8 ກຳມະການຕັດສິນ ແລະ 10 ຄຸນສົມບັດທີ່ຈະໄດ້ເປັນ Miss Universe 2020


ລາຍຊື່ກຳມະການຕັດສິນນາງງາມ ໄດ້ອອກມາແລ້ວ ເຊິ່ງແຕ່ລະຄົນກໍມີປະສົບການ ແລະ ຄວາມສາມາດຫຼາຍດ້ານ ເໝາະສົມທີ່ຈະເຮັດໜ້າທີ່ນີ້, ເຊິ່ງປະກອບມີ 8 ທ່ານຄື:

  1. Arden Cho ເປັນນາງແບບ, ນັກຮ້ອງ ແລະ ນັກສະແດງ ຊາວອາເມຣິກາທີ່ມີເຊື້ອສາຍເກົາຫຼີ ມີຜົນງານການສະແດງສ້າງຊື່ສຽງຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ Teen Wolf ທາງຊ່ອງ MTV.
May be an image of 1 person, cosmetics and text that says 'ARDEN CHO SELECTION COMMITTEE THE 69TH MISS UNIVERSE COMPETITION'
  1. Brook Lee ເປັນ Miss USA 1997 ແລະ Miss Universe 1997 ຈາກສະຫະລັດອາເມຣິກາ.
May be an image of 1 person and text that says 'BROOK LEE SELECTION COMMITTEE THE 69TH MISS UNIVERSE COMPETITION'
  1. Christine Duffy ເປັນນັກທຸລະກິດຊາວອາເມຣິກາ ແລະ ປະທານ Carnival Cruise Line.
May be an image of 1 person and text that says 'CHRISTINE DUFFY SELECTION COMMITTEE THE 69TH 69 MISS UNIVERSE COMPETITION'
  1. Deepika Mutyala ເປັນ Influenser, Youtuber, ພິທີກອນໂທລະພາບ, ຊ່າງເຮັດຜົມ ແລະ ຜູ້ປະກອບການທຸລະກິດຄວາມງາມ ຜູ້ໃຫ້ຄວາມສຳຄັນກັບຄ່ານິຍົມແບບເອເຊຍ.
May be an image of 1 person and text that says 'DEEPICA MUTYALA SELECTION COMMITTEE THE 69TH 69 MISS UNIVERSE COMPETITION'
  1. Keltie Knight ເປັນນັກສະແດງ, ຜູ້ສື່ຂ່າວ ແລະ ພິທີກອນຊື່ດັງຊາວແຄນນາດາ.
May be an image of 1 person and text that says 'KELTIE KNIGHT SELECTION COMMITTEE THE 69TH MISS UNIVERSE COMPETITION COMPETI'
  1. Zuleyka Rivera ເປັນພິທີກອນ, ນາງແບບ, ນັກສະແດງ ແລະ Miss Universe 2006 ຈາກປະເທດເປີໂຕຣິໂກ.
May be an image of 1 person and text that says 'ZULEYKA RIVERA SELECTION COMMITTEE THE 69TH 69 MISS UNIVERSE COMPETITION'
  1. Tatyana Orozco ນັກເສດຖະສາດ ແລະ ຜູ້ຊ່ຽວຊານ ທາງດ້ານການຕະຫຼາດຈາກປະເທດໂຄລອມເບຍ.
May be an image of 1 person and text that says 'TATYANA OROZCO SELECTION COMMITTEE THE THE69TH MISS UNIVERSE COMPETITION'
  1. Sheryl Adkins-Green ເຈົ້າຂອງທຸລະກິດເຄື່ອງສຳອາງ ແລະ ຄວາມງາມລະດັບໂລກ.
May be an image of 1 person and text that says 'SHERYL ADKINS-GREEN SELECTION COMMITTEE THE 69TH MISS UNIVERSE COMPETITION'

ນອກຈາກນີ້ ທາງທີມງານຍັງເຜີຍເຖິງຄຸນສົມບັດຂອງນາງງາມທີ່ອົງກອນ ກຳລັງຕ້ອງການແມ່ນມີຄຸນສົມບັດຄືດັ່ງນີ້:

  • ຄົນໃນກອງຕ້ອງສຳຜັດໄດ້ເຖິງຈິດວິນຍານຄວາມເປັນນາງງາມຈັກກະວານ ຕັ້ງແຕ່ທຳອິດທີ່ເຫັນ ຕ້ອງມີເປົ້າໝາຍທີ່ຊັດເຈນ.
  • ນາງງາມຄົນນັ້ນຕ້ອງໂຟກັດ ແລະ ຈົດຈໍ່ກັບການແຂ່ງຂັນຕະຫຼອດເວລາ, ຕ້ອງມີຄວາມໝັ້ນໃຈທີ່ສະແດງອອກມາທາງສີໜ້າ ແລະ ສາຍຕາ ຕອນທີ່ເຂົ້າມາ ຫຼື ອອກໄປ.
  • ຕ້ອງມີຄວາມໝັ້ນໃຈທີ່ມາຈາກຕົວຕົນທີ່ແທ້ຈິງ ບໍ່ພຽງແຕ່ການສະແດງ ທ່າທາງພາຍນອກເປັນແບບໃດກໍຕ້ອງເປັນແບບນັ້ນ ທີ່ສຳຄັນຕ້ອງໝັ້ນໃຈເປັນທີ່ສຸດ.
  • ຕ້ອງໝັ້ນໃຈ ແລະ ຮູ້ຕົວຢູ່ຕະຫຼອດເວລາວ່າກຳລັງເຮັດຫຍັງຢູ່ ຮູ້ວ່າຊຸດລາຕີເປັນແບບໃດ ໜ້າຜົມວາງແຜນມາແບບໃດ, ທຸກຢ່າງຕ້ອງລົງຕົວ ແລະ ເຂົ້າກັບນາງງາມຄົນນັ້ນ.
  • ຕ້ອງເປັນພີເຊັນເຕີສິນຄ້າ ໃຫ້ກັບສະປອນເຊີໄດ້ເປັນຢ່າງດີ.
  • ຕ້ອງເປັນຕົວຂອງຕົນເອງໃນເວີຊັ່ນທີ່ດີທີ່ສຸດ ຢ່າພະຍາຍາມທີ່ເປັນແບບຄົນອື່ນ, ບໍ່ຕ້ອງພະຍາຍາມເປັນນາງງາມຈັກກະວານຄົນທີ່ຜ່ານໆມາ ແລະ ຕ້ອງດີໃຈມ່ວນຊື່ນກັບການປະກວດ ເຮັດໃຫ້ມີຄວາມສຸກໃນແຕ່ລະມື້ ໂດຍສະເພາະມື້ການແຂ່ງຂັນ.
  • ຄົນທີ່ຈະບໍ່ມີທາງໄດ້ມົງກຸດຄືຄົນທີ່ປອມ, ປະດິດ, ສະແດງເກັ່ງ ເພາະກຳມະການທຸກຄົນເຂົາເບິ່ງອອກ ແລະ ຈະບໍ່ມີທາງທີ່ຈະເອົາຄົນແບບນັ້ນໄດ້ມົງເປັນອັນຂາດ.
  • ຕັ້ງແຕ່ຂຶ້ນເຮືອບິນຈາກປະເທດມາ ຈະຕ້ອງຮູ້ວ່າຕົນເອງມາເຮັດຫຍັງ, ຕ້ອງການຫຍັງ ແລະ ນຳສະເໜີຕົນເອງໃນແບບທີ່ເປັນ.
  • ໂຄງການບໍ່ໄດ້ເຈາະຈົງວ່າຕ້ອງເປັນຫຍັງ ແຕ່ຕ້ອງເປັນສິ່ງທີ່ປ່ຽນແປງຊີວິດຄົນອື່ນໆໄດ້ຫຼາຍ ຄົນນັ້ນຕ້ອງເຮັດຫຍັງບາງສິ່ງ ເພື່ອພັດທະນາຕົນເອງ ແລະ ຜູ້ອື່ນ.
  • ໂຊຊຽວມີເດຍບໍ່ມີຜົນໃດໆ ຍອດຜູ້ຕິດຕາມບໍ່ມີຜົນ ເມື່ອມົງລົງແລ້ວຜູ້ຕິດຕາມຈະເພີ່ມຂຶ້ນເອງ.

ຂອບໃຈຂໍ້ມູນຈາກ:
https://bit.ly/3bsqHJs
https://bit.ly/3eOv8Ab

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/