້ນກວ່າສອງເທົ່າໃນປີ 2020 ຈາກທີ່ເມື່ອກ່ອນປ່ອຍ 50-60 ໂຕ ກໍກາຍເປັນ 120 ໂຕ. ນອກຈາກນີ້ ຍັງມີບໍລິສັດບາງແຫ່ງ ຍັງພົບກັບຄວາມຕ້ອງການເຊົ່າ “ໄຂ່ໄກ່” ເພື່ອເອົາມາຟັກໃຫ້ເປັນໂຕອີກດ້ວຍ, ໂດຍເປັນການເຊົ່າໄຂ່ທີ່ໄດ້ຮັບການປະສົມແລ້ວໄປຟັກຕໍ່ ຈົນກວ່າຈະອອກລູກ.

ໄກ່ທີ່ໂຕໃຫຍ່ເຕັມທີ່ ຈະມີນ້ຳໜັກໂຕລະປະມານ 4-6 ກິໂລກຼາມ ຂຶ້ນຢູ່ກັບພັນຂອງໄກ່ ແລະ ມີອາຍຸສະເລ່ຍ 5-10 ປີ. ຜູ້ທີ່ມັກໃນໂຕໄກ່ຫຼາຍຄົນບອກວ່າ: ໄກ່ໄດ້ໃຫ້ຫຼາຍຢ່າງຫຼາຍກວ່າອອກໄຂ່ ຢ່າງທຳອິດເລີຍຄືໄກ່ເປັນຜູ້ບໍລິໂພກລຳດັບທີໜຶ່ງ ແລະ ເປັນໂຕຄວບຄຸມແມງໄມ້ທີ່ດີອີກດ້ວຍ ເພາະໄກ່ສາມາດກິນເຫັບໄດ້ຫຼາຍເຖິງ 80 ໂຕຕໍ່ຊົ່ວໂມງ ແລະ ຄົນທີ່ລ້ຽງກໍຍັງມ່ວນຊື່ນໄປກັບການເບິ່ງກິດຈະກຳທີ່ມັນຫຼິ້ນປະຈຳວັນ ວ່າມັນເຮັດຫຍັງແດ່.

ນອກຈາກນີ້ ຍັງມີຄົນລ້ຽງໄດ້ບອກອີກວ່າ ລາວໄດ້ນັ່ງເບິ່ງໄກ່ສອງໂຕ ທີ່ລາວລ້ຽງໃນໄລຍະໂຄວິດ ເຊິ່ງມັນໄດ້ເຂ່ຍດິນບໍລິເວນດິນຫຼັງເຮືອນ ມັກໃນການທີ່ມັນໃຊ້ຊີວິດ ແລະ ປະຫຼາດໃຈໂຕເອງທີ່ມັກລ້ຽງໄກ່ ແລະ ມ່ວນໄປກັບມັນ.

ຂອບໃຈຂໍ້ມູນຈາກ: https://bit.ly/2RdpBuc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/