ເກິດເຫດບະເບີດທີ່ສາງແຫ່ງໜື່ງໃນເມືອງເບຣຸດເມືອງຫຼວງຂອງເລບານອນ.


ສຳນັກຂ່າວຊິນຫົວລາຍງານການເປິດເຜີຍຂອງສະຖານີໂທລະທັດອັນ-ຈາດີດລະບຸວ່າ ເກິດເຫດລະເບິດທີ່ສາງແຫ່ງໜື່ງໃນກຸງເບຣຸດ ເມືອງຫຼວງຂອງເລບານອນເມື່ອຄືນວັນສຸກທີ 9 ຕຸລາ 2020 ທີ່ຜ່ານມາສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບອີກກວ່າ 50 ຄົນ.

ລາຍງານຂ່າວລະບຸວ່າ ສາງແຫ່ງໜື່ງໃນເຂດທາຣິກ ເອວ ຈາດິດ ( Tariq EI Jdide ) ເກິດໄຟປະທຸສົ່ງຜົນໃຫ້ຖັງນ້ຳມັນທີ່ເກັບຢູ່ໃນບໍລິເວນໃກ້ຄຽງເກິດລະເບິດຕາມມາ ແລະ ນຳໄປສູ່ເຫດການໄຟໄໝ້ຂະໜາດໃຫຍ່ໃນພື້ນທີ່.

ທັ້ງນີ້ ຍັງບໍ່ມີການລາຍງານສາເຫດຕົ້ນຕໍ່ຂອງການລະເບິດດັ່ງກ່າວ ສຳຫຼັບຜູ້ໄດ້ຮັບບາດເຈັບ 2 ໃນ 50 ຄົນ ເຊິ່ງເປັນຊາວຊີເຣຍ ຫຼື ຊາວເບງກອນນັ້ນຢູ່ໃນອາການຫນ້າເປັນຫ່ວງ.

ເຫດລະເບິດຫຼ້າສຸດນີ້ໄດ້ສ້າງຄວາມຕື່ນຕົກໃຈໃນໝູ່ປະຊາຊົນທີ່ອາໄສຢູ່ໃນກຸງເບຣຸດທີ່ຍັງຄົງຫວາດຫວັ່ນຈາກເຫດລະເບິດຮຸນແຮງເທື່ອກ່ອນຢູ່ທ່າເຮືອເບຣຸດເມື່ອວັນທີ 4 ສິງຫາທີ່ຜ່ານມາ ເຊິ່ງເປັນເຫດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 190 ຄົນ ແລະ ໄດ້ຮັບບາດເຈັບອີກເກືອບໆ 6,000 ຄົນ.

ທີ່ມາ: https://www.sanook.com/news/8271134/