ທີມພັດທະນາ DogeCoin ເປີດເຜີຍ Elon Musk ໄດ້ໃຫ້ຄຳປຶກສາກັບທີມພັດທະນາຕະຫຼອດ 2 ປີທີ່ຜ່ານມາ


ຫຼັງຈາກທີ່ເຫັນ Elon Musk ປັ່ນກະແສຂອງຫຼຽນ Dogecoin ຈົນເຮັດໃຫ້ລາຄາຂຶ້ນລົງຕາມໃຈ ທີມພັດທະນາຫຼຽນ Dogecoin ກໍໄດ້ອອກມາເປີດເຜີຍວ່າ Elon Musk ໄດ້ຕິດຕໍ່ທີມງານຂອງພວກເຂົາ ແລະ ໃຫ້ຄຳປຶກສາຢູ່ເບື້ອງຫຼັງທີມພັດທະນາຕະຫຼອດມາຕັ້ງແຕ່ປີ 2019 ແລະ ເຄີຍຂໍສະເໜີຊື້ຕົວທີມພັດທະນາຂອງ Dogecoin ທີ່ມີທັງໝົດ 4 ຄົນໄປນຳອີກ, ທາງ Elon Musk ກໍໄດ້ຢ້ຳເຕືອນໃຫ້ພວກເຂົາ “ເພີ່ມປະສິດທິພາບໃນການໃຊ້ພະລັງງານຕໍ່ການເຮັດທຸລະກຳມາຕະຫຼອດ”.

ທາງຜູ້ພັດທະນາກໍໄດ້ກ່າວວ່າຄຳແນະນຳຕ່າງໆທີ່ Elon Musk ໃຫ້ມານັ້ນລ້ວນແລ້ວແຕ່ເປັນປະໂຫຍດ ແລະ ພວກເຂົາກໍຮັບຟັງມາຕະຫຼອດ ແລະ ເມື່ອເຂົາສະເໜີເງິນທຶນໃຫ້ແກ່ທີມ ແລະ ຂໍເຂົ້າມາເປັນຫົວໜ້າທີມ ກັບກາຍເປັນວ່າຖືກທີມນີ້ປະຕິເສດ.

ຜູ້ຄົນຕ່າງກໍຕັ້ງຄຳຖາມ ວ່າເປັນຫຍັງ Elon Musk ຈຶ່ງໃຫ້ຄວາມສົນໃຈແກ່ຫຼຽນ Dogecoin ນີ້ ແລະ ຍັງສ້າງການເຄື່ອນເໜັງໃຫ້ແກ່ມູນຄ່າຂອງຫຼຽນຢູ່ຕະຫຼອດເວລາ?

ຂອບໃຈຂໍ້ມູນຈາກ : https://bit.ly/3v2Pdsp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/