Aircar ລົດບິນໄດ້ຂອງແທ້ ໄດ້ຮັບອະນຸຍາດພ້ອມບິນແລ້ວມື້ນີ້!


ລົດບິນໄດ້ ຫຼື Aircar ເປັນການປະສົມປະສານລະຫວ່າງ ລົດ ແລະ ເຮືອບິນ ທີ່ຖືກປັບປ່ຽນຈາກເຄື່ອງຈັກຂອງລົດແບຣນ BMW, ໃຊ້ນ້ຳມັນແອັດຊັງໃນການແລ່ນ ດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ບິນຂຶ້ນໄດ້ສູງກວ່າ 2,500 ແມັດ ໄດ້ຮັບອະນຸຍາດພ້ອມບິນເທິງອາກາດ ໂດຍສຳນັກງານຂົນສົ່ງຂອງປະເທດສະໂລວາເກຍແລ້ວ!

ສາສະດາຈານ Stefan Klein ຈາກບໍລິສັດ Start Up ຢ່າງ Klein Vision ກ່າວວ່າ ຜົນການທົດລອງລົດດັ່ງກ່າວກວ່າ 70 ຊົ່ວໂມງເພື່ອກວດສອບການບິນກວ່າ 200 ຄັ້ງ, ມັນໃຊ້ເວລາພຽງ 2 ນາທີ ແລະ 15 ວິນາທີໃນການປ່ຽນຈາກລົດເປັນເຮືອບິນ ແລະ ການທີ່ໄດ້ຮັບໃບຢັ້ງຢືນນີ້ເປັນດັ່ງປະຕູທີ່ເປີດໃຫ້ບໍລິສັດຜະລິດລົດບິນເປັນຈຳນວນຫຼາຍໄດ້. ບໍ່ພຽງເທົ່ານັ້ນ, ມັນຍັງຈະຊ່ວຍການເດີນທາງຈາກໄລຍະກາງຫາໄລຍະໄກແກ່ມະນຸດເຮົາ.

ເມື່ອເດືອນມິຖຸນາທີ່ຜ່ານມາ, Klein Vision ໄດ້ມີການທົດລອງບິນລະຫວ່າງສະໜາມບິນນານາຊາດ Nitra ແລະ Bratislava ຂອງປະເທດສະໂລວາເກຍ ແລະແຜນຕໍ່ໄປໃນອະນາຄົດອັນໃກ້ແມ່ນຈະບິນຈາກລອນດອນ ໄປຫາ ປາຣີສ.

AirCar: Flying car completes airport test flights - Verdict

ມີບັນດາບໍລິສັດອື່ນໆທີ່ພາກັນພັດທະນາລົດທີ່ສາມາດຂັບຂີ່ລົງຖະໜົນ ພ້ອມທັງຍັງບິນໄດ້ເຊັ່ນດຽວກັນ ເຊັ່ນ: PAL-V Liberty ລົດບິນໄດ້ສາມຂາ ທີ່ໄດ້ຮັບອະນຸມັດນຳໃຊ້ພຽງແຕ່ຢູ່ເທິງຖະໜົນໃນທະວີບຢູ່ໂຣບເທົ່ານັ້ນ. ບໍ່ແນ່ວ່າ ໃນອະນາຄົດ ອາດຈະໄດ້ເຫັນລົດທີ່ບິນຢູ່ເທິງຟ້າ ແລະ ຂັບຂີ່ຢູ່ເທິງຖະໜົນໄປຫຼາຍຂຶ້ນ ນັບວ່າເປັນອະນາຄົດດັ່ງໃນກາຕູນຮູບເງົາທີ່ເຄີຍພົບເຫັນ.

ນອກຈາກນີ້​ ກໍມີບໍລິສັດທີ່ກຳລັງພັດທະນາ AirCar Taxi ຫຼື Air-Taxi ທີ່ເປັນບໍລິການລົດຂົນສົ່ງຜູ້ໂດຍສານແບບບິນໄດ້ ເຊັ່ນ: ບໍລິສັດ Boeing ເຈົ້າຂອງເຮືອບິນຍີ່ຫໍ້ດັງລະດັບໂລກ ກຳລັງລົງທຶນເງິນກວ່າ 450 ລ້ານໂດລາສະຫະລັດ ແກ່ບໍລິສັດທີ່ໃຫ້ບໍລິການຂົນສົ່ງຜູ້ໂດຍສານທີ່ຄາລິຟໍເນຍຢ່າງ Wisk ເພື່ອການພັດທະນາອະນາຄົດໃນການເດີນທາງໃຫ້ສະດວກສະບາຍຂຶ້ນໄປຕື່ມ ພ້ອມທັງຍັງເປັນຮູບແບບທີ່ໜ້າດຶງດູດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/