ເຊື້ອ HIVທາງສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ຫຼື APLPlusLaos ໄດ້ອອກມາເປີດເຜີຍຕົວເລກຂອງຜູ້ຕິດເຊື້ອ ແລະເສຍຊີວິດຈາກການຕິດເຊື້ອ HIV/AIDS ໂດຍລະບຸວ່າ ມີຜູ້ຕິດເຊື້ອ HIV ສະສົມ 17.730 ຄົນ, ເອດ 6.537 ຄົນ ແລະ ເສຍຊີວິດແລ້ວ 5.156 ຄົນ ເຊິ່ງ 66% ໃນຈໍານວນດັ່ງກ່່າວແມ່ນເພດຊາຍ. ທັງນີ້ຂໍ້ມູນຕົວເລກດັ່ງກ່າວແມ່ນມາຈາກ ສູນຕ້ານເອດ ແລະ ພຕພ (ພະຍາດຕິດຕໍ່ທາງເພດສຳພັນ) ໂດຍມີການການບັນທຶກມາຕັ້ງແຕ່ປີ 1990 – ມິຖຸນາ 2022.
ສຳລັບໃຜທີ່ຮູ້ສຶກວ່າຕົນເອງມີຄວາມສ່ຽງຫຼືມີອາການທີ່ຄ້າຍຄືຄົນຕິດເຊື້ອ ຫຼື ຢາກຮູ້ຂໍ້ມູນກ່ຽວກັບ HIV/AIDS ຄວນໄປປຶກສາແພດໝໍຜູ້ຊ່ຽວຊານ, ສູນຕ້ານເອດ ຫຼື ຕິດຕໍ່ໄປທີ່ເພຈ APLPlusLaos ເພາະທາງເພິ່ນຍິນດີໃຫ້ຄໍາປຶກສາ ແລະຄໍາແນະນຳດີໆ ໃຫ້ຢູ່ສະເໝີ.
ກ່ອນມີເພດສຳພັນຄວນປ້ອງກັນໂດຍການໃຊ້ຖົງຢາງອະນາໄມທຸກຄັ້ງ ດ້ວຍຄວາມຫ່ວງໃຍແລະຫວັງດີຈາກ Lao X.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/