Kamala Harris ສັ່ງໂຈະການຫາສຽງຊົ່ວຄາວຫຼັງເຈົ້າໜ້າທີ່ໃນຄະນະກວດພົບໂຄວິດ-19.


ສຳນັກຂ່າວ AP ແລະ Politico ລາຍງານວ່າ ສ.ວ ຄາມາລາ ແຮຣິສ ຜູ້ລົງສະໝັກຮ່ວມກັບ ໂຈ ໄບເດນ ເພື່ອຊິງຕຳແໜ່ງຮອງປະທານນາທິບໍດີຂອງສະຫະລັດອາເມຣິກາຈາກພັກ Democrats ໄດ້ປະກາດຍົກເລິກການເດິນທາງຫາສຽງຈົນເຖິງວັນອາທິດນີ້ ຫຼັງຈາກທີ່ມີຜູ້ກ່ຽວຂ້ອງກັບຄະນະຫາສຽງຂອງລາວ 2 ຄົນມີຜົນກວດໂຄວິດ-19 ເປັນບວກ.

ຜູ້ຈັດການຄະນະຫາສຽງຂອງ ໂຈ ໄບເດນ ຖະແຫຼງເມື່ອວັນພະຫັດທີ່ຜ່ານມາວ່າ ທັ້ງ ໂຈ ໄບເດນ ແລະ ສ.ວ ແຮຣິສ ລວມທັງເຈົ້າໜ້າທີ່ຄົນອື່ນໆ ບໍ່ໄດ້ສຳຜັດໃກ້ຊິດກັບບຸກຄົນທັງສອງຜູ້ຖືກກວດພົບໂຣກໂຄວິດ-19 ໃນຊ່ວງ 48 ຊົ່ວໂມງ ກ່ອນທີ່ຜົນກວດຈະອອກມາເປັນບວກແຕ່ຢ່າງໃດ.

ຄະນະຫາສຽງຂອງໄບເດນໄດ້ລະບຸວ່າ ສ.ວ ແຮຣິສ ມີຜົນກວດໂຣກໂຄວິດ-19 ອອກມາເປັນລົບສອງຄັ້ງໃນຊ່ວງອາທິດທີ່ຜ່ານມາ ແລະ ບໍ່ຈຳເປັນຕ້ອງກັກຕົວເອງຕາມຄຳແນະນຳຂອງ CDC .

ແຕ່ເຖິງຢ່າງໃດກໍຕາມ ສ.ວ ແຮຣິສ ໄດ້ຕັດສິນໃຈຍົກເລິກກຳໜົດການເດິນທາງຫາສຽງຕະຫຼອດຫມົດອາທິດນີ້ເພື່ອເປັນການເຝົ້າລະວັງລ່ວງຫນ້າ ຫຼັງຈາກທີ່ຜູ້ອຳນວຍການຝ່າຍການສື່ສານ ແລະ ໜື່ງໃນພະນັກງານດູແລເທິງເຮືອບິນຂອງລາວໄດ້ກວດພົບວ່າຕິດເຊື້ອໂຣກໂຄວິດ-19.

ແຕ່ກ່ອນໜ້ານີ້ ສ.ວ ແຮຣິສ ມີກຳນົດຫາສຽງທີ່ລັດໂອໄຮໂອ ແລະ North Carolina ໃນຊ່ວງທ້າຍອາທິດນີ້ ສ່ວນດ້ານປະທານນາທິບໍດີ ທຣັມ ເດິນທາງໄປຫາສຽງທີ່ລັດແຄໂຣໄລນາ ເຊິ່ງຈະເລິ່ມການເລືອກຕັ້ງຂັ້ນໃນວັນພະຫັດນີ້ ຈາກນັ້ນເດິນທາງຕໍ່ໄປຍັງລັດຈໍເຈຍ ແລະ ລັດຟໍຣິດາ ຕາມລຳດັບ.

ປະທານນາທິບໍດີ ທຣັມ ກຳລັງລຸຍຫາສຽງຢ່າງໜັກເພື່ອຊົດເຊີຍເວລາໜື່ງອາທິດທີ່ໃຊ້ໄປກັບການຮັກສາອາການທີ່ເກິດຈາກໂຮກໂຄວິດ-19 ເຊິ່ງກວດພົບເມື່ອຕົ້ນເດືອນຕຸລາທີ່ຜ່ານມາ.

ໂດຍຜູ້ນຳສະຫະລັດອາເມຣິກາເລິ່ມກັບໄປຫາສຽງອີກຄັ້ງໃນອາທິດນີ້ ຫຼັງຈາກທີ່ເມື່ອວັນເສົາ ທ່ານໝໍ Sean Conley ປະຈໍາທຳນຽບຂາວຢືນຢັນວ່າຜູ້ນຳສະຫະລັດອາເມຣິກາບໍ່ມີຄວາມສ່ຽງທີ່ຈະແຜ່ເຊື້ອໂຮກໂຄວິດ-19 ໃຫ້ແກ່ຄົນອື່ນ.

ທີ່ມາ: https://www.sanook.com/news/8275230/