ປົກເວັບ 9

ລົດເມ BRT ວຽງຈັນ ກຽມເກັບຄ່າບໍລິການ 10,000 ກີບຕໍ່ຖ້ຽວ ຮອງຮັບການຊຳລະຜ່ານບັດ ແລະ ສະແກນຈ່າຍ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການຢ່າງເປັນທາງການ ເລີ່ມເກັບຄ່າໂດຍສານລົດເມດ່ວນ (BRT) 10,000 ກີບຕໍ່ຖ້ຽວ ນັບຕັ້ງແຕ່ວັນທີ 12 ຕຸລາ 2026 ເປັນຕົ້ນໄປ. 

ອີງຕາມລາຍລະອຽດຈາກແຈ້ງການພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ຜູ້ໂດຍສານສາມາດໃຊ້ບໍລິການຂຶ້ນ-ລົງໄດ້ທຸກສະຖານີໃນລາຄາດຽວຕະຫຼອດສາຍ ຕັ້ງແຕ່ສະຖານີສວນເຈົ້າອານຸວົງ ຈົນເຖິງ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ). 

ສຳລັບວິທີການຊຳລະຄ່າໂດຍສານແມ່ນໄດ້ອອກແບບມາເພື່ອຮອງຮັບຄວາມສະດວກຂອງປະຊາຊົນ ໂດຍສາມາດຊື້ບັດ Smart Card ແລະ ເຕີມເງິນໄດ້ທີ່ 5 ສະຖານີຫຼັກຄື: ສະຖານີສວນເຈົ້າອານຸວົງ, ໂຮງແຮມເສດຖາປາລາດ, ຕະຫຼາດເຊົ້າ, ປະຕູໄຊ ແລະ ສະຖານີມະຫາວິທະຍາໄລແຫ່ງຊາດ. 

ໂດຍການນຳໃຊ້ບັດດັ່ງກ່າວຈະມີຄ່າມັດຈຳບັດ 30,000 ກີບ ເຊິ່ງຜູ້ໃຊ້ບໍລິການສາມາດຂໍຮັບເງິນມັດຈຳ ແລະ ເງິນທີ່ເຫຼືອໃນບັດຄືນໄດ້ທັງໝົດເມື່ອສົ່ງບັດຄືນໃຫ້ໜ່ວຍງານປະຈຳສະຖານີ. 

ພ້ອມກັນນັ້ນ, ລະບົບຍັງຮອງຮັບການຈ່າຍເປັນເງິນສົດຜ່ານກ່ອງຮັບເງິນ (Fare Boxes) ເທິງລົດເມດ່ວນ ແຕ່ຜູ້ໂດຍສານຈຳເປັນຕ້ອງກຽມເງິນໃຫ້ພໍດີກັບຄ່າໂດຍສານ ເນື່ອງຈາກຈະບໍ່ມີການທອນເງິນຄືນ. 

ອີກໜຶ່ງທາງເລືອກທີ່ທັນສະໄໝຄືການຊຳລະຜ່ານການສະແກນ QR Code (BRT BUS SERVICE) ຂອງບັນຊີກອງທຶນຄຸ້ມຄອງການຂົນສົ່ງໃນຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ຢ່າງສະດວກສະບາຍ.   

ໂຄງການລົດເມດ່ວນ (BRT) ນີ້ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງໂຄງການພັດທະນາການຂົນສົ່ງໃນຕົວເມືອງແບບຍືນຍົງນະຄອນຫຼວງວຽງຈັນ (Vientiane Sustainable Urban Transport Project). 

ໂຄງການດັ່ງກ່າວມີເປົ້າໝາຍຫຼັກໃນການແກ້ໄຂບັນຫາການສັນຈອນແອອັດ, ຫຼຸດຜ່ອນອຸບັດຕິເຫດ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ໂດຍການຫັນມານຳໃຊ້ພະລັງງານສະອາດ. 

ການນຳໃຊ້ລະບົບລົດເມທີ່ທັນສະໄໝ, ການກຳນົດເລນແລ່ນສະເພາະທີ່ຊ່ວຍໃຫ້ລົດບໍ່ຕິດຂັດ ແລະ ມີຕາຕະລາງເວລາທີ່ຊັດເຈນ ຈະຊ່ວຍຍົກລະດັບຄຸນນະພາບຊີວິດຂອງຊາວນະຄອນຫຼວງວຽງຈັນ ໃຫ້ສາມາດເຂົ້າເຖິງການເດີນທາງທີ່ປອດໄພ, ປະຢັດເວລາ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງເປັນການປູກຈິດສຳນຶກ ແລະ ຊຸກຍູ້ໃຫ້ປະຊາຊົນຫັນມານຳໃຊ້ລະບົບຂົນສົ່ງສາທາລະນະຫຼາຍຂຶ້ນໃນອະນາຄົດ.

ແຕ່ເຖິງຢ່າງໃດກໍຕາມ, ໃນພາກປະຕິບັດຕົວຈິງ ຍັງຄົງພົບເຫັນບັນຫາສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະການບັງຄັບໃຊ້ກົດລະບຽບຈະລາຈອນໃນເລນສະເພາະສຳລັບລົດເມ ທີ່ຍັງບໍ່ມີຄວາມເຂັ້ມງວດເທົ່າທີ່ຄວນ. ປັດຈຸບັນ, ຍັງປາກົດເຫັນລົດໃຫຍ່ ແລະ ລົດຈັກທົ່ວໄປ ຂັບຂີ່ເຂົ້າໄປໃນເລນດັ່ງກ່າວຢູ່ເລື້ອຍໆ ເຊິ່ງສົ່ງຜົນໃຫ້ເກີດຄວາມແອອັດ ແລະ ສົ່ງຜົນກະທົບຕໍ່ເວລາໃນການເດີນທາງຂອງລົດເມ BRT ເຮັດໃຫ້ບໍ່ສາມາດເຮັດຄວາມໄວໄດ້ຕາມມາດຕະຖານທີ່ວາງໄວ້.

#LaoX #ລົດເມBRT #ຂົນສົ່ງມວນຊົນວຽງຈັນ #ນະຄອນຫຼວງວຽງຈັນ #VientianeBRT

Comments are disabled