ມາຮູ້ຈັກກັັບພາວະຜົມຫຼົ່ນເປັນຫຍ່ອມໆ ຈົນສູນເສຍຄວາມໝັ້ນໃຈ


ພາວະຜົມຫຼົ່ນເປັນຈຸດ (Alopecia Areata) ແມ່ນພາວະທີ່ເສັ້ນຜົມມີການຫຼົ່ນເປັນກຸ່ມໃນລັກສະນະທີ່ເປັນວົງມົນເທິງໜັງຫົວ ບາງຄົນອາດເກີດພຽງແຕ່ຈຸດໃດຈຸດໜຶ່ງ ແຕ່ບາງຄົນອາດເກີດຫຼາຍຈຸດພ້ອມກັນ ເຊິ່ງສາມາດເກີດຂຶ້ນໄດ້ທັງຍິງ ແລະ ຊາຍ ຈົນເຮັດໃຫ້ເກີດການສູນເສຍຄວາມໝັ້ນໃຈ. ອາການດັ່ງກ່າວຍັງສາມາດລຸກລາມຂະຫຍາຍອອກເປັນວົງກວ້າງໄດ້ທົ່ວໜັງຫົວ ເຊິ່ງອາດລຸກລາມໄປຮອດອາການຫຼົ່ນຂອງຂົນຄິ້ວ, ຂົນຕາ ແລະ ໜວດເຄົາໄດ້ອີກດ້ວຍ. 

ພາວະຜົມຫຼົ່ນເປັນຈຸດ (Alopecia Areata) ເກີດຈາກຫຍັງ?

ພາວະຜົມຫຼົ່ນເປັນຈຸດນັ້ນ ເກີດຈາກຄວາມຜິດປົກກະຕິຂອງພູມຕ້ານທານໃນຮ່າງກາຍ ທີ່ໄປທຳລາຍຮາກຜົມ ແລະ ຢຸດການເຕີບໂຕຂອງເສັ້ນຜົມ ເຊິ່ງປັດໄຈທີ່ພາໃຫ້ເກີດໂຣກນີ້ແມ່ນມາຈາກຄວາມຄຽດ, ຄວາມກັງວົນ, ພາວະຊຶມເສົ້າ, ການຖືພາ, ການເກີດລູກ, ກຳມະພັນ, ການພັກຜ່ອນບໍ່ພຽງພໍ, ການນຳໃຊ້ຢາປິ່ນປົວສຸຂະພາບບາງຊະນິດ, ຜູ້ເປັນພະຍາດໄທຣອຍບາງຊະນິດ, ໂຣດພູມແພ້ຜິວໜັງ ລວມທັງຜູ້ທີ່ເປັນໂຣກພູມແພ້ຕົນເອງບາງຊະນິດ.

ພາວະຜົມຫຼົ່ນເປັນຈຸດ (Alopecia Areata) ມີອາການເລີ່ມຕົ້ນແນວໃດ?

  • ເລີ່ມມີອາການຜົມຫຼົ່ນເປັນກຸ່ມ ແລະ ເລີ່ມຂະຫຍາຍເປັນວົງມົນທີ່ມີຂອບເຂດຊັດເຈນ, ໜັງຫົວບໍລິເວນນັ້ນຈະມີສະພາບປົກກະຕິ, ຮູຂຸມຂົນບໍ່ຖືກທຳລາຍ, ໃນຕອນເລີ່ມຕົ້ນອາດຈະຍັງບໍ່ກິນເນື້ອທີ່ຫຼາຍປານໃດ ແຕ່ເມື່ອດົນໄປ ກໍອາດຈະແຜ່ລາມທົ່ວໜັງຫົວໄດ້ ລວມທັງອາດເກີດແບບນີ້ກັບບໍລິເວນຂົນຄິ້ວ, ໜວດ, ຂົນຂີ້ແຮ້ ໄດ້ເຊັ່ນກັນ.
  • ອາດພົບຄວາມຜິດປົກກະຕິອື່ນພາຍໃນຮ່າງກາຍ ເຊັ່ນ: ເລັບຕີນ ຫຼື ເລັບມື ເລີ່ມເປັນຄື້ນຍຸບຕົວ, ເມື່ອສຳຜັດຈະຮູ້ສຶກວ່າເລັບບໍ່ລຽບ, ເລັບຜິດປົກກະຕິ, ສີເລັບປ່ຽນໄປ ລວມທັງເລັບຫັກງ່າຍ ເປັນຕົ້ນ.

ພາວະຜົມຫຼົ່ນເປັນຈຸດ (Alopecia Areata) ມີຈັກຊະນິດ?

  • Alopecia areata (AA): ແມ່ນເກີດຈາກການຕອບໂຕ້ຂອງເຊວພູມຕ້ານທານພາຍໃນຮ່າງກາຍໂຈມຕີກັບເຊວຂົນພາຍໃນຮ່າງກາຍ ເຮັດໃຫ້ເກີດອາການຜົມຫຼົ່ນເປັນຈຸດໆ ເຊິ່ງພາວະນີ້ ອາດເກີດຮ່ວມກັບອາການຫຼົ່ນຂອງຄິ້ວ, ໜວດ, ເຄົາ ໄດ້ເຊັ່ນກັນ.
  • Alopecia totalis (AT): ເປັນຊະນິດທີ່ຮຸນແຮງກວ່າຮູບແບບທຳອິດ ໂດຍຈະຫຼົ່ນເກືອບໝົດຫົວ ສົ່ງຜົນໃຫ້ຜົມຫາຍໄປເກືອບທັງໝົດ ລວມເຖິງຂົນຄິ້ວ ຫຼື ໜວດ ເຊັ່ນກັນ ເຊິ່ງອາດຈະເກີດມາຈາກກຳມະພັນ ຫຼື ພາວະພູມຕ້ານທານຜິດປົກກະຕິ.
  • Alopecia universalis (AU): ເປັນຊະນິດທີ່ຮຸນແຮງທີ່ສຸດຂອງອາການຜົມຫຼົ່ນເປັນຈຸດ ໂດຍຈະເລີ່ມກະຈາຍຈາກນ້ອຍໆແລ້ວລຸກລາມໄປທົ່ວໜັງຫົວ ລວມທັງມີອາການຫຼົ່ນຂອງຂົນທົ່ວທັງຕົນຕົວ ເຊິ່ງຂົນມີໜ້າທີ່ໃນການປົກຫຸ້ມຮູຂຸມຂົນ.

ຖ້າເປັນແລ້ວ ສາມາດປິ່ນປົວໃຫ້ຫາຍດີໄດ້ຫຼືບໍ່?

ໂດຍທົ່ວໄປແລ້ວ ຫຼັງຈາກທີ່ໄດ້ປິ່ນປົວກັບແພດສະເພາະທາງ ຈະມີໂອກາດທີ່ຜົມຈະປົ່ງຄືນໃໝ່ພາຍໃນໄລຍະເວລາ 1 ປີ ແຕ່ກໍມີໂອກາດທີ່ຈະກັບຄືນໄປເປັນອີກໃນປີທຳອິດໄດ້ເຊັ່ນກັນ. ໂດຍທົ່ວໄປແລ້ວ ການປິ່ວປົວແມ່ນແພດໝໍປິ່ນປົວດ້ວຍການໃຫ້ຢາທາທີ່ໜັງຫົວໃນບໍລິເວນທີ່ເປັນ ໄປຄວບຄູ່ກັບການປິ່ນປົວດ້ວຍການໃຫ້ຢາກິນປະເພດສະເຕີຣອຍ ເຊິ່ງກໍມີທັງແບບກິນ ແລະ ແບບສີດເຂົ້າກ້າມແຂນ. ນອກຈາກນັ້ນ, ກໍຍັງມີວິທີປິ່ນປົວດ້ວຍການສາຍແສງທຽມ, ການສີດສະເຕັມເຊວ, ການເຮັດ PRP ຜົມ ແລະ ການນຳໃຊ້ເລເຊີໃນບາງກໍລະນີ.

ຈະຮູ້ໄດ້ແນວໃດວ່າກຳລັງເປັນໂຣກຜົມຫຼົ່ນແບບຈຸດໆທົ່ວໄປ ຫຼື ຜົມຫຼົ່ນຍ້ອນຕິດເຊື້ອລາ

ເນື່ອງຈາກທັງສອງອາການນີ້ ແມ່ນມີລັກສະນະຜົມຫຼົ່ນຄືກັນ ຈຶ່ງເຮັດໃຫ້ຫຼາຍຄົນເກີດຄວາມສັບສົນ ແລະ ເຂົ້າໃຈວ່າພາວະຜົມຫຼົ່ນແບບຈຸດ ແມ່ນອາການດຽວກັນກັບຜົມຕິດເຊື້ອລາ. ເຊິ່ງໃນຄວາມຈິງແລ້ວ ທັງສອງຊະນິດແມ່ນ ແຕກຕ່າງກັນດັ່ງນີ້:

  • ອາການຜົມຫຼົ່ນເປັນຈຸດ ເກີດມາຈາກການອັບເສບໃຕ້ຜິວໜັງ ຍ້ອນລະບົບພູມຕ້ານທານຮ່າງກາຍໄປທຳລາຍເນື້ອເຍື່ອບາງສ່ວນເທິງໜັງຫົວ ໂດຍທົ່ວໄປຈະບໍ່ມີອາການອັກເສບໃດໆ, ບໍ່ມີຂຸຍ ຫຼື ສະເກັດເງິນບໍລິເວນໜັງຫົວ, ບໍ່ມີອາການຄັນ, ບໍ່ມີຜື່ນແດງໃດໆເລີຍ.​ ແຕ່ໃນທາງກົງກັນຂ້າມ, ຖ້າຫາກມີອາການຜົມຫຼົ່ນທີ່ເກີດມາຈາກການຕິດເຊື້ອລາ ຈະເຮັດໃຫ້ເກີດອາການອັກເສບບໍລິເວນໜັງຫົວ, ມີຜົມຫຼົ່ນເປັນຈຸກ, ມີອາການບວມແດງບໍລິເວນທີ່ເກີດຜົມຫຼົ່ນ, ມີອາການຄັນ, ເກີດສະເກັດເງິນ ຫຼື ເປັນຂຸຍໃນພື້ນທີ່ດັ່ງກ່າວ.
  • ອາການຜົມຫຼົ່ນແບບຈຸດ ເນັ້ນການປິ່ນປົວໄປທີ່ການສ້າງລະບົບພູມຕ້ານທານພາຍໃນຮ່າງກາຍຫຼາຍກວ່າໃຊ້ວິທີປິ່ນປົວຢູ່ທີ່ໜັງຫົວ ແລະ ບາງຄົນເມື່ອມີພູມຕ້ານທານທີ່ແຂງແຮງກໍສາມາດຫາຍເອງໄດ້ຕາມທຳມະຊາດ ເນື່ອງຈາກບໍ່ໄດ້ເກີດມາຈາກປັດໄຈເຊື້ອລາ. ສ່ວນອາການຜົມຫຼົ່ມທີ່ມາຈາກເຊື້ອລາ ແມ່ນຕ້ອງໄດ້ປິ່ນປົວດ້ວຍການທາຢາ ຫຼື ຕ້ອງກິນຢາໄປຈົນກວ່າເຊື້ອລາຈະຫາຍໄປທັງໝົດ.
  • ສຳລັບອາການຜົມຫຼົ່ນແບບຈຸດໆ ເມື່ອປິ່ນປົວຈົນຫາຍດີແລ້ວ ຜົມສາມາດປົ່ງຂຶ້ນມາໃໝ່ເອງຕາມທຳມະຊາດ ແຕ່ໃນຂະນະທີ່ອາການຜົມຫຼົ່ນຈາກການຕິດເຊື້ອລາ ອາດກໍ່ໃຫ້ເກີດຮອຍແຜເປັນບໍລິເວນໜັງຫົວ ເຊິ່ງເຮັດໃຫ້ຜົມບໍ່ສາມາດປົ່ງຂຶ້ນມາເອງໃໝ່ໃນບໍລິເວນດັ່ງກ່າວ ຊຶ່ງຈະຕ້ອງໄດ້ອາໄສການປູກຜົມຖາວອນເພື່ອທົດແທນ.

ອາຫານບຳລຸງຜົມ ແລະ ການເບິ່ງແຍງເສັ້ນຜົມດ້ວຍວິທີອື່ນໆ

ການກິນອາຫານທີ່ມີວິຕາມິນ ແລະ ແຮ່ທາດທີ່ມີສ່ວນຊ່ວຍໃນການຈະເລີນເຕີບໂຕຂອງເສັ້ນຜົມ ກໍມີສ່ວນສຳຄັນ ເຊັ່ນ: ອາຫານທີ່ມີທາດໂປຼຕີນສູງ ຈຳພວກໄຂ່ໄກ່, ເຕົ້າຫູ້, ເມັດໝາກຖົ່ວ,​ ນົມ, ຊີ້ນສັດ; ອາຫານທີ່ມີໄບໂອຕີນ ເຊັ່ນ: ພືດຕະກຸນຖົ່ວ, ກາລົດ, ດອກກະຫລ່ຳປີ; ອາຫານທີ່ມີຈຳພວກທາດເຫຼັກ ເຊັ່ນ: ຕັບ, ເຄື່ອງໃນສັດ, ອາຫານທະເລ, ໄຂ່; ອາຫານທີ່ມີທາດສັງກະສີ ເຊັ່ນ: ຈຳພວກອາຫານທະເລ, ຊີ້ນໝູ, ຊີ້ນງົວ, ຖົ່ວດິນ ເປັນຕົ້ນ. ນອກຈາກນັ້ນ, ຍັງຈຳເປັນຕ້ອງໄດ້ເບິ່ງແຍງເສັ້ນຜົມດ້ວຍວິທີຕ່າງໆ ເຊັ່ນ: ບໍ່ປ່ອຍໃຫ້ໜັງຫົວມັນ,​ ໝັ່ນສະຜົມສະອາດຢູ່ສະເໝີ, ​ເລືອກຜະລິດຕະພັນແຊມພູທີ່ອ່ອນໂຍນຖືກກັບໜັງຫົວຂອງແຕ່ລະຄົນ, ບຳລຸງໝັກຜົມຢ່າງໜ້ອຍອາທິດລະຄັ້ງ ແລະ ສິ່ງສຳຄັນ ແມ່ນຕ້ອງຮັກສາພູມຕ້ານທານຂອງຮ່າງກາຍໃຫ້ແຂງແຮງຢູ່ສະເໝີ ເຊິ່ງສາມາດປະຕິບັດໄດ້ດ້ວຍການອອກກຳລັງກາຍ, ພັກຜ່ອນພຽງພໍ ແລະ ພະຍາຍາມຫຼີກເວັ້ນປັດໄຈທີ່ພາໃຫ້ເກີດມີຄວາມຄຽດ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/55v22r6d

https://tinyurl.com/mudf3hew

https://tinyurl.com/27tjp5mf

https://tinyurl.com/2p9pnbhz

https://tinyurl.com/bdh3rbwr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/