Barcelona ເປີດແຜນພັດທະນາເມືອງ 10 ປີ ຫວັງລົດມົນລະພາວະໃນພື້ນທີ່ຢູ່ອາໄສ


ຖ້າເວົ້າເຖິງປະເທດທີ່ມີຜັງເມືອງສວຍງາມ ແລະ ເຕັມໄປດ້ວຍການໃຊ້ຜັງເມືອງທີ່ຕອບໂຈດການໃຊ້ຊີວິດຂອງຜູ້ຄົນ ເມືອງບາເຊໂລນ້າ ປະເທດສະເປນ ໜ້າຈະເປັນຕົວເລືອກອັນດັບຕົ້ນໆທີ່ຫຼາຍຄົນນຶກເຖິງ ແຕ່ການພັດທະນາຂອງເມືອງບາເຊໂລນ້າບໍ່ຢຸດໄວ້ພຽງເທົ່ານັ້ນ ເພາະຫຼ້າສຸດບາເຊໂລນ້າໄດ້ເປີດຕົວແຜນທວງຄືນພື້ນທີ່ສີຂຽວ ປ່ຽນພື້ນທີ່ສຳລັບລົດໃຫ້ກາຍມາເປັນສວນສາທາລະນະ ເພື່ອລົດມົນລະພາວະ ແລະ ສ້າງພື້ນທີ່ສະອາດໃຫ້ຄົນໃນເມືອງ.

ສຳລັບແຜນເພີ່ມພື້ນທີ່ສີຂຽວນີ້ ມີໄລຍະເວລາໃນການດຳເນີນການຢູ່ທີ່ 10 ປີ, ໂດຍມຸ່ງເນັ້ນໄປທີ່ເຂດ Eixample ຕອນກາງເປັນຫຼັກ ຈຸດເດັ່ນຂອງເຂດນີ້ຄືຜັງເມືອງເປັນຮູບກຣິດ ເຊິ່ງໄດ້ຮັບການອອກແບບໃນສະຕະວັດທີ 20 ໂດຍວິສະວະກອນ Ildefons Cerdà ເພື່ອໃຫ້ຖະໜົນທຸກເສັ້ນສາມາດເຊື່ອມຕໍ່ເຖິງກັນໄດ້.

ເມືອງບາເຊໂລນ້າມຸ່ງເນັ້ນຈະຈຳກັດການໃຊ້ລົດສ່ວນຕົວໃນເຂດນີ້ ແຕ່ຈະມີການເພີ່ມທາງຍ່າງ (footpath) ແລະ ທາງສຳລັບລົດຖີບ. ອີກທັງຍັງມີແຜນສ້າງຈະຕຸລັດສາທາລະນະ 21 ຈຸດບໍລິເວນທາງແຍກ ເພື່ອໃຫ້ປະຊາຊົນໃນພື້ນທີ່ຢູ່ຫ່າງຈາກສວນສາທາລະນະບໍ່ເກີນ 200 ແມັດ.

Janet Sanz ຮອງນາຍົກເທດສະມົນຕີ ກ່າວວ່າ Cerdà ອອກແບບໃຫ້ບາເຊໂລນ້າເປັນເມືອງທີ່ທັນສະໄໝສຳລັບສະຕະວັດທີ 19 ແລະ ນີ້ເຮົາກຳລັງຈະໃຫ້ Eixample ເປັນພື້ນທີ່ສຳລັບສະຕະວັດທີ 21.

ສຳລັບງົບປະມານໃນການດຳເນີນການຕາມແຜນຈະຢູ່ທີ່ປະມານ 37.8 ລ້ານເອີໂຣ ໂດຍແຜນການນີ້ເປັນການນຳເອົາໂຄງການ Super Blocks ທີ່ເປີດຕົວໃນປີ 2016 ມາຕໍ່ຍອດ ເພື່ອອອກແບບໃຫ້ຊຸມຊົນສຳລັບເມືອງໃຫຍ່ຢູ່ຢ່າງໃກ້ຊິດກັນຫຼາຍຂຶ້ນ ຄືນຖະໜົນໃຫ້ກັບປະຊາຊົນ ເພື່ອສົ່ງເສີມໃຫ້ຄົນຍ່າງ ຫຼື ຖີບລົດຖີບ ແລະ ໃຊ້ລົດສ່ວນຕົວໜ້ອຍລົງ ເພື່ອໃຫ້ຊຸມຊົນຢູ່ດີ ມີຊີວິດຍືນຍາວ ແລະ ມີຄວາມສຸກ.

ແຜນເພີ່ມພື້ນທີ່ສີຂຽວນີ້ ມີຈຸດມຸ່ງໝາຍໃນການແກ້ໄຂບັນຫາຂາດແຄນພື້ນທີ່ສາທາລະນະທີ່ມີມາຢ່າງດົນນານ ແລະຈັດການກັບບັນຫາມົນລະພິດທີ່ເປັນອັນຕະລາຍກັບຜູ້ຢູ່ອາໄສ. ທີ່ຜ່ານມາ ບາເຊໂລນ້າເກືອບຈະບໍ່ເຄີຍຈຳກັດປະລິມານມົນລະພິດໃຫ້ຢູ່ພາຍໃຕ້ຂໍ້ກຳນົດຂອງອົງກອນອະນາໄມໂລກ (WHO) ໄດ້ສຳເລັດ ນີ້ຈຶ່ງເປັນຈຸດເລີ່ມຕົ້ນອັນດີ ທີ່ເມືອງຈະຫັນມາດູແລສຸຂະພາບຜູ້ຢູ່ອາໄສຢ່າງຈິງຈັງ.

ແນວໃດກໍຕາມ ບາເຊໂລນ້າບໍ່ແມ່ນເມືອງທຳອິດທີ່ນຳເອົາກົນລະຍຸດນີ້ມາປັບໃຊ້ ເມືອງໃຫຍ່ໆ ຢ່າງປາຣີ ແລະ ມິລານ ກໍພົບບັນຫາໃນແບບດຽວກັນ ແລະ ໄດ້ນຳມາດຕະການຕ່າງໆ ທັງປິດຖະໜົນຊົ່ວຄາວ, ເພີ່ມທາງຍ່າງ, ຂະຫຍາຍຊ່ອງທາງລົດຖີບ, ລວມເຖິງເພີ່ມພື້ນທີ່ສາທາລະນະໃນເມືອງ ມາແກ້ໄຂບັນຫາມົນລະພິດເກີນຂໍ້ຈຳກັດ.

ທີ່ມາ: https://www.facebook.com/thematterco/photos/a.1735876059961122/2745150272367024