ຕີມໍແລັດສະເຕ ລົງນາມ ເຂົ້າຮ່ວມສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ທີ່ນະຄອນຫຼວງວຽງຈັນ
ຕີມໍແລັດສະເຕ ລົນາມເຂົ້າເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຢ່າງເປັນທາງການ. ຊຸກຍູ້ການລົບລ້າງໄພຂົ່ມຂູ່ຈາກອາວຸດສົງຄາມ ແລະ ສັນຕິພາບສາກົນ ພາຍໃຕ້ການຊຸກຍູ້ຢ່າງຈິງຈັງຂອງ ສປປ ລາວ.
ການລົງນາມດັ່ງກ່າວມີຂຶ້ນ ໃນໄລຍະດໍາເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ໃນວັນທີ 15 ກັນຍາ ທີ່ຜ່ານມາ. ກະຊວງການຕ່າງປະເທດລາຍງານ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນນາມປະທານກອງປະຊຸມສາກົນຄັ້ງນີິ້ ໄດ້ຮ່ວມລົງນາມເປັນພະຍານໃນຖະແຫຼງການການເຂົ້າຮ່ວມເປັນພາຄີດັ່ງກ່າວ ແລະ ໃຫ້ກຽດຂຶ້ນກ່າວສະແດງຄວາມຊົມເຊີຍຢ່າງອົບອຸ່ນ ຕໍ່ກັບ ທ່ານ ທ່ານ ເບັນດິໂຕ ດອສ ຊານໂຕສ ເຟຼຕາສ (Bendito dos Santos Freitas), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍແລັດສະເຕ ທີ່ໄດ້ສະແດງເຈດຈໍານົງ ແລະ ໃຫ້ຄໍາໝາຍໝັ້ນໃນການລົງນາມໃນການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.
ການລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີຂອງ ປະເທດ ຕີມໍແລັດສະເຕ ແມ່ນຜົນສໍາເລັດຈາກຄວາມພະຍາຍາມອັນຕໍ່ເນື່ອງ ຂອງ ສປປ ລາວ ໃນຖານະປະທານ CCM ຮ່ວມກັບວົງຄະນະຍາດສາກົນ ຂົນຂວາຍໃນການລະດົມໃຫ້ມີປະເທດລັດພາຄີຂອງສົນທິສັນຍາເພີ່ມຂຶ້ນ.
ໃນໄລຍະຂອງການເປັນປະທານ ສປປ ລາວ ແມ່ນໄດ້ມີການຈັດກອງປະຊຸມສໍາມະນາການຈັດຕັ້ງປະຕິບັດສົນທິສົນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ 2 ຄັ້ງ ສໍາລັບ ພາກພື້ນ ອາຊີ-ປາຊິຟິກ ທີ່ຈັດຂຶ້ນໃນວັນທີ 27-29 ພຶດສະພາ 2026 ທີ່ ນະຄອນຫຼວງວຽງຈັນ ແລະ ພາກພື້ນ ອາຟຣິກາ ທີ່ຈັດຂຶ້ນໃນວັນທີ 04-05 ມິຖຸນາ 2026 ທີ່ ນະຄອນຫຼວງ ອາດິສ ອາບາບາ, ປະເທດ ເອທິໂອປີ ຊຶ່ງເຫັນໄດ້ແຈ້ງວ່າ ການໂຄສະນາໃຫ້ເຫັນເຖິງຄວາມອັນຕະລາຍຂອງຜົນກະທົບຂອງລະເບີດລູກຫວ່ານ ແລະ ການພົວພັນ 2 ຝ່າຍທີ່ດີລະຫວ່າງ ສປປ ລາວ ແລະ ຕີມໍແລັດສະເຕ ແມ່ນເປັນສິ່ງທີ່ສໍາຄັນທີ່ຊຸກຍູ້ການຂະຫຍາຍສະມາຊິກໃນຄັ້ງນີ້.
ການເຂົ້າເປັນພາຄີຂອງ ຕີມໍແລັດສະເຕ ໄດ້ສະແດງເຖິງຄວາມສາມັກຄີໃນຄອບຄົວອາຊຽນ ຊຶ່ງເປັນການສະແດງໃຫ້ວົງຄະນະຍາດສາກົນເຫັນວ່າ ການລົບລ້າງຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ ແມ່ນພັນທະໜ້າທີ່ລວມຂອງທຸກປະເທດ, ທັງປະເທດທີ່ໄດ້ຮັບຜົນກະທົບ ແລະ ບໍ່ໄດ້ຮັບຜົນກະທົບ.
ການຕັດສິນໃຈຂອງ ປະເທດ ຕີມໍແລັດສະເຕ ຄັ້ງປະຫວັດສາດນີ້ ແມ່ນເປັນບາດກ້າວທີ່ສໍາຄັນຢ່າງຍິ່ງ ໃນການສົ່ງເສີມການຂະຫຍາຍສະມາຊິກຂອງພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ຈະປະກອບ ສ່ວນອັນສໍາຄັນໃຫ້ກັບຂະບວນການຫຼຸດຜ່ອນອາວຸດຂອງສາກົນ.
ເຖິງວ່າ ປະເທດ ຕີມໍແລັດສະເຕ ຈະບໍ່ເຄີຍຮັບຜົນກະທົບໂດຍກົງຈາກລະເບີດລູກຫວ່ານກໍຕາມ, ແຕ່ ປະເທດ ຕີມໍແລັດສະເຕ ໄດ້ເລືອກທີ່ຈະຢືນຄຽງຂ້າງບັນດາປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວ ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຫຼັກການມະນຸດສະທໍາສາກົນ.
ສຳລັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions – CCM) ແມ່ນສົນທິສັນຍາສາກົນ ທີ່ໄດ້ຮັບຮອງເອົາໃນວັນທີ 30 ພຶດສະພາ 2008 ທີ່ນະຄອນດັບບລິນ ປະເທດອຽກລັງ ແລະ ເປີດໃຫ້ລົງນາມໃນເດືອນທັນວາ ປີດຽວກັນ ທີ່ນະຄອນອອສໂລ ປະເທດນອກແວ ກ່ອນຈະມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 1 ສິງຫາ 2010. ສົນທິສັນຍາສະບັບນີ້ ມີຈຸດປະສົງຫຼັກເພື່ອຢຸດຕິຄວາມທຸກທໍລະມານຂອງມວນມະນຸດ ໂດຍການເກືອດຫ້າມການນຳໃຊ້, ການຜະລິດ, ການສະສົມ ແລະ ການໂອນລະເບີດລູກຫວ່ານຢ່າງເດັດຂາດ ເນື່ອງຈາກເປັນອາວຸດທີ່ສ້າງຜົນກະທົບຢ່າງຮ້າຍແຮງ ແລະ ບໍ່ເລືອກໜ້າຕໍ່ພົນລະເຮືອນ. ນອກຈາກນີ້, ຍັງໄດ້ກຳນົດພັນທະອັນສຳຄັນໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ການສຶກສາຄວາມສ່ຽງ ເພື່ອແນໃສ່ສ້າງໂລກທີ່ປອດໄພ ແລະ ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານຢ່າງຖາວອນ.
ປັດຈຸບັນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ມີປະເທດທີ່ເຂົ້າຮ່ວມເປັນລັດພາຄີ (ສະມາຊິກຢ່າງເປັນທາງການ) ຈຳນວນ 112 ປະເທດ ແລະ ມີອີກປະມານ 12 ປະເທດ ທີ່ໄດ້ລົງນາມແລ້ວແຕ່ຍັງບໍ່ທັນໃຫ້ສັດຕະຍາບັນ.
ການປະກາດເຂົ້າຮ່ວມຂອງ ຕີມໍແລັດສະເຕ ໃນວັນທີ 15 ກັນຍາ 2026 ທີ່ຜ່ານມານີ້ ໄດ້ເຮັດໃຫ້ຈຳນວນລັດພາຄີເພີ່ມຂຶ້ນເປັນ 113 ປະເທດ ຢ່າງເປັນທາງການ.
#LaoX #CCM #LaoPDR #TimorLeste #ASEAN #UXOFree #HumanitarianAction #PeaceAndSecurity


