Aquaman and the Lost Kingdom ໄດ້ຄະແນນຈາກ Rotten Tomatoes ພຽງ 36%


ຫຼືນີ້ອາດໝົດຍຸກຂອງຊຸບເປີຮີໂຣ້ແລ້ວ? Rotten Tomastoes ເວັບໄຊລວບລວມຄຳວິຈານທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດໄດ້ອອກມາເປີດເຜີຍຄະແນນຂອງຮູບເງົາ Aquaman and the Lost Kingdom ກາຍເປັນຮູບເງົາທີ່ມີຄະແນນຕ່ຳສຸດໃນຈັກກະວານຂອງປີ 2023 ນີ້.
Aquaman and the Lost Kingdom ເປັນຮູບເງົາສຸດທ້າຍໃນຈັກວານ DCEU (DC Extended Universe) ພ້ອມກັບໄດ້ຮັບຄະແນນຈາກເວັບໄຊ Rotten Tomastoes ໄປພຽງ 36 % ເທົ່ານັ້ນ.
ໂດຍຄຳວິຈານສ່ວນໃຫຍ່ແມ່ນບອກເປັນສຽງດຽວກັນວ່າ ມີເນື້ອຫາທີ່ໜ້າເບື່ອໜ່າຍເກີນໄປ, ບົດທີ່ສັບສົນ ພ້ອມກັບຂາດຄວາມໜ້າສົນໃຈຫຼືໃນອີກມຸມມອງໜຶ່ງຄືກະແສຮີໂຣ້ອາດຈະຕົກໄປແລ້ວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/