IMF ຊີ້ການປະຕິຮູບລະບົບພາສີທີ່ຖືກຕ້ອງ ສາມາດເພີ່ມລາຍຮັບລັດໄດ້ ໂດຍບໍ່ຈຳເປັນຕ້ອງຂຶ້ນອັດຕາອາກອນ
ບົດລາຍງານຫຼ້າສຸດຈາກກອງທຶນເງິນຕາສາກົນ (IMF) ເປີດເຜີຍວ່າ ລັດຖະບານສາມາດເພີ່ມລາຍຮັບ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດໄດ້ ໂດຍບໍ່ຈຳເປັນຕ້ອງປັບຂຶ້ນອັດຕາອາກອນ ພຽງແຕ່ອຸດຊ່ອງໂຫວ່ ແລະ ແກ້ໄຂຂໍ້ບົກຜ່ອງໃນການອອກແບບລະບົບພາສີ ກໍສາມາດປົດລັອກຂໍ້ຈຳກັດ, ສ້າງຜົນກະທົບເຊີງບວກຕໍ່ GDP ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງມະຫາສານ. Reuter ລາຍງານ.
ຂໍ້ມູນດັ່ງກ່າວໄດ້ຖືກຍົກຂຶ້ນມາໃນບົດລາຍງານ Fiscal Monitor ກ່ອນກອງປະຊຸມປະຈຳປີຂອງ IMF ແລະ ທະນາຄານໂລກ ທີ່ຈະຈັດຂຶ້ນທີ່ບາງກອກໃນອາທິດໜ້າ.
ບົດຄົ້ນຄວ້າລະບຸວ່າ ຄວາມຜິດພາດໃນການອອກແບບລະບົບພາສີ ໄດ້ສ້າງຜົນກະທົບທາງລົບຢ່າງມິດງຽບ ຕົວຢ່າງເຊັ່ນ: ອາກອນມູນຄ່າເພີ່ມ (VAT) ທີ່ທຸລະກິດບໍ່ສາມາດນຳໄປຫັກລົບກັບຕົ້ນທຶນໄດ້ຢ່າງເຕັມເມັດເຕັມໜ່ວຍ ໄດ້ກາຍເປັນພາສີການຜະລິດທີ່ເຮັດໃຫ້ຕົ້ນທຶນໃນລະບົບຕ່ອງໂສ້ອຸປະທານເພີ່ມສູງຂຶ້ນ, ຂະນະທີ່ອາກອນເງິນເດືອນທີ່ຂາດຄວາມເໝາະສົມ ກໍເປັນປັດໄຈກີດກັນບໍ່ໃຫ້ຄົນເຂົ້າສູ່ຕະຫຼາດແຮງງານ.
ນອກຈາກນີ້, ອາກອນກຳໄລຂອງບໍລິສັດທົ່ວໄປ ຍັງເຮັດໃຫ້ຕົ້ນທຶນຂອງເງິນທຶນ ເພີ່ມຂຶ້ນສະເລ່ຍເຖິງ 15% ຫາ 20% ເນື່ອງຈາກຕົ້ນທຶນການລົງທຶນບໍ່ໄດ້ຮັບການຊົດເຊີຍຄືນທາງພາສີຢ່າງເຕັມທີ່ ເຊິ່ງເປັນການຫຼຸດທອນກຳລັງໃຈໃນການລົງທຶນຂອງພາກທຸລະກິດ.
ເຖິງຢ່າງໃດກໍຕາມ, ບັນຫາເຫຼົ່ານີ້ສາມາດແກ້ໄຂໄດ້ດ້ວຍການປະຕິຮູບຢ່າງກົງຈຸດ. IMF ເນັ້ນໜັກວ່າ ການຟື້ນຟູຄວາມເປັນກາງຂອງອາກອນມູນຄ່າເພີ່ມ ໂດຍການຈຳກັດການຍົກເວັ້ນ ແລະ ອະນຸຍາດໃຫ້ຫັກລົບອາກອນປ້ອນເຂົ້າໄດ້ຢ່າງເຕັມທີ່ ສາມາດສ້າງຜົນປະໂຫຍດທາງດ້ານສະຫວັດດີການໃຫ້ກັບສັງຄົມໄດ້ສູງສຸດເຖິງ 0,8% ຂອງ GDP (ສະເລ່ຍ 0,26%).
ສຳລັບພາກທຸລະກິດ, ການອະນຸຍາດໃຫ້ຫັກລາຍຈ່າຍຕົ້ນທຶນການລົງທຶນໄດ້ທັນທີ ພ້ອມກັບການຮັກສາການເກັບພາສີຈາກຜົນກຳໄລຂອງການລົງທຶນນັ້ນ ຈະຊ່ວຍເພີ່ມມູນຄ່າທຶນໄລຍະຍາວໄດ້ 6,4% ໃນກຸ່ມປະເທດພັດທະນາແລ້ວ ແລະ ເຖິງ 8,2% ໃນກຸ່ມປະເທດກຳລັງພັດທະນາ ເຊິ່ງສາມາດຍູ້ GDP ໃຫ້ເຕີບໂຕຕື່ມອີກ 2,1% ຫາ 2,7%.
ທ້າຍທີ່ສຸດແລ້ວ, ການບໍລິຫານຈັດການພາສີທີ່ເຂັ້ມແຂງເພື່ອອັດຊ່ອງໂຫວ່ການຫຼົບຫຼີກ ຍັງເປັນກຸນແຈສຳຄັນທີ່ຊ່ວຍໃຫ້ລັດເກັບລາຍຮັບໄດ້ຫຼາຍຂຶ້ນເຖິງ 1,7% ຂອງ GDP ເມື່ອທຽບກັບປະເທດທີ່ມີການຄຸ້ມຄອງພາສີທີ່ອ່ອນແອກວ່າ ໂດຍທີ່ລັດຖະບານບໍ່ຈຳເປັນຕ້ອງແຕະຕ້ອງ ຫຼື ປັບຂຶ້ນອັດຕາພາສີເດີມເລີຍ.
#LaoXperts #IMF #ເສດຖະກິດ #ພາສີອາກອນ #ນະໂຍບາຍລັດ #ອາກອນມູນຄ່າເພີ່ມ #ການລົງທຶນ


