AI Anxiety ຄວາມວິຕົກກັງວົນຢ້ານທີ່ຈະຕົກງານເພາະ AI ເຂົ້າມາແທນທີ່


ໃນຍຸກນີ້ທີ່ຫຼາຍປະເທດຕ່າງແຂ່ງຂັນກັນສ້າງສັນປັນຍາປະດິດຂຶ້ນມາເພື່ອຈະຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຫຼາກຫຼາຍຂອງສັງຄົມຈົນປະສົບຜົນສຳເລັດ ແລະ ມີຊື່ສຽງໄປທົ່ວໂລກໃນປີທີ່ຜ່ານມາ ໃນຂະນະດຽວກັນໃນແງ່ມຸມຂອງພະນັກງານ ແລະ ແຮງງານຫຼາຍຂະແໜງການກໍເລີ່ມຮູ້ສຶກຮ້ອນໆໜາວໆກັງວົນຢ້ານຈະສູນເສຍວຽກອັນເປັນແຫຼ່ງລາຍໄດ້ຫຼັກໃຫ້ກັບເຄື່ອງມືສຸດແສນສະຫຼາດນີ້ໄປ

AI ແມ່ນຫຍັງ?

AI ມາຈາກຄຳວ່າ: Artificial Intelligence ແປວ່າ ປັນຍາປະດິດ ໝາຍເຖິງການຈໍາລອງປັນຍາມະນຸດຜ່ານເຄື່ອງຈັກ ໂດຍສະເພາະລະບົບຄອມພິວເຕີ. ເຊິ່ງການໃຊ້ງານຈະປະກອບດ້ວຍ: ລະບົບທີ່ຊ່ຽວຊານ, ການປະມວນຜົນທາງພາສາ, ການຈົດຈຳຄຳເວົ້າ ແລະ ວິໄສທັດຕ່າງໆ

ສາເຫດທີ່ເປັນຫຍັງຫຼາຍຄົນຈຶ່ງມີອາການ AI Anxiety  ຫຼື ຄວາມວິຕົກກັງວົນຢ້ານທີ່ຈະຕົກງານເພາະ AI?

ໃນທີ່ນີ້ຫຼາຍຄົນຄົງບໍ່ເຄີຍຄິດ ຫຼື ເຫັນພາບວ່າໜ້າທີ່ວຽກງານທີ່ຕົວເອງກຳລັງເຮັດຢູ່ຈະສາມາດຖືກແທນທີ່ດ້ວຍເຫຼົ່າປັນຍາປະດິດໃນໄວໆນີ້ໄດ້ແນວໃດ? ຈົນເມື່ອປີທີ່ຜ່ານມາປະເດັນເລື່ອງທີ່ຫຸ່ນຍົນສາມາດເຮັດວຽກງານບາງຂະແໜງການແທນມະນຸດ ໄດ້ເລີ່ມເປັນກະແສ ແລະ ແຜ່ກະຈາຍອອກເປັນວົງກວ້າງ ໂດຍສະເພາະການກຳເນີດຂຶ້ນຂອງເຄື່ອງມື AI ຢ່າງ ChatGPT ຈາກບໍລິສັດ OpenAI ທີ່ກາຍເປັນກະແສໂດ່ງດັງພາຍໃນຊົ່ວຂ້າມຄືນ ທັງໄດ້ຮັບການຕອບຮັບທີ່ດີຈາກຜູ້ຄົນຈົນລົ້ນຫຼາຍ ເນື່ອງຈາກສາມາດເຂົ້າເຖິງຜູ້ຄົນໄດ້ງ່າຍທັງຍັງສະດວກ, ວ່ອງໄວ ແລະ ມີຄວາມຖືກຕ້ອງສູງໃນລາຄາທີ່ຄົນສ່ວນຫຼາຍສາມາດຈັບຕ້ອງໄດ້ ຫຼັງຈາກນັ້ນການແຂ່ງຂັນໃນຕະຫຼາດ AI ກໍຍິ່ງນັບມື້ນັບເຂັ້ມຂຸ້ນ ແລະ ມີຫຼາກຫຼາຍຍິ່ງຂຶ້ນ.

ໃນເດືອນມີນາທີ່ຜ່ານມາບົດລາຍງານ Goldman Sachs ໄດ້ສະແດງໃຫ້ເຫັນວ່າ AI ສາມາດທົດແທນວຽກງານເຕັມເວລາໄດ້ເຖິງ 300 ລ້ານຕໍາແໜ່ງ ເຊິ່ງເຫດການດັ່ງກ່າວມັນຍິ່ງສືບຕໍ່ສ້າງຄວາມຮູ້ສຶກບໍ່ໝັ້ນຄົງໃນອາຊີບການງານຂອງເຫຼົ່າພະນັກງານ ແລະ ແຮງງານທົ່ວໂລກ ເຮັດໃຫ້ພວກເຂົາເລີ່ມຫັນກັບມາຕັ້ງຂໍ້ສົງໄສກັບຊີວິດໃນອະນາຄົດຂອງຕົນເອງ ແລະ ທັກສະຕ່າງໆທີ່ສະສົມມາຈົນເກີດຄວາມວິຕົກກັງວົນໄປຈົນເຖິງຄວາມຢ້ານກົວວ່າຄວາມສາມາດທີ່ຕົນໃຊ້ເວລາເຝິກຝົນມານັ້ນອາດຈະຖືກທົດແທນໄດ້ດ້ວຍການມາຂອງ AI ໃນຕະຫຼາດແຮງງານໃນໄວໆນີ້.

ນອກນີ້ຜົນສຳຫຼວດແຮງງານທົ່ວໂລກປະຈໍາປີ 2022 ຂອງ PwC ຍັງຊີ້ໃຫ້ເຫັນວ່າໜຶ່ງໃນສາມຂອງຜູ້ຕອບແບບສຳຫຼວດບອກວ່າພວກເຂົາຮູ້ສຶກກັງວົນໃຈໃນບົດບາດວຽກງານຂອງຕົນໃນອີກ 3 ປີຕໍ່ໜ້າທີ່ອາດຈະຖືກແທນທີ່ດ້ວຍເຕັກໂນໂລຊີຢ່າງສົມບູນຈົນຕ້ອງວ່າງງານ ແລະ ຂາດລາຍໄດ້ໃນທີ່ສຸດ

 Carolyn Montrose ທີ່ປຶກສາດ້ານອາຊີບ ແລະ ອາຈານບັນຍາຍທີ່ມະຫາວິທະຍາໄລ Columbia ໃນເມືອງ New York ໄດ້ກ່າວຍອມຮັບວ່າ ຄວາມກ້າວໜ້າຂອງນະວັດຕະກຳທາງເຕັກໂນໂລຊີ ແລະ ການປ່ຽນແປງອາດເປັນເລື່ອງໜ້າຕົກໃຈ ແລະ ຊວນຢ້ານກົວ ” ມັນເປັນເລື່ອງປົກກະຕິທີ່ຈະຮູ້ສຶກກັງວົນໃຈໃນຜົນກະທົບທີ່ອາດເກີດຂຶ້ນຈາກການປາກົດຕົວຂອງ AI ເພາະວິວັດທະນາການຂອງມັນເປັນໄປຢ່າງໄຫຼລື່ນພ້ອມຍັງວ່ອງໄວ ແລະ ມີຫຼາຍປັດໄຈການໃຊ້ງານທີ່ເຮົາຍັງບໍ່ຮູ້ ແລະ ບໍ່ຄຸ້ນເຄີຍ “

ເຖິງແມ່ນຈະເປັນເຕັກໂນໂລຊີທີ່ມາແຮງຈົນໜ້າຕົກໃຈ ແຕ່ນາງຍັງບອກວ່າບັນດາພະນັກງານບໍ່ຈຳເປັນຕ້ອງຮູ້ສຶກຢ້ານກົວກັບການມີຢູ່ຂອງມັນ ເພາະພວກເຮົາສາມາດຕັດສິນໃຈໄດ້ວ່າຈະຮູ້ສຶກກັງວົນຫຼາຍໜ້ອຍເທົ່າໃດ ແລະ ຍັງສາມາດເລືອກໄດ້ວ່າຈະຮູ້ສຶກກັງວົນໃຈກ່ຽວກັບ AI ຕໍ່ໄປ ຫຼື ອະນຸຍາດໃຫ້ຕົວເອງຮຽນຮູ້ທຳຄວາມເຂົ້າໃຈເພື່ອທີ່ຈະໃຊ້ມັນໃຫ້ເກີດປະໂຫຍດໃນໜ້າທີ່ວຽກງານຂອງຕົນໄດ້.

ແລ້ວເຮົາຈະສາມາດຮັບມືກັບຄວາມວິຕົກກັງວົນດັ່ງກ່າວແນວໃດເພື່ອບໍ່ໃຫ້ສົ່ງຜົນເສຍຕໍ່ສຸຂະພາບຈິດ?

  • ຄວາມຢ້ານທີ່ຫຼາຍເກີນຄວາມເປັນຈິງ

ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າຄວາມຮັບຮູ້ຂອງຄົນເຮົາກ່ຽວກັບການມາຂອງຫຸ່ນຍົນນັ້ນແມ່ນເກີນຄວາມເປັນຈິງໄປຫຼາຍ ຈາກຜົນການວິໄຈໃນເດືອນພະຈິກປີ 2022 ຂອງ ທ່ານ Eric Dahlin ສາສະດາຈານດ້ານສັງຄົມວິທະຍາທີ່ມະຫາວິທະຍາໄລ Brigham Young ທີ່ Utah ສະຫະລັດອາເມຣິກາ ພົບວ່າອັດຕາການແທນທີ່ວຽກງານມະນຸດຂອງຫຸ່ນຍົນໃນຄວາມເປັນຈິງນັ້ນບໍ່ໄດ້ກົງກັບອັດຕາທີ່ຄົນສ່ວນຫຼາຍເຊື່ອ ສໍາລັບຄົນທີ່ບໍ່ເຄີຍສູນເສຍໜ້າທີ່ວຽກງານຂອງຕົນມາກ່ອນປະມານການສູງເກີນໄປເຖິງ 2 ເທົ່າຂອງຄວາມເປັນຈິງ ແລະ ຄົນທີ່ເຄີຍສູນເສຍວຽກງານປະມານການສູງເຖິງ 3 ເທົ່າ

  • ຄຳນຶງເຖິງຄຸນຄ່າຂອງມະນຸດ

ມະນຸດຈະມີບົດບາດໃນສັງຄົມສະເໝີໂດຍທີ່ຫຸ່ນຍົນບໍ່ສາມາດແທນທີ່ໜ້າທີ່ອັນສຳຄັນນີ້ໄດ້ ໂດຍສະເພາະວຽກງານປະເພດທີ່ຕ້ອງໃຊ້ຄຸນສົມບັດທຳມະຊາດຂອງມະນຸດເຊັ່ນ: ການສ້າງຄວາມສຳພັນ, ຄວາມຄິດສ້າງສັນ ແລະ ຄວາມສະຫຼາດທາງອາລົມ ເຊິ່ງຫາກຄຳນຶງເຖິງຄຸນຄ່າອັນເປັນເອກະລັກຂອງມະນຸດໃນດ້ານການປະກອບສ້າງແຮງງານນີ້ເມື່ອທຽບກັບເຄື່ອງຈັກແລ້ວແມ່ນບໍ່ສາມາດທົດແທນໄດ້

  • ເປີດໃຈຮຽນຮູ້

ໃນປັດຈຸບັນ ບັນດາທີ່ເປິກສາດ້ານອາຊີບ ແລະ ຜູ້ຊ່ຽວຊານ HR ທັງຫຼາຍກ່າວວ່າຄວາມກັງວົນບາງສ່ວນຖືເປັນເລື່ອງສົມເຫດສົມຜົນ ແຕ່ຫາກມີຫຼາຍເກີນໄປເຫຼົ່າພະນັກງານຈຳຕ້ອງຫັນໄປສົນໃຈໃນທີ່ສິ່ງທີ່ສາມາດຄວບຄຸມໄດ້ ໂດຍແທນທີ່ຈະຕື່ນຕະໜົກຢ້ານສູນເສຍວຽກງານໃຫ້ເຄື່ອງຈັກພວກເຂົາຄວນຈະລົງທຶນໃນການຮຽນຮູ້ວິທີເຮັດວຽກຄວບຄູ່ໄປກັບເຕັກໂນໂລຊີ.

ຜູ້ຊ່ຽວຊານຍັງເສີມອີກວ່າຖ້າພວກເຂົາແນມມັນເປັນຊັບພະຍາກອນບໍ່ແມ່ນໄພຄຸກຄາມ ພວກເຂົາຈະຍິ່ງເສີມໃຫ້ຕົນມີຄຸນຄ່າຫຼາຍຂຶ້ນສຳລັບນາຍຈ້າງ ແລະ ຮູ້ສຶກວິຕົກກັງວົນໜ້ອຍລົງອີກດ້ວຍ

ສຸດທ້າຍແລ້ວເມື່ອເຮົາແນມກັບໄປຍັງອະດີດ ເຮົາຈະຮັບຮູ້ໄດ້ວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ມະນຸດເຮົາຕ້ອງປະເຊີນໜ້າກັບການຫັນປ່ຽນທາງອຸດສາຫະກຳ ໃນອະດີດພວກເຮົາເຄີຍປ່ຽນຈາກການນຳໃຊ້ແຮງງານຄົນ ແລະ ສັດໃນການຜະລິດມາເປັນເຄື່ອງຈັກໃນຕອນນັ້ນທຸກຄົນຕ່າງກໍເກີດຄວາມກັງວົນແບບດຽວກັນແຕ່ສຸດທ້າຍພວກເຮົາກໍສາມາດປັບຕົວ ແລະ ຢູ່ກັບມັນໄດ້.

ການປ່ຽນແປງອາດເປັນເລື່ອງໜ້າຕົກໃຈສຳລັບບາງຄົນແຕ່ຫາກແນມກັບໄປຈະເຫັນໄດ້ວ່າສິ່ງດີໆຫຼາຍຢ່າງໃນອະດີດລ້ວນມາຈາກການພັດທະນາຫັນປ່ຽນໃໝ່ທັງນັ້ນ ແລະ ການປ່ຽນແປງທາງເຕັກໂນໂລຊີເປັນອົງປະກອບສໍາຄັນສຳລັບຄວາມກ້າວໜ້າຂອງສັງຄົມມະນຸດມາໂດຍຕະຫຼອດ.

ຂອບໃຈຂໍ້ມູນຈາກ:  

https://shorturl.at/vwx37

https://shorturl.at/nwxAS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/