Adobe Illustrator ເປີດໂຕເວີຊັນໃຫມ່ ມາພ້ອມແອັບສຳລັບ iPad.


Adobe Illustrator ຖືວ່າເປັນສຸດຍອດເຄື່ອງມື Graphics ແນວ Vector ທີ່ຖືກໃຊ້ກັນຢ່າງກວ້າງຂວາງຂວາງທົ່ວໂລກ ເພາະຖືວ່າເປັນ Software ມາດຕະຖານຂອງວົງການ Graphics ເຊິ່ງຫຼ້າສຸດໃນງານ Adobe Max 2020 ກໍໄດ້ມີການເຜີຍ Features ໃໝ່ໆຫຼາກຫຼາຍທີ່ຈະມາຊ່ວຍໃຫ້ໃຊ້ງານ App ດັ່ງກ່າວໄດ້ງ່າຍຂຶ້ນ ເຊິ່ງໃນງານກໍໄດ້ຍົກເອົາຄວາມສາມາດໃຫມ່ໆເດັ່ນໆ ເຊິ່ງປະກອບມີ:

ເຄື່ອງມື Recotor  ຖືວ່າເປັນໜື່ງໃນ Features ສຸດມີປະໂຫຍດທີ່ເອົາໄວ້ໃຊ້ສຳຫຼັບປ່ຽນສີຂອງ Artwork ຕ່າງໆໄດ້ພາຍໃນການກົດ 2-3 ບາດ ຈື່ງສາມາດເຮັດວຽກປະເພດ Design ສີຕ່າງໆໄດ້ຢ່າງງ່າຍດາຍ ອີກທັ້ງເທື່ອນີ້ Adobe ໄດ້ເພິ່ມ Features ໃນການສ້າງສີ Pantone ດ້ວຍການກົດພຽງປຸ່ມດຽວບໍ່ຕ້ອງມານັ່ງໃຊ້ Eye-dropper ດູດເທື່ອລະສີສ້າງຕາຕະລາງ Pantone ຄືເມື່ອກ່ອນອີກທັ້ງເຮົາຍັງສາມາດນຳຊຸດສີທີ່ເຮົາແຍກໄວ້ມາໃສ່ໃນ Artwork ທີ່ຕ້ອງການໄດ້ອີກດ້ວຍ.

Features SNAP ຕົວອັກສອນທີ່ຊານສະຫຼາດຫຼາຍຂື້ນ.

Type ຫຼື ຕົວອັກສອນຖືວ່າເປັນ Features ທີ່ປຽບເໝືອນກະດູກສັນຫຼັງຂອງໂປຣແກຣມ Ai ເຊິ່ງເທື່ອນີ້ Illustrator ກໍໄດ້ມີການອັບເດດລະບົບ Snapping ຮູບແບບໃໝ່ທີ່ຈະຊ່ວຍໃຫ້ຕົວໂປຣແກຣມສາມາດກວດຈັບວັດຖຸປະເພດຕົວອັກສອນໄດ້ງ່າຍຫຼາຍຂຶ້ນ ເຊິ່ງປົກກະຕິແລ້ວ Illustrotor ຈະໃຊ້ຂອບຕົວອັກສອນໃນຈັບຕຳແໜ່ງຂອງ text ເຊິ່ງບາງເທື່ອກໍບໍ່ເຫມາະກັບຕົວອັກສອນປະເພດທີ່ມີຫາງແປກໆ ແຕ່ເທື່ອນີ້ຕົວໂປຮແກຣມຈະສາມາດກວດຈັບຕົວອັກສອນໂດຍກົງເຮັດໃຫ້ຜູ້ໃຊ້ງານສາມາດວາງ Snapping Font ທີ່ມີອົງປະກອບແປກໆໄດ້ຢ່າງແນ່ນອນ.

TYPE PRECISION WITH THE ALIGN TOOL.

ລະບົບ Type precision ຊ່ວຍໃຫ້ຜູ້ໃຊ້ງານສາມາດໃສ່ຮູບ ແລະ ຮຽງຮູບໃນ Text Box ໄດ້ໂດຍກົງຍົກຕົວຢ່າງເຊັ່ນ: ເຮົາຕ້ອງການໃສ່ຮູບ Art ນ້ອຍໆ ເອົາໄວ້ໜ້າ Text ຜູ້ໃຊ້ງານກໍສາມາດໃສ່ Chip Art ນັ້ນໆເຂົ້າໄປໃນ Text-box ໄດ້ເລີຍແຖມຍັງໃຊ້ Alignment Tool ໃນການຈັດຕຳແໜ່ງໄດ້ຕາມສະດວກອີກດ້ວຍ.

ອັບເດດການປ່ຽນແປງຂອງຕົວ VECTOR ແບບ REAL-TIME

ດ້ວຍຄວາມທີ່ Illustrator ເປັນເຄື່ອງມື Graphics ແບບ Vector ທີ່ສາມາດຂະຫຍາຍຮູບໄດ້ໃຫຍ່ຫຼາຍໆເຮັດໃຫ້ສາມາດເຮັດວຽກ Scale ໃຫຍ່ຕົວຢ່າງງານໂຄສະນາ Billboard ໄດ້ຢ່າງງ່າຍດາຍ ໂດຍທີ່ຮູບບໍ່ແຕກ ເຊິ່ງເທື່ອນີ້ Illustrator ໄດ້ເພິ່ມຂະໜາດພື້ນທີ່ Canvas ໃຫ້ໃຫຍ່ກວ່າເກົ່າຫຼາຍເຖິງ 100x ເຮັດໃຫ້ສາມາດເຮັດວຽກໄດ້ສະດວກຫຼາຍຂຶ້ນໄປອີກ.

App Adobe Illustrator ເທິງ iPadOS ພ້ອມເຄື່ອງມືຄື PC ໃຫ້ໃຊ້ງານຄູ່ກັນໄດ້ແບບໄຮ້ຮອຍຕໍ່.

ນອກຈາກຈະເປິດ Features ໃໝ່ໆຫຼາກຫຼາຍໃນ Illustrator ແລ້ວທາງ Adobe ກໍໄດ້ຖືໂອກາດເປິດຕົວ version ເຕັມຂອງ Illustrator ເທິງ iPad ໃຫ້ໃຊ້ງານໂປຣແກຣມ Illustrator ໄດ້ຢ່າງເຕັມປະສິດທິພາບບ່ອນໃດເມື່ອໃດກໍໄດ້ ແຖມຍັງສາມາດເຮັດວຽກຂ້າມ Platform ລະຫວ່າງ PC-iPad ໄດ້ຢ່າງຕໍ່ເນື່ອງ.

ນອກນັ້ນຜູ່ທີ່ມີ Apple Pencil ຢູ່ແລ້ວ ຈະສາມາດແຕ້ມຮູບໃນ app Illustrator ເທິງ iPad ແລ້ວ save ເຂົ້າ Adobe Creative Cloud ເພື່ອເອົາໄປໃຊ້ຕໍ່ໃນ PC ໄດ້ເລີຍ ເຊິ່ງໃຜທີ່ມີ Illustrator ເທິງ PC ຢູ່ແລ້ວກໍສາມາດໄປດາວໂຫລດແອັບມາໃຊ້ໃນ iPad ຂອງຕົນເອງໄດ້ທັນທີຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ທີ່ມາ: https://droidsans.com/illustrator-releases-new-updates-with-new-features-as-well-as-full-version-on-ipad-os/