ໜຸ່ມອິນໂດເນເຊຍແຕ່ງງານກັບໝໍ້ຫຸງເຂົ້າຂອງຕົນເອງ


ຄວາມຮັກກໍຄືສິ່ງທີ່ສວຍງາມ ແລະ ບໍ່ມີເຊິ່ງຂີດຈຳກັດ, ການແຕ່ງງານກໍບໍ່ແມ່ນຈຸດສິ້ນສຸດ ແຕ່ເປັນຈຸດເລີ່ມຕົ້ນພິສູດຄວາມຮັກ. ເຊັ່ນດຽວກັນກັບຊາຍຊາວອິນໂດເນເຊຍຜູ້ນີ້ ທີ່ໄດ້ມີຄວາມຮັກທີ່ບໍ່ມີຂີດຈຳກັດ ແລະ ກຳລັງເລີ່ມຕົ້ນພິສູດຄວາມຮັກຂອງລາວກັບໝໍ້ຫຸງເຂົ້າຂອງຕົນເອງດ້ວຍການແຕ່ງງານກັບມັນ ຈົນໄດ້ກາຍເປັນທີ່ຮືຮາໃນໂລກອອນລາຍ.

ພາຍໃຕ້ຊື່ lagidirumah ໃນທະວິດເຕີ, ລາວໄດ້ໂພສຮູບພິທີແຕ່ງງານຂອງຕົນເອງກັບໝໍ້ຫຸງເຂົ້າພ້ອມກັບແຄັບຊັ່ນວ່າ “Putih, pendiam, pintar memasak, idaman sekali” ທີ່ແປວ່າ “ຂາວ, ບໍ່ເວົ້າຫຼາຍ, ແລະຄົວກິນເກັ່ງ”. ມີຫຍັງອີກເດ ທີ່ຜູ້ຊາຍຍັງຈະຕ້ອງການຈາກຕົວຜູ້ຍິງ.

ໃນຮູບຖ່າຍທັງສາມຮູບນັ້ນ ທັງເຈົ້າບ່າວ ແລະ ເຈົ້າສາວຕ່າງກໍພາກັນແຕ່ງຕົວຕາມປະເພນີແຕ່ງງານທີ່ໄດ້ກຳນົດໄວ້, ເຊິ່ງເບິ່ງແລ້ວເປັນໄປໄດ້ຍາກຫຼາຍວ່າແມ່ນການຫຼິ້ນມ່ວນຫົວເທົ່ານັ້ນ ເພາະເຈົ້າສາວໃສ່ທັງຜ້າປົກໜ້າ ແຖມຍັງມີຮູບຖ່າຍຕອນເຈົ້າບ່າວເປີດຜ້າມາຈູບກັບເຈົ້າສາວ ທັງຍັງມີຮູບຕອນພວກເຂົາເຊັນໃບສັນຍາແຕ່ງງານນຳກັນເປັນຫຼັກຖານຢືນຢັນເຖິງຄວາມຮັກນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/