ໄອເດຍລ້ຳ ຜະລິດຫຸ່ນໂລມາ ເພື່ອຫວັງຫຼຸດຜ່ອນການໃຊ້ໂລມາແທ້ມາສະແດງ


ພວກທ່ານເຄີຍໄປເບິ່ງການສະແດງໂລມາຕາມພິພິທະພັນສັດນໍ້າກັນຫຼືບໍ່? ຮູ້ສຶກແບບໃດກັບການສະແດງທີ່ໄດ້ເຫັັນແດ່ ເພາະວ່າການສະແດງຂອງໂລມາໃນພິພິທະພັນສັດນໍ້າຈະໄດ້ຮັບຄວາມນິຍົມສູງຈາກນັກທ່ອງທ່ຽວທົ່ວໂລກ.

ແຕ່ໃນຂະນະດຽວກັນນີ້ກໍເປັນກິດຈະກຳທີ່ມັກຖືກເບິ່ງວ່າເປັນການກັກຂັງ ແລະ ທໍລະມານສັດໃນເວລາດຽວກັນ ເຊິ່ງເຮັດໃຫ້ໃນປັດຈຸບັນ ການສະແດງຂອງໂລມາຖືເປັນຫົວຂໍ້ທີ່ໂຕ້ຖຽງກັນຈາກນັກອະນຸລັກສັດທົ່ວໂລກ.

ແຕ່ບັນຫານີ້ກໍອາດຈະກາຍເປັນເລື່ອງທີ່ແກ້ໄດ້ງ່າຍກວ່າທີ່ຄິດກໍໄດ້ ເພາະຫຼ້າສຸດ ບໍລິສັດ Edge Innovation ຂອງສະຫະລັດອາເມຣິກາໄດ້ອອກມາເປີດຕົວເທັກໂນໂລຢີຫຸ່ນໂລມາ ທີ່ຄ້າຍຄືກັບຂອງແທ້ແບບສຸດໆ.

ເຖິງຂະໜາດທີ່ຫາກນຳມັນໄປລອຍນ້ຳໃນສະລອຍນ້ຳຂະໜາດໃຫຍ່ ຄົງຈະບໍ່ມີໃຜເບິ່ງອອກເລີຍວ່າໂລມາທີ່ເຫັນເປັນຫຸ່ນທີ່ຖືກສ້າງຂຶ້ນບໍ່ແມ່ນໂລມາທີ່ມີຊີວິດແທ້ໆ.

ຫຸ່ນໂລມານີ້ມີຈຸດເດັ່ນຢູ່ທີ່ຜິວໜັງເຊິ່ງເຮັດຂຶ້ນຈາກຊິລິໂຄນ ທີ່ໃຊ້ໃນວົງການແພດ ໂດຍມັນມີຄວາມຍາວ 2.5 ແມັດ ແລະ ໜັກປະມານ 250 ກິໂລກຣາມ.

ນອກນັ້ນຍັງມີການຕິດຕັ້ງລະບົບ AI ສຸດລ້ຳທີ່ຈະເຮັດໃຫ້ຮຽນແບບໂລມາໄດ້ຢ່າງນຽນ ເຖິງຂະໜາດທີ່ມັນສາມາດດຳນ້ຳຕື້ນໄປພ້ອມມະນຸດ ຫຼື ສະແດງກາຍະກຳໂດດລອດຫ່ວງໄດ້ເລີຍ.

ຫຸ່ນໂລມານີ້ປັດຈຸບັນຖືກຕັ້ງລາຄາໄວ້ທີ່ ໂຕລະ 3.5 ລ້ານໂດລາສະຫະລັດ ເຖິງຈະຄືວ່າແພງເກີນໄປແຕ່ກໍນັບວ່າເປັນຫົນທາງທີ່ໜ້າສົນໃຈທີ່ຈະຊ່ວຍເຫຼືອໂລມາເກືອບໆ 3,000 ໂຕທີ່ຍັງຄົງຖືກຈັບຢູ່ທົ່ວໂລກ.

ໂດຍສະເພາະຢູ່ໃນປະເທດທາງຢູໂຣບຫຼາຍແຫ່ງທີ່ເລີ່ມແບນການໃຊ້ສັດປ່າມາສະແດງແລ້ວ ດັ່ງນັ້ນມັນກໍບໍ່ແນ່ນອນຄືກັນວ່າໃນອະນາຄົດ ການສະແດງໂລມາໃນອະຄວາຣຽມສ່ວນໃຫຍ່ຂອງໂລກກໍອາດຈະປ່ຽນມາໃຊ້ໂລມາຫຸ່ນແທນທີ່ຂອງໂລມາໂຕເປັນໆກໍໄດ້.

ທີ່ມາ: https://www.catdumb.tv/robot-dolphin-378/