Alica Schmidt ນັກກິລາແລ່ນທີມຊາດເຢຍລະມັນ ທັງງາມທັງເກັ່ງ ຈົນໄດ້ຖືກຮັບເຊີນໃຫ້ເປັນນາງແບບ


ຫຼາຍຄົນກໍຄົງຈະຄຸ້ນເຄີຍພໍປະມານ ເພາະວ່າ Alica Schmidt ໄດ້ລົງແຂ່ງຂັນໃນມະຫະກຳກິລາ Tokyo Olympics 2020 ຄັ້ງທີ 16 ທີ່ຜ່ານມານີ້, ເຊິ່ງໄດ້ຖືກກ່າວເຖິງຢ່າງແຜ່ຫຼາຍພໍສົມຄວນ ກ່ຽວກັບຄວາມສາມາດ ແລະ ຮູບຮ່າງໜ້າຕາທີ່ງາມ ຮຸ່ນຮອຍປຽບດັ່ງນາງແບບ, ໃນປີ 2017 ໄດ້ຖືກຈັດເປັນນັກກິລາທີ່ງາມທີ່ສຸດໃນໂລກ ຈາກວາລະສານກິລາ Busted Coverage.

ໃນວັນທີ 23 ກັນຍາ 2021 ທີ່ຜ່ານມາ ກໍມີງານ “Hugo Boss Fashion Show” ແລະ Alica ກໍໄດ້ຖືກເຊີນໃຫ້ໄປເດີນແບບໃນງານພ້ອມ.

Alica Schmidt ເປັນນັກກິລາແລ່ນ ອາຍຸ 22 ປີ ທີ່ຜ່ານມາໄດ້ມີໂອກາດມາແຂ່ງຂັນມະຫະກຳກິລາ Olympics ທີ່ໂຕກຽວ ເປັນຕົວແທນຂອງທີມຊາດເຢຍລະມັນ ແຕ່ການແຂ່ງຂັນນັ້ນແມ່ນບໍ່ໄດ້ເຂົ້າຮອບຊິງຊະນະເລີດ,​ ແຕ່ກໍຍັງມີເລື່ອງທີ່ດີເຂົ້າມາຫາ ເພາະຄວາມສົມບູນແບບທັງໜ້າຕາ, ຮູບຮ່າງ, ຄວາມສາມາດຂອງລາວ ເຮັດໃຫ້ເຈົ້າຂອງແບຣນດັງ Hugo Boss ໃຫ້ຄວາມສົນໃຈ ຈົນໄດ້ຖືກເຊີນໄປຮ່ວມເປັນນາງແບບທີ່ເມືອງມິລານ.

Alica Schmidt ມີຄວາມດີໃຈ ແລະ ຕື່ນເຕັ້ນຫຼາຍ ເພາະໄດ້ໄປຮ່ວມງານທີ່ມິລານ. ຖືວ່າເປັນນັກກິລາຄົນໜຶ່ງ ທີ່ມີຄວາມໂດດເດັ່ນເພາະນອກຈາກຈະເປັນນັກກິລາແລ້ວ ກໍເປັນຄູສອນຟິດເນສ ແລະ ຍັງໄດ້ເປັນນາງແບບໃຫ້ກັບແບຣນດັງອີກພ້ອມ.

Alica Schmidt ເຄີຍປະຕິເສດຂໍ້ສະເໜີການເປັນນາງແບບໃຫ້ກັບວາລະສານຊື່ດັງຫຼາຍພາກສ່ວນທີ່ສົນໃຈຕິດຕໍ່ຫາ ແຕ່ລາວກໍໄດ້ປະຕິເສດໄປ ເພາະຄິດວ່າຕົນເອງເປັນນັກກິລາ ແລະ ຕ້ອງການໃຫ້ນາງແບບມືອາຊີບເຮັດວຽກດ້ານນີ້ແທນອາດຈະເໝາະສົມກວ່າ.

ປັດຈຸບັນຍອດການຕິດຕາມທາງ Instagram ຂອງ Alica Schmidt ໄດ້ເພີ່ມຂຶ້ນເປັນຈຳນວນຫຼາຍ ເນື່ອງຈາກໄດ້ຮັບຄວາມສົນໃຈເປັນພິເສດ ຕັ້ງແຕ່ລົງແຂ່ງຂັນມະຫະກຳກິລາທີ່ໂຕກຽວ ແລະ ຜົນງານທີ່ໜ້າສົນໃຈຂອງລາວຫຼາຍຢ່າງ ຍອດການຕິດຕາມກໍເພີ່ມຂຶ້ນ.

ຊ່ອງທາງຕິດຕາມ: Instagram (alicasmd)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/