ປົກເວັບ 2026 09 17T221538 198

ສປປ ລາວ ເປີດເວັບໄຊທ ບໍລິການຊ່ວຍເຫຼືອທາງກົດໝາຍ ປຶກສາງ່າຍ, ເຂົ້າເຖິງໄວ

ສປປ ລາວ ກຳລັງຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ຜ່ານຊ່ອງທາງອອນລາຍໃໝ່ ທີ່ຊ່ວຍໃຫ້ປະຊາຊົນສາມາດໄດ້ຮັບຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ຮ້ອງຂໍການຊ່ວຍເຫຼືອໄດ້ງ່າຍຂຶ້ນ.

ເວທີດັ່ງກ່າວໄດ້ຖືກເປີດຕົວຂຶ້ນ ໃນກອງປະຊຸມວຽກງານຊ່ວຍເຫຼືອທາງດ້ານກົດໝາຍທົ່ວປະເທດ ຄັ້ງທີ 2 ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດຜ່ານມາ, ເຊິ່ງເປັນຂີດໝາຍບາດກ້າວໃໝ່ ໃນຄວາມພະຍາຍາມເພື່ອເຮັດໃຫ້ການບໍລິການທາງດ້ານກົດໝາຍ ສາມາດເຂົ້າເຖິງມວນຊົນໄດ້ງ່າຍຂຶ້ນ. ຕາມການລາຍງານຂອງ ໜັງສືພີມ ວຽງຈັນໃໝ່.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ນາງ ສີສຸດາ ໂສພາວັນດີ ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ແລະ ທ່ານ ໂທມັສ ລາມມາ (Thomas Lammar) ອຸປະທູດ ແຫ່ງ ຣາຊະລັດ ກຣັງດຸຍເຊ ລຸກຊຳບວກ ປະຈຳ ສປປ ລາວ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານ ນາງ ສີສຸດາ ກ່າວວ່າ ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການບໍລິການທາງກົດໝາຍແບບອາສາສະໝັກ ມີບົດບາດສຳຄັນ ໃນການຊ່ວຍໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ ບົນພື້ນຖານຄວາມສະເໝີພາບກັນ.

“ວຽກງານຊ່ວຍເຫຼືອດ້ານກົດໝາຍ ແລະ ການໃຫ້ຄວາມຊ່ວຍເຫຼືອແບບອາສາສະໝັກ ຫຼື ໂຟຣ ໂບໂນ (Pro Bono) ເປັນວຽກງານສຳຄັນ ໃນການອຳນວຍໃຫ້ປະຊາຊົນສາມາດເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳໄດ້ຢ່າງເທົ່າທຽມ”.

ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ, ລວມທັງການໃຫ້ຄຳປຶກສາທາງດ້ານກົດໝາຍໂດຍບໍ່ເສຍຄ່າ, ແມ່ນໄດ້ຈັດຕັ້ງປະຕິບັດພາຍໃຕ້ກົດໝາຍວ່າດ້ວຍທະນາຍຄວາມ ແລະ ດຳລັດຕ່າງໆທີ່ກ່ຽວຂ້ອງ. ການບໍລິການດັ່ງກ່າວ ແມ່ນສະໜອງໃຫ້ໂດຍ ຂະແໜງຍຸຕິທຳ, ສະຫະພັນແມ່ຍິງລາວ ແລະ ສະພາທະນາຍຄວາມລາວ.

ປະຊາຊົນສາມາດຮັບການຊ່ວຍເຫຼືອ ຜ່ານການໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ແລະ ຢູ່ກັບທີ່, ໃນຂະນະທີ່ ສະພາທະນາຍຄວາມລາວ ກໍຍັງມີການບໍລິການແບບບໍ່ເສຍຄ່າ (pro bono) ໃຫ້ເຊັ່ນກັນ. ຂໍ້ມູນຂ່າວສານທາງດ້ານກົດໝາຍ ຍັງຖືກເຜີຍແຜ່ຜ່ານ ປຶ້ມຄູ່ມື, ແຜ່ນພັບ, ໂປສເຕີ ແລະ ວິດີໂອສັ້ນ.

ເວັບໄຊທໃໝ່ນີ້ ໄດ້ເພີ່ມຊ່ອງທາງອອນລາຍເຂົ້າໃນການບໍລິການທີ່ມີຢູ່ແລ້ວ. ມັນມີຈຸດປະສົງເພື່ອເຮັດໃຫ້ປະຊາຊົນຊອກຫາຂໍ້ມູນທາງດ້ານກົດໝາຍ ແລະ ຮ້ອງຂໍການຊ່ວຍເຫຼືອໄດ້ງ່າຍຂຶ້ນ ໂດຍບໍ່ຈຳເປັນຕ້ອງເພິ່ງພາພຽງແຕ່ການບໍລິການແບບເຊິ່ງໜ້າເທົ່ານັ້ນ.

ການເຄື່ອນໄຫວດັ່ງກ່າວ ແມ່ນມີຄວາມສຳຄັນເປັນພິເສດ ໃນຂະນະທີ່ເຕັກໂນໂລຊີກາຍເປັນວິທີທາງທີ່ທົ່ວໄປຫຼາຍຂຶ້ນ ສຳລັບປະຊາຊົນໃນການເຂົ້າເຖິງການບໍລິການສາທາລະນະ. ດ້ວຍການສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍທາງອອນລາຍ, ຂະແໜງຍຸຕິທຳສາມາດສ້າງອີກໜຶ່ງຊ່ອງທາງ ໃຫ້ປະຊາຊົນໄດ້ຮຽນຮູ້ກ່ຽວກັບສິດທິຂອງຕົນ ແລະ ຊອກຫາຄຳແນະນຳ ເມື່ອພວກເຂົາປະເຊີນກັບບັນຫາທາງດ້ານກົດໝາຍ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ກ່ຽວກັບວິທີການສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ ແລະ ທັກສະ ໃຫ້ແກ່ບຸກຄະລາກອນທີ່ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການນຳໃຊ້ເຕັກໂນໂລຊີ ເພື່ອປັບປຸງການສະໜອງການບໍລິການໃຫ້ດີຂຶ້ນ.

ພວກເຂົາຍັງໄດ້ແລກປ່ຽນປະສົບການຕົວຈິງ ແລະ ບົດຮຽນຈາກວຽກງານຊ່ວຍເຫຼືອທາງດ້ານກົດໝາຍ, ໂດຍການສົນທະນາໄດ້ສຸມໃສ່ ວິທີການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການດັ່ງກ່າວ.

ກອງປະຊຸມ ຍັງເປັນໂອກາດໃນການທົບທວນຄືນ ຫຼັກການ ແລະ ຂົງເຂດສຳຄັນຂອງວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ແລະ ພິຈາລະນາວ່າ ບຸກຄະລາກອນທາງດ້ານກົດໝາຍ ຈະສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນທີ່ຊອກຫາການຊ່ວຍເຫຼືອໄດ້ດີຂຶ້ນແນວໃດ.

ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນເປີດຕົວ ເວັບໄຊທການຊ່ວຍເຫຼືອທາງດ້ານກົດໝາຍ ຢ່າງເປັນທາງການ, ເຊິ່ງໄດ້ຮັບການພັດທະນາໂດຍການສະໜັບສະໜູນຈາກ ລັດຖະບານ ແຫ່ງ ຣາຊະລັດ ກຣັງດຸຍເຊ ລຸກຊຳບວກ ຜ່ານໂຄງການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຍຸຕິທຳ ແລະ ການປົກຄອງທີ່ດີ ຂອງຕົນ.

ຂໍ້ລິເລີ່ມດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນວົງກວ້າງ ເພື່ອສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳ ໂດຍການລວມເອົາຄວາມຊ່ຽວຊານທາງດ້ານກົດໝາຍ ເຂົ້າກັບເຄື່ອງມືດິຈິຕອລ.

ສຳລັບຜູ້ທີ່ອາດຈະບໍ່ຮູ້ວ່າ ຈະໄປຊອກຫາຄຳປຶກສາທາງດ້ານກົດໝາຍໄດ້ຢູ່ໃສ, ເວທີອອນລາຍນີ້ ແມ່ນແນໃສ່ເພື່ອເປັນຈຸດເລີ່ມຕົ້ນທີ່ສະດວກກວ່າເກົ່າ ໃນການຊອກຫາຂໍ້ມູນ ແລະ ການຮ້ອງຂໍການຊ່ວຍເຫຼືອ.

ກອງປະຊຸມ ໄດ້ນຳເອົາຕົວແທນຈາກພາກສ່ວນກ່ຽວຂ້ອງຂອງລາວ ແລະ ອົງການຈັດຕັ້ງສາກົນ ມາປຶກສາຫາລື ກ່ຽວກັບວິທີການປັບປຸງວຽກງານຊ່ວຍເຫຼືອທາງດ້ານກົດໝາຍໃຫ້ດີຂຶ້ນຕື່ມອີກ ແລະ ຮັບປະກັນວ່າ ການເຂົ້າເຖິງຄວາມຍຸຕິທຳ ຈະສາມາດກວມເອົາປະຊາຊົນໄດ້ຫຼາຍຂຶ້ນ.

ສຳລັບຄົນທີ່ສົນໃຈ ສາມາດເຂົ້າໄປກວດສອບໄດ້ທີ່ legal-aid.moj.gov.la 

#LaoX #LegalAidLaos #AccessToJustice #LaoLaw #LaoMinistryOfJustice #ຊ່ວຍເຫຼືອທາງກົດໝາຍ #ກົດໝາຍລາວ #ເຂົ້າເຖິງຄວາມຍຸຕິທຳ #ກະຊວງຍຸຕິທຳ

Comments are disabled