Minimalist Wedding ງານດອງທີ່ຈັດແບບລຽບງ່າຍ ແຕ່ປະທັບໃຈ


ໄລຍະນີ້ ເລີ່ມກ້າວເຂົ້າສູ່ເທດສະການງານດອງ ບັນດາຄູ່ບ່າວສາວຫຼາຍຄົນຂຸ້ນຂ້ຽວກັບການຊອກຫາໄອເດຍ ແລະ ກະກຽມຄວາມພ້ອມສໍາລັບງານສ້າງຄອບຄົວໃໝ່ຂອງຕົນເອງ. ດັ່ງນັ້ນ, ມື້ນີ້ ພວກເຮົາໄດ້ນໍາເອົາເທຣນການຈັດງານແຕ່ງດອງ Minimalist Wedding ເຊິ່ງເປັນຮູບແບບງານດອງທີ່ເນັ້ນຄວາມລຽບງ່າຍ ອົບອຸ່ນ ເປັນກັນເອງ ບໍ່ໃຊ້ງົບປະມານສູງເກີນໄປ ເໝາະກັບສະພາບເສດຖະກິດໄລຍະນີ້ທີ່ສຸດ ແຖມຍັງໄດ້ໃຈແຂກຜູ້ມາຮ່ວມງານອີກດ້ວຍ ເນື່ອງຈາກເປັນງານທີ່ມີຄົນກັນເອງ ແລະ ບ່າວສາວມີເວລາເຫຼືອສໍາລັບເບິ່ງແຍງແຂກພາຍໃນງານໄດ້ຢ່າງເຕັມທີ່ນັ້ນເອງ.

 ສໍາລັບເທຣນ Minimalist Wedding ກ່ອນໜ້ານີ້ ແມ່ນເປັນທີ່ນິຍົມຫຼາຍໃນຕ່າງປະເທດ ເນື່ອງຈາກຄູ່ບ່າວສາວຕ້ອງການຈັດງານໃຫ້ເບິ່ງອອກມາລຽບງ່າຍ ເນັ້ນເຄື່ອງຕົບແຕ່ງບໍ່ຫຼາຍ. ສະນັ້ນ, ສໍາລັບໃຜທີ່ກໍາລັງຊອກຫາໄອເດຍການກະກຽມງານແຕ່ງດອງໃຫ້ອອກມາລຽບງ່າຍແຕ່ປະທັບໃຈ ມື້ນີ້ພວກເຮົາໄດ້ມີໄອເດຍມາຝາກ.

  1. ຕ້ອງເຮັດໃຫ້ງານມີຄວາມເອກະລັກສະເພາະ

ດັ່ງທີ່ເຮົາຮູ້ແລ້ວວ່າ, ຮູບແບບງານດອງແບບ Minimalist Wedding ເນັ້ນໄປທີ່ຄວາມສະເພາະເຈາະຈົງ, ເປັນເອກະລັກບໍ່ຊ້ຳໃຜ ແລະ ລຽບງ່າຍ. ດັ່ງນັ້ນ, ຖ້າທ່ານຄິດຢາກຈັດງານດອງໃຫ້ອອກມາຮູບແບບນີ້ ກ່ອນອື່ນໝົດ ຈະຕ້ອງຈົດລາຍຊື່ແຂກທີ່ຈະເຊີນມາຮ່ວມງານດ້ວຍຈໍານວນທີ່ສະເພາະເຈາະຈົງ, ເນັ້ນເຊີນສະເພາະຄົນໃກ້ຊິດສະໜິດສະໜົມ ເທົ່ານັ້ນ. ການເຊີນແຂກໃຫ້ໜ້ອຍລົງ ຈະຊ່ວຍເລື່ອງການປະຢັດລາຍຈ່າຍກະກຽມງານຕ່າງໆ, ຊ່ວຍໃຫ້ບັນຍາກາດໃນງານເຕັມໄປດ້ວຍຄວາມອົບອຸ່ນ ຍ້ອນມີແຕ່ຄົນກັນເອງ ແລະ ຊ່ວຍໃຫ້ທ່ານສາມາດເບິ່ງແຍງແຂກໄດ້ຢ່າງທົ່ວເຖິງ.

  1. ອອກແບບບັດເຊີນໃຫ້ງ່າຍດາຍທີ່ສຸດ

ໜຶ່ງໃນເຄັດລັບທີ່ຈະຊ່ວຍໃຫ້ງານດອງຂອງທ່ານ ອອກມາຮຽບງ່າຍສະໄຕລ໌ Minimal ຈະຕ້ອງເນັ້ນອອກແບບບັດເຊີນໃຫ້ງ່າຍດາຍທີ່ສຸດ ຕົວຢ່າງເຊັ່ນ: ອາດເປັນບັດເຊີນດອງທີ່ຂຽນດ້ວຍລາຍມືຕົນເອງ ຫຼື ພິມດ້ວຍ Font ທີ່ຄ້າຍຄືລາຍມືຂຽນ, ສີຂອງບັດເຊີນຈະເນັ້ນໄປທີ່ສີອ່ອນໆເບິ່ງແລ້ວສະບາຍຕາ, ຕົວໜັງສືທີ່ຂຽນບໍ່ຫຼາຍຈົນຮົກເກີນໄປ ເປັນຕົ້ນ. ນອກນັ້ນ, ອາດປ່ຽນຈາກການພິມແຈກບັດເຊີນ ມາເປັນບັດເຊີນແບບດິຈິຕອນປາສະຈາກການນຳໃຊ້ເຈ້ຍແທນ ກໍຈະເປັນການຊ່ວຍຮັກສາສິ່ງແວດລ້ອມອີກດ້ວຍ.

  1. ເລືອກສະຖານທີ່ຈັດງານທີ່ບໍ່ມີການຕົບແຕ່ງຫຼູຫຼາ

ເນື່ອງຈາກຮູບແບບ Minimal ຈະເນັ້ນໄປທີ່ຄວາມຮຽບງ່າຍ. ສະນັ້ນ, ການເລືອກສະຖານທີ່ຈັດງານ ຄວນເນັ້ນສະຖານທີ່ ທີ່ບໍ່ແມ່ນພັດຕະຄານຫຼູຫຼາອະລັງການ ແຕ່ຈະເນັ້ນໄປທີ່ພື້ນທີ່ໂລ່ງໆກວ້າງຂວາງ, ສະບາຍຕາ, ອາດເນັ້ນໄປທີ່ສີຂຽວຈາກທຳມະຊາດ ເຊັ່ນ: ຈັດງານແຕ່ງຢູ່ສວນຫຍ້າສີຂຽວ ພື້ນທີ່ໂລ່ງກາງແຈ້ງ ເນັ້ນຄວາມເປັນທຳມະຊາດ ເປັນຫຼັກ. 

  1. ເລືອກຊຸດແຕ່ງດອງທີ່ລຽບງ່າຍ

ການເລືອກຊຸດແຕ່ງດອງ ໃຫ້ມີຄວາມເປັນ Minimal ແລະ ເປັນເອກະລັກບໍ່ຊ້ຳໃຜ ຈະຕ້ອງເນັ້ນສີບໍ່ໂດດເດັ່ນ ຫຼື ເຂັ້ມຈົນເກີນໄປ, ເນັ້ນຄວາມຮຽບງ່າຍ ແຕ່ເບິ່ງແລ້ວສະບາຍຕາ, ເຄື່ອງປະດັບບໍ່ຫຼາຍຈົນເກີນໄປ.

  1. ເນັ້ນການປະດັບປະດາຕົບແຕ່ງສະຖານທີ່ ແບບງ່າຍດາຍ

ຮູບແບບງານດອງສະໄຕລ໌ Minimal ຈະບໍ່ເນັ້ນການປະດັບປະດາດ້ວຍສາກຖ່າຍຮູບທີ່ອະລັງການຫຼູຫຼາແຕ່ຈະເນັ້ນຄວາມເປັນທຳມະຊາດ, ສີພື້ນໆ, ປະດັບດ້ວຍດອກໄມ້, ດອກຫຍ້າ ຫຼື ເຮັດພຸ່ມໄມ້, ເນັ້ນວັດຖຸທີ່ບໍ່ຫຼູຫຼາ ແຕ່ໃຫ້ຄວາມເປັນເອກະລັກສະເພາະ.

  1.  ວາລະຕ່າງໆຂອງງານ

ວາລະຂອງງານສຳຄັນບໍ່ໜ້ອຍໄປກວ່າການກະກຽມດ້ານອື່ນໆ ເນື່ອງຈາກວາລະຂອງງານສະໄຕລ໌ Minimal ຈະເນັ້ນໄປທີ່ວາລະແບບງ່າຍດາຍ, ບໍ່ຊັບຊ້ອນ, ບໍ່ຫຼາຍຂັ້ນຫຼາຍຕອນ ເຊັ່ນ: ລອງພິຈາລະນາຕັດຂັ້ນຕອນການໂຍນດອກໄມ້, ຂັ້ນຕອນການຕັດເຄັກ, ຂັ້ນຕອນການປ່ຽນຊຸດເຈົ້າບ່າວ-ເຈົ້າສາວ ທີ່ຕ້ອງປ່ຽນຫຼາຍຮອບ ເປັນຕົ້ນ.​

  1. ເນັ້ນອາຫານ ແລະ ເຄື່ອງດື່ມທີ່ງ່າຍດາຍ ແຕ່ມີເອກະລັກໃຫ້ຈົດຈໍາ

ອາຫານ ແລະ ເຄື່ອງດື່ມ ອາດບໍ່ເນັ້ນປະເພດທີ່ມີລາຄາສູງ ແຕ່ໃຫ້ເນັ້ນໄປທີ່ຄວາມລຽບງ່າຍ ທຳມະດາ ແຕ່ມີເອກະລັກສະເພາະອັນໂດດເດັ່ນ ເຊັ່ນ: ລອງພິຈາລະນາຈັດຂອງຫວານຂຶ້ນໂຕະ ເປັນປະເພດທີ່ບໍ່ເຄີຍມີໃນງານດອງອື່ນມາກ່ອນ ແຕ່ເປັນປະເພດເຂົ້າໜົມພື້ນເມືອງທີ່ຫາກິນໄດ້ຍາກ ເປັນຕົ້ນ.

  1. ພິເສດໄປກວ່ານັ້ນ ຖ້າຫາກງານດອງຂອງທ່ານ ມີສ່ວນເຮັດເພື່ອສັງຄົມ

ນອກຈາກຂໍ້ດີຂອງການຈັດງານດອງແບບລຽບງ່າຍ ມີສ່ວນຊ່ວຍຮັກສາສິ່ງແວດລ້ອມ, ຫຼຸດປະລິມານຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຈາກການຈັດງານແລ້ວ. ຖ້າວ່າທ່ານບໍ່ກັງວົນເລື່ອງເງິນໃສ່ຊອງ ຫຼື ຕ້ອງການໃຫ້ແຂກທີ່ມາຮ່ວມງານ ປະທັບໃຈໃນງານແຕ່ງດອງຂອງທ່ານຍິ່ງຂຶ້ນໄປອີກຈົນກາຍເປັນທີ່ຈົດຈໍາ ທ່ານອາດບອກກ່າວຢ່າງຊັດເຈນວ່າ: ເງິນຈຳນວນໜຶ່ງທີ່ແຂກໃສ່ມາໃນຊອງງານດອງຄັ້ງນີ້ ຈະຖືກແບ່ງໄປຊ່ວຍເຫຼືອສັງຄົມ ເຊັ່ນ: ເພື່ອເດັກນ້ອຍຜູ້ພິການທາງສາຍຕາ, ເພື່ອມູນນິທິກູ້ໄພ, ເພື່ອໂຮງໝໍເຂດຫ່າງໄກສອກຫຼີກ ເປັນຕົ້ນ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/54x6weh7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/