ຫວຽດນາມ ຈັບມືກັບ ໄທ-ຟິລິບປິນ ຮັດແໜ້ນຮ່ວມມືກັນສົ່ງເສີມການສົ່ງອອກເຂົ້າ


ຫວຽດນາມ ໄດ້ເຮັດຂໍ້ຕົກລົງກັບໄທ ແລະ ຟິລິບປິນ ໃນການກະຊັບຄວາມຮ່ວມມືດ້ານການສົ່ງອອກເຂົ້າ ເພື່ອຮັບປະກັນຄວາມໝັ້ນຄົງທາງອາຫານໃນລະດັບໂລກພູມີພາກ.

ຜູ້ນຳຂອງໄທ ແລະ ຫວຽດນາມ ຕົກລົງຍົກລະດັບການຄ້າ 2 ທາງລະຫວ່າງ 2 ປະເທດກ້າວສູ່ມູນຄ່າ 2.5 ໝື່ນລ້ານໂດລາສະຫະລັດໃນໄວໆນີ້ ຜ່ານການສ້າງເງື່ອນໄຂທີ່ເອື້ອຍອຳນວຍກ່ຽວກັບຜົນປະໂຫຍດຮ່ວມກັນຫຼາຍຂຶ້ນສຳລັບການນຳເຂົ້າ ແລະ ການສົ່ງອອກ ເຊິ່ງລວມເຖິງເຂົ້າອີກດ້ວຍ.

ໃນປັດຈຸບັນ ໄທເປັນຄູ່ຄ້າລາຍໃຫຍ່ທີ່ສຸດໃນອາຊຽນຂອງຫວຽດນາມ ໂດຍມີມູນຄ່ານຳເຂົ້າ-ສົ່ງອອກ ສູງເຖິງ 2.15 ໝື່ນລ້ານໂດລາສະຫະລັດໃນປີຜ່ານມາ, ໃນຂະນະດຽວກັນໄທກໍເປັນນັກລົງທຶນຕ່າງຊາດອັນດັບທີ 9 ຂອງຫວຽດນາມອີກດ້ວຍ.

ຫວຽດນາມ ແລະ ໄທ ຍັງມີຂໍ້ຄິດລິເລີ່ມວ່າດ້ວຍການເຊື່ອມໂຍງ 3 ດ້ານ Three Connections Initiative ເຊິ່ງຈະໃຫ້ຄວາມສຳຄັນກັບຄວາມຮ່ວມມືໃໝ່ໆ ເຊັ່ນ: ການເຂົ້າສູ່ ດິຈິຕອນ, ການເຂົ້າສູ່ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ.

ທາງຝັ່ງນາຍົກຫວຽດນາມ ແລະ ປະທານາທິບໍດີຟິລິບປິນ ຕົກລົງທີ່ຈະຍົກລະດັບຄວາມໝັ້ນຄົງທາງອາຫານໃນລະດັບໂລກ ແລະ ລະດັບພູມີພາກ. ເນື່ອງຈາກທັງ 2 ປະເທດເປັນຜູ້ສົ່ງອອກເຂົ້າໄປສູ່ຫຼາຍໆປະເທດ ແລະ ຟິລິບປິນກໍມີການນຳເຂົ້າຈາກຫວຽດນາມອີກດ້ວຍ.

ໃນບັນດາປະເທດຜູ້ນຳເຂົ້າຈາກຫວຽດນາມ ຟິລິບປິນ ເປັນປະເທດທີ່ນຳເຂົ້າສູງເຖິງ 2.4 ລ້ານໂຕນຈາກຫວຽດນາມ ຄິດເປັນມູນຄ່າສູງເຖິງ 1.5 ພັນລ້ານໂດລາສະຫະລັດ. 

ໃນ 11 ເດືອນ ທຳອິດຂອງປີ 2023 ຫວຽດນາມ ມີລາຍຮັບເຖິງ 4.4 ພັນລ້ານໂດລາສະຫະລັດ ຈາກການສົ່ງອອກເຂົ້າ 7.75 ລ້ານໂຕນໄປຍັງປະເທດຕ່າງໆທົ່ວໂລກ ເຊິ່ງສະເລ່ຍຢູ່ທີ່ 568 ລ້ານໂດລາສະຫະລັດຕໍ່ໂຕນ ເພີ່ມຂຶ້ນ 17% ເມື່ອທຽບໃສ່ກັບໄລຍະດຽວກັນກັບປີທີ່ຜ່ານມາ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/