ບາດແຜສົງຄາມທີ່ຍັງຫາຍໃຈ, ສຽງສະທ້ອນຈາກຜູ້ລອດຊີວິດ ລະເບີດບໍ່ທັນແຕກ
ສຽງປືນຈາກສົງຄາມສະຫງົບລົງຫຼາຍທົດສະວັດ ແຕ່ມັດຈຸລາດງຽບທີ່ຝັງເລິກໃນແຜ່ນດິນລາວຍັງສືບຕໍ່ພາກເອົາອະນາຄົດປະຊາຊົນ ແລະ ໜ່ວງໜ່ຽວການພັດທະນາຊາດ. ໃນກອງປະຊຸມ 3RC-CCM ທີ່ວຽງຈັນ, ສຽງສະທ້ອນຈາກຜູ້ລອດຊີວິດໄດ້ຕອກຢໍ້າໃຫ້ປະຊາຄົມໂລກເຫັນເຖິງບາດແຜສົງຄາມທີ່ຍັງບໍ່ທັນປິ່ນປົວ ເພື່ອຮຽກຮ້ອງການຊ່ວຍເຫຼືອຢ່າງຮີບດ່ວນ.
ພາບໃຫຍ່ຂອງຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ບໍ່ພຽງແຕ່ເປັນຕົວເລກສະຖິຕິ ແຕ່ມັນຄືເລື່ອງລາວຄວາມສູນເສຍທີ່ປະເມີນຄ່າບໍ່ໄດ້ຂອງເດັກນ້ອຍຜູ້ໄຮ້ດຽງສາ ແລະ ເປັນອຸປະສັກກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງລາວຢ່າງໜັກໜ່ວງ.
ທ້າວ ສັນຕິ ຊາຍໜຸ່ມອາຍຸ 28 ປີ ຈາກແຂວງຊຽງຂວາງ ໄດ້ຢ້ອນຄວາມຊົງຈຳອັນເຈັບປວດໃນໄວພຽງ 12 ປີ ທີ່ອອກໄປເສຍຫຍ້ານາຫວັງຊ່ວຍວຽກຄອບຄົວ ແຕ່ພັດຕ້ອງມາຢຽບຖືກລະເບີດຈົນກາຍເປັນຄົນພິການແຂນລ່ອຍຕະຫຼອດຊີວິດ.
ລາວໄດ້ກ່າວເທິງເວທີດ້ວຍນໍ້າສຽງທີ່ສະເທືອນໃຈວ່າ: “ຈາກເດັກນ້ອຍຄົນໜຶ່ງທີ່ເຄີຍມີຮ່າງກາຍສົມບູນ ພ້ອມທີ່ຈະຊ່ວຍແບ່ງເບົາພາລະຂອງຄອບຄົວ, ກັບຕ້ອງມາຮ່າງກາຍບໍ່ສົມບູນ, ພິການ”. ປະໂຫຍກນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມເຈັບປວດທີ່ສຸດຂອງເດັກນ້ອຍຄົນໜຶ່ງ ທີ່ຢາກເປັນຜູ້ຊ່ວຍເຫຼືອຄອບຄົວ ແຕ່ເຫດການພັດເຮັດໃຫ້ລາວກາຍເປັນພາລະຢ່າງບໍ່ຍຸຕິທຳ.
ສະພາບການດັ່ງກ່າວບໍ່ຕ່າງຫຍັງກັບ ທ້າວ ນວຍ ພອນສົມໄຊ ອາຍຸ 28 ປີ ຈາກແຂວງສະຫວັນນະເຂດ ທີ່ຕ້ອງສູນເສຍມືເບື້ອງຂວາໄປໃນໄວ 10 ປີ ພຽງຍ້ອນຄວາມຮູ້ເທົ່າບໍ່ເຖິງການ ທີ່ເຫັນລະເບີດເປັນພຽງກ້ອນຫີນຈຶ່ງຈັບມາໂຍນຫຼິ້ນ. ບາດແຜທາງກາຍອາດປິ່ນປົວໄດ້ ແຕ່ບາດແຜທາງຈິດໃຈນັ້ນຝັງເລິກ, ຊຶ່ງລາວໄດ້ເປີດເຜີຍຄວາມຮູ້ສຶກໃນມື້ນັ້ນວ່າ: “ຄວາມຮູ້ສຶກຕອນນັ້ນ ມັນຄືກັນກັບຝັນຮ້າຍ, ຂ້າພະເຈົ້າມີຊີວິດຢູ່ຕໍ່ຍ້ອນຍອມຮັບຄວາມຈິງບໍ່ໄດ້”.
ແຕ່ໃນທ່າມກາງຄວາມໂຊກຮ້າຍນັ້ນ, ບາດແຜໄດ້ຖືກປ່ຽນໃຫ້ກາຍເປັນພະລັງ ເມື່ອປັດຈຸບັນລາວໄດ້ອຸທິດຕົນເຂົ້າຮ່ວມເປັນທີມງານທຳລາຍລະເບີດເຄື່ອນທີ່ຂອງອົງການຮາໂລທັສ ດ້ວຍປນິທານອັນແຮງກ້າທີ່ວ່າ: “ຂ້າພະເຈົ້າບໍ່ຢາກໃຫ້ເດັກນ້ອຍຮຸ່ນໃໝ່ຕ້ອງມາພົບພໍ້ກັບເຫດການຄືກັນກັບຂ້າພະເຈົ້າ, ຂ້າພະເຈົ້າຢາກມີສ່ວນຮ່ວມໃນການເກັບກູ້ ລບຕ ຢູ່ ສປປ ລາວ ອອກໃຫ້ໝົດ”.
ການເລັ່ງເກັບກູ້ ລບຕ ອອກຈາກແຜ່ນດິນລາວ ຈຶ່ງບໍ່ພຽງແຕ່ເປັນການຄືນຄວາມປອດໄພ ແຕ່ຍັງເປັນການປົດລັອກພື້ນທີ່ກະສິກຳ ແລະ ປູທາງໄປສູ່ການພັດທະນາປະເທດຊາດ.
ດັ່ງນັ້ນ, ຕົວແທນຜູ້ເຄາະຮ້າຍຈຶ່ງໄດ້ສົ່ງສຽງຮຽກຮ້ອງອັນໜັກແໜ້ນມາຍັງທຸກພາກສ່ວນ ທັງພາກລັດ, ອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນ ໃຫ້ສືບຕໍ່ຊຸກຍູ້ວຽກງານເກັບກູ້ລະເບີດ ຄວບຄູ່ໄປກັບການເປີດໂອກາດໃຫ້ຜູ້ລອດຊີວິດໄດ້ເຂົ້າເຖິງການສຶກສາ, ການປິ່ນປົວ ແລະ ວິຊາຊີບ ເພື່ອເປັນແສງສະຫວ່າງດຽວທີ່ຈະຊ່ວຍໃຫ້ພວກເຂົາສາມາດກ້າວຜ່ານຄວາມມືດມົນ, ສ້າງລາຍຮັບລ້ຽງຄອບຄົວ ແລະ ກັບຄືນມາດຳເນີນຊີວິດໃນສັງຄົມໄດ້ຢ່າງມີກຽດສັກສີອີກຄັ້ງ.
#UXO #UXOLaos #3RCCCM #ລະເບີດບໍ່ທັນແຕກ #ສປປລາວ #ບາດແຜສົງຄາມ


