ເປັນຫຍັງ ຜູ້ຍິງຈຶ່ງມັກກິນຕຳຫຼາຍກວ່າຜູ້ຊາຍ


ເຄີຍສັງເກດ ຫຼື ສົງໄສກັນບໍ່ວ່າ ເປັນຫຍັງຜູ້ຍິງ ແລະ ກະເທີຍຈຶ່ງມັກກິນເມນູຕຳ ເມນູເຜັດໆ? ຖ້າໃຫ້ທຽບອັດຕາສ່ວນລະຫວ່າາງຜູ້ຍິງ ແລະ ຜູ້ຊາຍທີ່ມັກກິນອາຫານເຜັດ ກໍຄົງເປັນຜູ້ຍິງຫຼາຍກວ່າ ມື້ນີ້ເຮົາຈະມາຮູ້ຄຳຕອບພ້ອມກັນວ່າເປັນຫຍັງ.

ໂດຍເຫດຜົນຂອງເລື່ອງນີ້ເກີດຈາກຫຼາຍປັດໄຈ ທັງໃນດ້ານຊີວະວິທະຍາ ແລະ ໃນດ້ານສັງຄົມ

ດ້ານຊີວະວິທະຍາ:

  1. ຜູ້ຍິງ ແລະ ຜູ້ຊາຍມີຈຳນວນຕຸ່ມຮັບຣົດທີ່ແຕກຕ່າງກັນ ໂດຍຜູ້ຍິງມີຕຸ່ມຮັບລົດຫຼາຍກວ່າຈຶ່ງໄວຕໍ່ການຮັບຣົດຊາດຫຼາຍກວ່າຜູ້ຊາຍ ລວມເຖິງກະເທີຍ ແລະ ເກ ທີ່ໄວຕໍ່ການຮັບຣົດກວ່າຜູ້ຊາຍ) ອາຫານຣົດຊາດຈັດປະເພດຕຳ ຍຳ ຫຼື ຂອງສົ້ມໆ ຈຶ່ງຖືກປາກຜູ້ຍິງຫຼາຍກວ່າ ໃນຂະນະທີ່ຜູ້ຊາຍອາດຈະບໍ່ໄດ້ຮູ້ສຶກວ່າມັນແຊບຂະໜາດນັ້ນ
  2. ອາຫານປະເພດນີ້ໃຫ້ພະລັງງານຕຳ່ ກິນເທົ່າໃດກໍບໍ່ຕຸ້ຍ ຈຶ່ງຍິ່ງຖືກໃຈຜູ້ຍິງ ແລະ ເມື່ອກິນເປັນປະຈຳຈຶ່ງເກີດເປັນຄວາມເຄີຍຊິນກັບລົດຊາດ ແລະ ກາຍເປັນວ່າອາຫານອັນໃດກໍບໍ່ແຊບໄດ້ໃຈເທົ່າອາຫານລົດຈັດອີກຕໍ່ໄປ
  3. ຜູ້ຊາຍມີຄວາມຕ້ອງການພະລັງງານຕໍ່ມື້ຫຼາຍກວ່າຜູ້ຍິງ ຈຶ່ງມັກເລືອກຮັບປະທານອາຫານຢ່າງອື່ນທີ່ໃຫ້ພະລັງງາານຫຼາຍກວ່າ ແລະ ອີ່ມທ້ອງຫຼາຍກວ່າ

ດ້ານສັງຄົມ:

  1. ມີງານວິໄຈກ່ຽວກັບອາຫານຣົດເຜັດ ພົບວ່າຜູ້ຍິງ ລວມທັງກະເທີຍ ແລະ ເກ ທີ່ເລືອກກິນອາຫານເຜັດເພາະຮູ້ສຶກຕື່ນເຕັ້ນ ແລະມີຄວາມສຸກກັບການກິນ ແຕ່ຜູ້ຊາຍສ່ວນຫຼາຍກິນເຜັດເພາະຕ້ອງການຄວາມສົນໃຈ ເປັນການໂຊຄວາມສາມາດວ່າຕົນເອງສາມາດກິນເຜັດໄດ້
  2. ຜູ້ຊາຍສ່ວນໃຫຍ່ເລືອກກິນຊີ້ນສັດຫຼາຍກວ່າຜັກ ເພາະໃຫ້ຄວາມຮູ້ສຶກຄືເປັນນັກລ່າ
  3. ຄວາມຮູ້ສຶກມີຄວາມສຸກ ແລະ ຕື່ນເຕັ້ນໃນການກິນອາຫານເຜັດຂອງຜູ້ຍິງມັກມາພ້ອມກິດຈະກຳຮ່ວມກຸ່ມຂອງໝູ່ເພື່ອນ ກິນຄົນດຽວບໍ່ແຊບ ຕ້ອງກິນຫຼາຍຄົນ ເຮັດໃຫ້ເຮົາມັກຈະເຫັນຜູ້ຍິງໄປກິນຕຳເປັນກຸ່ມຫຼາຍຄົນ ແລະຈະບໍ່ຄ່ອຍເຫັນໃຜກິນຄົນດຽວເພາະຖືວ່າການກິນຕຳເປັນກິດຈະກຳໜຶ່ງທີ່ຄວນເຮັດເປັນກຸ່ມ
  4. ນອກຈາກນັ້ນ ຄຳສັບທີ່ກ່ຽວຂ້ອງກັບອາຫານຈຳພວກຕຳເຊັ່ນ ແຊບ ສົ້ມ ເຜັດ ຮັອດ… ມີການນຳໄປໃຊ້ກ່ຽວໂຍງກັບເພດຍິງ ກະເທີຍ ແລະ ເກ ຈຶ່ງເປັນການເນັ້ນວ່າອາຫານເຫຼົ່ານີ້ເໝາະກັບຜູ້ຍິງ ກະເທີຍ ເກ ໂດຍສະເພາະຄົນທີ່ມີບຸກຄະລິກແຊບໆ.

ທີ່ມາ:

https://cutt.ly/jwvIDyst

https://cutt.ly/FwvIDhTR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/