Adobe Photoshop ເວີຊັນໃຫມ່ ປັບຫນ້າໄດ້ນຽນກວ່າ FaceApp ພ້ອມຟັງຊັນປ່ຽນທ້ອງຟ້າໃຫ້ສີສັນຕາມໃຈມັກ.


Adobe ປະກາດອັບເດດ Feature ຄັ້ງໃຫຍ່ຂອງ Photoshop ໃນງານ Adobe Max 2020 ໂດຍອອກ Feature ສຸດລ້ຳຫຼາກຫຼາຍທີ່ໃຊ້ການເຮັດວຽກຂອງ AI ແລະ Machine learning ມາຊ່ວຍປະມວນຜົນຮູບແບບ Real-time ເຮັດໃຫ້ຜູ້ໃຊ້ສາມາດເຮັດວຽກ Graphics ໄດ້ງ່າຍຂຶ້ນບໍ່ວ່າຈະເປັນຜູ້ໃຊ້ລະດັບເລິ່ມຕົ້ນໄປຮອດມືອາຊີບ ສ່ວນຈະມີ Feature ຫຍັງແດ່ນັ້ນໄປເບິ່ງນຳກັນເລີຍ.

Feature ການແຕ່ງຮູບ Smart Portrait ເປັນ Feature ໃໝ່ທີ່ເພິ່ມເຂົ້າມາໃນ Adobe Photoshop version ຫຼ້າສຸດໂດຍເນັ້ນໄປທີ່ການໃຊ້ງານປະເພດແຕ່ງຮູບໜ້າຄົນຜ່ານລະບົບ AI ຂອງ Adobe Sensei ມີຄວາມສາມາດໃນການປະມວນຜົນຮູບພາບ ເພື່ອປ່ຽນລັກສະນະ ແລະ ອົງປະກອບຕ່າງໆຂອງໃບໜ້າຄົນໄດ້ຢ່າງຊັດເຈນ.

Feature ການແຕ່ງຮູບ Smart Portrait ຈະຢູ່ໃນເມນູຂອງ Neural Filter ເຊິ່ງເປັນ Filter ທີ່ໃຊ້ລະບົບ Adobe Sensei ໃນການເຮັດວຽກທັ້ງໝົດ ໂດຍການປັບແຕ່ງກໍຈະມີຕັ້ງແຕ່ການປັບສະພາບຜິວ, ອາຍຸ ແລະ ການສະແດງສີໜ້າບໍ່ວ່ຈະເປັນການຍິ້ມ, ຕົກໃຈ ຫຼື ຢາກຈະປັບໃຫ້ເສັ້ນຜົມໜາຂຶ້ນກໍສາມາດເຮັດໄດ້ ແລະ ການປັບແຕ່ງທັ້ງໝົດນັ້ນໃຊ້ການປະມວນຜົນຜ່ານລະບົບ AI ໃນ Cloud server ເມື່ອມີການໃຊ້ງານຫຼາຍຂຶ້ນການປັບແຕ່ງຮູບກໍຈະຍິ່ງດີຫຼາຍຂຶ້ນໄປເລື້ອຍໆ.

Feature Sky Replacement ເປັນ Feature ປ່ຽນລັກສະນະທ້ອງຟ້າໃນຮູບພາບຜ່ານການປະມວນຜົນເພື່ອແຍກ Background ແລະ Foreground ໄດ້ຢ່າງຊັດເຈນ ເຊິ່ງເຮົາກໍໜ້າຈະເຄີຍເຫັນກັນໄປແດ່ແລ້ວໃນ App Photoshop Camera ເຊິ່ງເທື່ອນີ້ທາງ Adobe ໄດ້ເຮັດການພັດທະນາ Feature ນີ້ໃຫ້ຊັດເຈນຂຶ້ນໄປອີກດ້ວຍລະບົບ Adobe Sensei ເຮັດໃຫ້ຜູ້ໃຊ້ງານສາມາດປ່ຽນທ້ອງຟ້າທີ່ເສົ້າໝອງໃນງາມຂຶ້ນໄດ້ໃນ 2-3 ຄລິກ ບໍ່ວ່າຈະປ່ຽນຟ້າໝົ່ນໆໃຫ້ເປັນຟ້າແຈ່ມໃສ ຫຼື ຈະປ່ຽນກ້ອນເມກທີ່ມືດຄື້ມໃຫ້ເປັນແດດກ້າກໍບໍ່ມີບັນຫາ.

ໃນ Photoshop version ໃໝ່ຈະມາພ້ອມກັບເມນູ Sky Replacement ທີ່ໃຫ້ຜູ້ໃຊ້ງານສາມາດປ່ຽນທ້ອງຟ້າຂອງຮູບພາບໄດ້ຕາມຕ້ອງການທັນທີທີ່ກົດເລືອກ ຊ່ວຍປະຢັດເວລາໄປໄດ້ຫຼາຍເລີຍ. ໂດຍໃນ Photoshop ຈະມີຮູບທ້ອງຟ້າແບບສຳເລັດຮູບມາໃຫ້ເລືອກໃຊ້ເຖິງ 25 ແບບ ເປັນທ້ອງຟ້າໃນສະພາບອາກາດຕ່າງໆໃຫ້ຜູ້ໃຊ້ງານສາມາດເລືອກໃຊ້ໄດ້ຢ່າງຕາມໃຈມັກ ຫຼື ຈະເພິ່ມຮູບທ້ອງຟ້າຂອງຕົນເອງເຂົ້າໄປໃນ Preset Folder ກໍສາມາດເຮັດໄດ້ອີກດ້ວຍ.

ການປ່ຽນທ້ອງຟ້າກໍອາດຈະເຮັດໃຫ້ຮູບພາບທັ້ງໝົດເບິ່ງແປກໄປແດ່ແຕ່ທາງ Adobe ໄດ້ມີ Feature ໃນການໃຊ້ AI ປັບວັດຖຸທີ່ຢູ່ດ້ານໜ້າຮູບໃຫ້ມີແສງ ແລະ ໂທນສີທີ່ສອດຄ້ອງກັບທ້ອງຟ້າຂອງເຮົາເຊັ່ນ: ຖ້າເຮົາໃຊ້ Preset ທ້ອງຟ້າແບບ Vanilla Sky ຜູ້ໃຊ້ງານກໍສາມາດປັບໂທນສີຂອງຮູບໃຫ້ມີຄວາມອຸ່ນຂຶ້ນເພື່ອໃຫ້ຮູບທັງໝົດເປັນທຳມະຊາດຫຼາຍຂຶ້ນນັ້ນເອງ.

ດ້ວຍຄວາມສາມາດທາງດ້ານ AI ຂອງ Adobe Sensei ເຮັດຜູ້ໃຊ້ງານສາມາດປ່ຽນຮູບຂາວດຳໃຫ້ກາຍເປັນຮູບສີໄດ້ພາຍໃນ 2-3 ຄລິກ ຜ່ານລະບົບ Content Aware ຂອງ AI ເຮັດໃຫ້ສີທີ່ອອກມາມີຄວາມສົມເຫດສົມຜົນກັບຮູບໃນໂລກຄວາມເປັນຈິງຫຼາຍທີ່ສຸດ.

ສິ່ງໜື່ງທີ່ນັບວ່າໜ້າຈະເປັນເລື່ອງທີ່ຍາກ ແລະ ໜ້າເບື່ອທີ່ສຸດສຳຫຼັບຄົນເຮັດ Graphics ກໍຄືການເຮັດຕັດຮູບເພື່ອລົບພື້ນຫຼັງ ນັ້ນເອງເຊິ່ງທີ່ຜ່ານໆມາ Photoshop ກໍມາພ້ອມກັບ Feature ໃນການຕັດທີ່ນັບວ່າສະດວກສະບາຍຫຼາຍແລ້ວກັບເຄື່ອງມື Select  Subject ແລະ Object Selection ທີ່ຈະເຮັດການເລືອກວັດຖຸທີ່ຢູ່ໃນຮູບໃຫ້ໂດຍອັດຕະໂນມັດ ແຕ່ເທື່ອນີ້ Adobe ໄດ້ເພິ່ມ Feature ໃໝ່ໃນການລົບຮູບພື້ນຫຼັງຢ່າງ Refine Hair ແລະ Object Aware Refine Mode ທີ່ຈະໃຊ້ລະບົບ AI ໃນການກວດຈັບຮູບພາບຫາພື້ນຫຼັງ ແລະ ຕົວວັດຖຸຊ່ວຍແຍກຂອບທີ່ມີຄວາມລະອຽດຫຼາຍໆຢ່າງເສັ້ນຜົມໄດ້ຢ່າງຊັດເຈນບໍ່ວ່າຈະຫົວຟູ, ຜົມຫຍອງ ຫຼື ຜົມຊີ້ໂດ່ເດ່ ກໍບໍ່ມີບັນຫາ.

Refine-Hair ເປັນ Feature ທີ່ຖືກອອກແບບມາສຳຫຼັບການລົບພື້ນຫຼັງຮູບພາບປະເພດຄົນໂດຍສະເພາະ ພຽງກົດປຸ່ມດຽວ Photoshop ກໍສາມາດແຍກຄົນກັບພື້ນຫຼັງໄດ້ຢ່າງຊັດເຈນເຖິງຂັ້ນເສັ້ນຜົມເລີຍ ມີປະໂຫຍດຫຼາຍສຳຫຼັບການໃຊ້ງານປະເພດ Die cut ຕົວແບບທີ່ເປັນຄົນ ຫຼື ວັດຖຸທີ່ມີຄວາມລະອຽດຫຼາຍໆເຊັ່ນ: ຂົນສັດ.

Object Aware Refine Mode- Concept ຂອງການ Die cut ທີ່ງ່າຍທີ່ສຸດຄືການຫາຮູບທີ່ວັດຖຸກັບພື້ນຫຼັງມີລາຍລະອຽດ ແລະ ສີທີ່ຕ່າງກັນຢ່າງເຫັນໄດ້ຊັດ ແຕ່ຈະເຮັດແນວໃດຖ້າຕ້ອງລົບພື້ນຫຼັງຮູບທີ່ຕົວພື້ນຜິວວັດຖຸ ແລະ ສີມີຄວາມໃກ້ຄຽງກັນ? Object Aware Refine Mode ຈະເຂົ້າມາເຮັດໃຫ້ຈຸດນີ້ງ່າຍຂຶ້ນຫຼາຍຜ່ານການໃຊ້ລະບົບ AI ທີ່ຖືກປັບແຕ່ງມາໃຫ້ສາມາດແຍກແຍະວັດຖຸທີ່ມີພື້ນຜິວ ແລະ ສີທີ່ຄ້າຍໆກັນໄດ້ຢ່າງຊັດເຈນຂຶ້ນພຽງແຕ່ເລືອກວັດຖຸທີ່ຕ້ອງການລຶບພື້ນລັງແລ້ວໃຊ້ Brush ລາກຂອບໆຂອງວັດຖຸທີ່ຕ້ອງການລຶບກໍຮຽບຮ້ອຍແລ້ວ.

ປຸ່ມ Reset Smart Object ປັບຮູບກັບມາເປັນຕົ້ນແບບໃນພຽງຄິກບາດດຽວ.

ໜ້າຈະມີຫຼາຍຄົນທີ່ເຄີຍພົບບັນຫາທີ່ມີການໃຊ້ຮູບໆໜື່ງໃນການເຮັດ Graphic ແລ້ວມັນມືໄປແດ່ຈັກໜ່ອຍຈົນໃສ່ Effects ໃນຮູບຫຼາຍສຸດບໍ່ວ່າຈະເປັນການໝຸນໃສ່ເງົາ ປ່ຽນສີ ຫຼື Mirror ຈົນມົ້ວໄປໝົດຈະໄປນັ່ງເອົາ Effects  ອອກກໍຍາກລຳບາກແທ້ໆ ແຕ່ຕອນນີ້ບໍ່ມີບັນຫາແລ້ວເພາະ Adobe Photoshop ໄດ້ໃສ່ປຸ່ມ Reset Smart object ທີ່ຈະສາມາດ Reset ທຸກຢ່າງໃນຕົວຮູບໄດ້ພາຍໃນຄລິກດຽວ.

Pattern Preview ເປັນ Feature ທີ່ສະດວກຫຼາຍສຳຫຼັບຄົນທີ່ມັກເຮັດ Graphic ປະເພດ Pattern ເພາະເທື່ອນີ້ Adobe Photoshop version ໃໝ່ໄດ້ເພິ່ມ Feature ທີ່ຈະຊ່ວຍໃຫ້ປັບແຕ່ງງານປະເພດ Pattern ໄດ້ແບບ Real-time ເພື່ອໃຫ້ເຮົາສາມາດ ຫຍັບ,ໜຸນ, ຂະຫຍາຍ ແລ້ວເຫັນຜົນລົບໄດ້ທັນທີຊ່ວຍປະຢັດເວລາໃນການເປິດໆປິດໆ Effects ຕ່າງໆໄດ້ຫຼາຍ. ຍົກຕົວຢ່າງການເຮັດ Pattern ໃບໄມ້ຕາມຮູບດ້ານລຸ່ມຜູ້ໃຊ້ງານສາມາດ Crop ຮູບພາບສ່ວນໜື່ງມາໝຸນ 45 ອົງສາ ແລ້ວ Repeat ຮູບນີ້ຊ້ຳໆກັນເພື່ອສ້າງເປັນລາຍ Pattern ໃຫ້ເປັນຜົນງານເທິງເສື້ອຢ່າງທີ່ເຫັນນັ້ນເອງ.

ປຸ່ມ Discover ຄົ້ນຫາ Tutorial ແລະ ເທັກນິກການໃຊ້ງາານ Photoshop.

ອີກໜື່ງຈຸດເດັ່ນຂອງການອັບເດດ Photoshop ໃນຄັ້ງນີ້ຄືການພັດທະນາລະບົບຮຽນຮູ້ການໃຊ້ງານ Photoshop ເຊິ່ງທາງ Adobe ໄດ້ເພິ່ມແຖບ Discover ເຂົ້າມາໃຫ້ໂດຍແຖບນີ້ຈະລວບລວມ Library ຂໍ້ມູນ ແລະ ເທັກນິກການໃຊ້ງານ Photoshop ຕ່າງໆໄວ້ໃນບ່ອນດຽວໃຫ້ຜູ້ໃຊ້ງານທັງລະດັບເລິ່ມຕົ້ນ ແລະ ລະດັບມືອາຊີບສາມາດຫາຂໍ້ມູນກ່ຽວກັບ Feature ທີ່ຕ້ອງການໃຊ້ໄດ້ງ່າຍໆ ຍົກຕົວຢ່າງເຊັ່ນ: ຫາກຜູ້ໃຊ້ງານຕ້ອງການຫາຂໍ້ມູນກ່ຽວກັບເຄື່ອງມື Layer ກໍສາມາດພິມໃນແຖບ Discover ວ່າ Layer ຕົວໂປຣແກຣມກໍຈະຫາຂໍ້ມູນ ແລະ Tutorial ກ່ຽວກັບການໃຊ້ງານ Layer ມາໃຫ້ທັນທີ.

ນອກຈາກເຮົາຈະສາມາດເບິ່ງ Tutorial ໃນໜ້າ Discover ໄດ້ແລ້ວ Adobe ກໍຍັງເພິ່ມ Feature ທີ່ຈະເຮັດໃຫ້ຜູ້ໃຊ້ງານເບື້ອງຕົ້ນທີ່ບໍ່ຄຸ້ນ ກັບເຄື່ອງມືສາມາດໃຊ້ຄຳສັ່ງ Quick Action ເພື່ອທີ່ຈະສັ່ງໃຫ້ຕົວແອັບປັບແຕ່ງຮູບໄດ້ຕາມຕ້ອງການ ຍົກຕົວຢ່າງເຊັ່ນ: ຜູ້ໃຊ້ງານສາມາດລົບຮູບພື້ນຫຼັງຮູບພາບໄດ້ພຽງພິມຄຳສັ່ງ Remove Background ໃນແຖບ Discover ແລ້ວກົດທີ່ຄຳສັ່ງດັ່ງກ່າວຕົວ Photoshop ກໍຈະເຮັດການລົບພື້ນຫຼັງໃຫ້ໂດຍອັດຕະໂນມັດເລີຍ (ຕອນນີ້ມີພຽງ 4 ຄຳສັ່ງໃນ Quick Action ໄດ້ແກ່ລົບພື້ນຫຼັງ, ເບລີຮູບພື້ນຫຼັງ, ເຮັດພື້ນຫຼັງໃຫ້ເປັນຂາວດຳໄປຈົນເຖິງການພັດທະນາຮູບອັດຕະໂນມັດ).

ແຖບ Preset search ຫາ Preset ທີ່ຕ້ອງການໄດ້ພາຍໃນ 2-3 ຂັ້ນຕອນ.

ສຳຫຼັບຄົນເຮັດ Graphic ໜ້າຈະມີການຊື້ Preset ຫຼາຍໆແບບເອົາມາເກັບໄວ້ສຳຫຼັບການເຮັດວຽກຕ່າງໆ ເຊິ່ງ Photoshop ກໍໄດ້ເພິ່ມ Feature ແຖບຄົ້ນຫາ Preset ເຂົ້າມາເຮັດໃຫ້ສາມາດຄົ້ນຫາເຄື່ອງມື Preset ປະເພດຕ່າງໆໄດ້ງ່າຍຂຶ້ນບໍ່ວ່າຈະເປັນ Brush Gradient Styles ຫຼື Pattern ຕ່າງໆ ຍົກຕົວຢ່າງ: ແບບໃນຮູບເບື້ອງຕົ້ນທີ່ຜູ້ໃຊ້ງານສາມາດກົດ  Search ຫາຄຳວ່າ Pastel ເພື່ອທີ່ຈະຫາ Gradient ທີ່ເປັນສີ Pastel.

Feature ເຫຼົ່ານີ້ໄດ້ຖືກອັບເດດມາເປັນທີ່ຮຽບຮ້ອຍແລ້ວໃນ Photoshop version ຫຼ້າສຸດທັງເທິງ PC ແລະ iPad ໃຜທີ່ຢາກລອງ Feature ເຫຼົ່ານີ້ກໍໄປທົດລອງໃຊ້ງານກັນໄດ້ເລີຍ. ຮັບຮອງວ່າການແຕ່ງຮູບຕ່າງໆຈະງ່າຍຂຶ້ນກວ່າເກົ່າຫຼາຍ.

ທີ່ມາ: https://droidsans.com/abobe-update-new-features-on-the-lastest-version-of-photoshop/