APLPlusLaos ເຜີຍໃນ ສປປ ລາວ ມີຜູ້ຕິດເຊື້ອ HIV ສະສົມ 17.730 ຄົນ, ເອດ 6.537 ຄົນ ແລະ ເສຍຊີວິດແລ້ວ 5.156 ຄົນ

aplpluslaos-ເຜີຍໃນ-ສປປ-ລາວ-ມີຜູ້ຕິດເຊື້ອ HIV

ເຊື້ອ HIVທາງສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ຫຼື APLPlusLaos  ໄດ້ອອກມາເປີດເຜີຍຕົວເລກຂອງຜູ້ຕິດເຊື້ອ ແລະເສຍຊີວິດຈາກການຕິດເຊື້ອ HIV/AIDS ໂດຍລະບຸວ່າ ມີຜູ້ຕິດເຊື້ອ HIV ສະສົມ 17.730 ຄົນ, ເອດ 6.537 ຄົນ ແລະ ເສຍຊີວິດແລ້ວ 5.156 ຄົນ ເຊິ່ງ 66% ໃນຈໍານວນດັ່ງກ່່າວແມ່ນເພດຊາຍ. ທັງນີ້ຂໍ້ມູນຕົວເລກດັ່ງກ່າວແມ່ນມາຈາກ ສູນຕ້ານເອດ ແລະ ພຕພ  (ພະຍາດຕິດຕໍ່ທາງເພດສຳພັນ) ໂດຍມີການການບັນທຶກມາຕັ້ງແຕ່ປີ 1990 – ມິຖຸນາ 2022.

ສຳລັບໃຜທີ່ຮູ້ສຶກວ່າຕົນເອງມີຄວາມສ່ຽງຫຼືມີອາການທີ່ຄ້າຍຄືຄົນຕິດເຊື້ອ ຫຼື ຢາກຮູ້ຂໍ້ມູນກ່ຽວກັບ HIV/AIDS ຄວນໄປປຶກສາແພດໝໍຜູ້ຊ່ຽວຊານ, ສູນຕ້ານເອດ ຫຼື ຕິດຕໍ່ໄປທີ່ເພຈ APLPlusLaos ເພາະທາງເພິ່ນຍິນດີໃຫ້ຄໍາປຶກສາ ແລະຄໍາແນະນຳດີໆ ໃຫ້ຢູ່ສະເໝີ.

ກ່ອນມີເພດສຳພັນຄວນປ້ອງກັນໂດຍການໃຊ້ຖົງຢາງອະນາໄມທຸກຄັ້ງ ດ້ວຍຄວາມຫ່ວງໃຍແລະຫວັງດີຈາກ Lao X.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/