ອັງກິດພົບຜູ້ຕິດເຊື້ອແລ້ວກວ່າ 400 ຄົນ ຫຼັງຈາກມີການແຜ່ລະບາດຂອງເຊື້ອໂຄວິດ-19 Omicron ສາຍພັນຍ່ອຍ BA.2


ເມື່ອວັນສຸກ ທີ 21 ມັງກອນທີ່ຜ່ານມານີ້ ສຳນັກງານທາງດ້ານສຸຂະພາບແຫ່ງອັງກິດ (UK Health Security Agency: UKHSA) ໄດ້ເປີດເຜີຍວ່າ ກຳລັງດຳເນີນການສືບສວນກໍລະນີການແຜ່ລະບາດຂອງເຊື້ອໂຄວິດ-19 Omicron ສາຍພັນຍ່ອຍທີ່ເອີ້ນວ່າ BA.2 ຫຼັງຈາກພົບຜູ້ຕິດເຊື້ອໃນອັງກິດຫຼາຍກວ່າ 400 ຄົນ ໂດຍນັກວິທະຍາສາດແລະຜູ້ຊ່ຽວຊານດ້ານໂຣກລະບາດກຳລັງຕິດຕາມການແຜ່ລະບາດຂອງເຊື້ອ Omicron ນີ້ຢ່າງໃກ້ຊິດ.

ເຊື້ອ Omicron ສາຍພັນຍ່ອຍ ທີ່ມີຊື່ວ່າ BA.2 ນັ້ນຖືກເອີ້ນວ່າເປັນ Omicron ສາຍພັນລ່ອງຫົນ ເນື່ອງຈາກການກວດພົບເຫັນເຊື້ອແມ່ນເກີດຂຶ້ນໄດ້ຍາກ ເຖິງຈະໃຊ້ຊຸດກວດແບບ PCR ທີ່ເປັນແບບດີກໍຕາມ. ຫຼ້າສຸດທາງ UKHSA ກຳນົດໃຫ້ເປັນສາຍພັນທີ່ຢູ່ລະວ່າງການສືບສວນ (Variant Under Investigation: VUI).

ເຊິ່ງຈຳນວນຜູ້ຕິດເຊື້ອ Omicron BA.2  ທີ່ຢືນຢັນວ່າພົບໃນອັງກິດມີທັງໝົດ 426 ຄົນ ໂດຍກໍລະນີກຳອິດນັ້ນ ຄົ້ນພົບຕັ້ງແຕ່ວັນທີ 6 ທັນວາ ຈາກການວິເຄາະເບື້ອງຕົ້ນຄາດວ່າເຊື້ອ BA.2 ນີ້ອາດແຜ່ລະບາດໄດ້ໄວກວ່າ Omicron ສາຍພັນດັ້ງເດີມທີ່ເອີ້ນວ່າ BA.1 ແຕ່ນັກວິທະຍາສາດຍັງບໍ່ມີການຢືນຢັນທີ່ຊັດເຈນແລະຍັງບໍ່ມີການກຳນົດໃຫ້ Omicron BA.2 ຢູ່ໃນກຸ່ມສາຍພັນທີ່ໜ້າເປັນກັງວົນ (Variant of Concern).

ທາງດ້ານ ດຣ. Meera Chand ຜູ້ອໍານວນການຝ່າຍເຫດການຂອງ UKHSA ກ່າວວ່າ ຍັງບໍ່ຮູ້ຊັດເຈນເທື່ອວ່າ Omicron ສາຍພັນ BA.2 ນັ້ນສາມາດກໍ່ໃຫ້ເກີດອາການປ່ວຍຮຸນແຮງໄດ້ຫຼາຍກວ່າ Omicron BA.1 ຫຼື ບໍ່ ເຊິ່ງ ດຣ. ຊີ້ແຈງວ່າ ການເກີດສາຍພັນຍ່ອຍຂອງ Omicron ເປັນເລື່ອງປົກກະຕິ ແຕ່ໄດ້ເນັ້ນຄວາມສຳຄັນໃນການເຝົ້າລະວັງແລະກວດສອບກຳມະພັນຂອງໄວຣັສ.

“ເປັນທີ່ຄາດການໄດ້ວ່າເຮົາຈະຍັງໄດ້ເຫັນສາຍພັນໃໝ່ໆເກີດຂຶ້ນ ການເຝົ້າລະວັງທາງກຳມະພັນຢ່າງຕໍ່ເນື່ອງ ຊ່ວຍໃຫ້ເຮົາສາມາດກວດພົບພວກມັນແລະປະເມີນໄດ້ວ່າມີຄວາມຮ້າຍແຮງຫຼືບໍ່” ດຣ. Meera Chand ໄດ້ກ່າວ.

ຂະນະທີ່ UKHSA ເປີດເຜີຍວ່າ ຈະມີການວິເຄາະຂໍ້ມູນຂອງ Omicron BA.2 ເພີ່ມຕື່ມ ເພື່ອກວດສອບລັກສະນະການແຜ່ເຊື້ອ ແລະ ເຮັດຄວາມເຂົ້າໃຈວ່າ Omicron ສາຍພັນນີ້ຈະສົ່ງຜົນກະທົບຕໍ່ສະຖານະການການລະບາດຂອງໂຄວິດໃນອັງກິດ ໃນໄລຍະຫຼາຍອາທິດທີ່ຜ່ານມາ. 

ສຳລັບພື້ນທີ່ທີ່ພົບຜູ້ຕິດເຊື້ອ Omicron BA.2 ໃນອັງກິດຫຼາຍທີ່ສຸດຄື London ໂດຍມີຜູ້ຕິດເຊື້ອ 146 ຄົນ, ນອກຈາກນັ້ນກໍພົບໃນພື້ນທີ່ພາກຕາເວັນອອກສຽງໃຕ້ຂອງປະເທດຈຳນວນ 97 ຄົນ.

ສ່ວນໃນຕ່າງປະເທດມີການລາຍງານວ່າພົບກໍລະນີການລະບາດຂອງ Omicron ສາຍພັນ BA.2 ແລ້ວກວ່າ 40 ປະເທດ ລວມໄປຮອດອິນເດຍ, ເດນໝາກ, ສະວີເດັນ ແລະ ສິງກະໂປ ເຊິ່ງໃນເດັນໝາກ ພົບຜູ້ຕິດເຊື້ອ Omicron BA.2 ເພີ່ມຂຶ້ນຢ່າງໄວວາ ໂດຍສະເພາະໃນໄລຍະທ້າຍອາທິດຂອງປີ 2021 ພົບຜູ້ຕິດເຊື້ອກໍລະນີໃໝ່ກວ່າ 20% ແລະ ເພີ່ມຂຶ້ນເປັນ 45% ໃນໄລຍະອາທິດທີ 2 ຂອງປີນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/