ແມ່ຍິງອອສເຕເລຍເຂົ້າຮັບການຜ່າຕັດ ຕື່ນມາພົບວ່າຕົນເອງມີ “ສຳນຽງໄອຣິດ” ແບບງົງໆ!!!


ທຸກໆການຜ່າຕັດ ແນ່ນອນວ່າມີຄວາມສ່ຽງກັບຜົນຂ້າງຄຽງທີ່ຈະຕາມມາຢູ່ແລ້ວ ແຕ່ວ່າສຳລັບແມ່ຍິງຊາວອອສເຕເລຍຄົນນີ້ແປກກວ່າຄົນອື່ນ, ເມື່ອລາວເຂົ້າຜ່າຕັດຕ່ອມທ່ອນຊິລ ຕື່ນມາພົບວ່າ ຕົນເອງມີສຳນຽງຊາວໄອຣິດ!!! ຄວາມງົງເກີດຂຶ້ນ ເພາະຕົນເອງບໍ່ເຄີຍໄປໄອແລນມາກ່ອນ!!!!

ແອງຈີ້ ແມັກເຢນ (Angie Mcyen) ໄດ້ກ່າວໃນ TikTok ວ່າ ເມື່ອຕົນເອງເຂົ້າຮັບການຜ່າຕັດຕ່ອມທອນຊິລ ແລ້ວພັກຟື້ນມື້ທີ 2 ຕອນອາບນ້ຳ ແລະ ຮ້ອງເພງຢູ່ກໍຕ້ອງແປກໃຈ ເມື່ອຢູ່ດີໆຕອນທີ່ເວົ້າອອກມາກໍກາຍເປັນສຳນຽງໄອຣິດ “ທຳອິດຂ້ອຍບໍ່ຢາກເຊື່ອເລີຍ ຂ້ອຍຄິດວ່າມັນອາດເປັນພຽງຝັນຮ້າຍ ແຕ່ມັນບໍ່ແມ່ນເລີຍ ສຳນຽງອອສຊີ້ຂອງຂ້ອຍຫາຍໄປແລ້ວ!”

ແອງຈີ້ເຊື່ອວ່າຕົນເອງມີຜົນຂ້າງຄຽງເປັນໂຣກ “ສຳນຽງຕ່າງປະເທດກະທັນຫັນ” (Foreign Accent Syndrome) ເຊິ່ງເປັນໂຣກຫາຍາກ ມີພຽງແຕ່ 100 ຄົນເທົ່ານັ້ນທີ່ພົບໃນໂລກ ເຊິ່ງເກີດຈາກອາການບາດເຈັບໃນສະໝອງ ເຮັດໃຫ້ສູນເສຍສຳນຽງຕາມທຳມະຊາດໄປ ໂດຍທາງແພດເອງກໍບໍ່ສາມາດອະທິບາຍໄດ້ວ່າມັນເກີດຂຶ້ນໄດ້ແນວໃດ ໄດ້ແຕ່ບອກວ່າ ປ່ອຍໃຫ້ຮ່າງກາຍຮັກສາຕົນເອງ.

ຢ່າງໃດກໍຕາມໂຣກນີ້ບໍ່ສາມາດເຮັດໃຫ້ມີສຳນຽງໃໝ່ໄດ້ ເມື່ອຜູ້ປ່ວຍບໍ່ເຄີຍໄປ ຫຼື ຮຽນເວົ້າພາສາປະເທດນັ້ນມາກ່ອນ, ໃນກໍລະນີແອງຈີ້ ອາດຈະເປັນຍ້ອນຄາງກະໄຕ ແລະ ລີ້ນອາດຈະເກີດຜົນກະທົບ ຈາກນັ້ນຄົນທີ່ໄດ້ຍິນອາດຈະເກີດອາການ Pareidolia ທີ່ຄິດໄປເອງວ່າສຳນຽງປ່ຽນເປັນສຳນຽງໄອຣິດ ເພາະເປັນສຳນຽງທີ່ໃກ້ຄຽງທີ່ສຸດ.

ຂອບໃຈຂໍ້ມູນຈາກ:
https://bit.ly/3ojZ0aX
https://bit.ly/3fiMLHm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/