ຍີ່ປຸ່ນ ປະກາດ ຫຼຸດອາກອນຊົມໃຊ້ ໝວດອາຫານເຫຼືອ 1% ຫວັງແກ້ວິກິດຄ່າຄອງຊີບ
ລັດຖະບານຍີ່ປຸ່ນສ້າງປະຫວັດສາດໜ້າໃໝ່ ດ້ວຍການອະນຸມັດແຜນປະຕິຮູບພາສີ ປີ 2027 ໂດຍການຫຼຸດອັດຕາພາສີຊົມໃຊ້ສຳລັບອາຫານ ແລະ ເຄື່ອງດື່ມລົງຢ່າງມະຫາສານຈາກ 8% ເຫຼືອພຽງ 1% ເພື່ອແກ້ໄຂບັນຫາຄ່າຄອງຊີບທີ່ເພີ່ມສູງຂຶ້ນ ເຊິ່ງມາດຕະການນີ້ຈະຊ່ວຍຫຼຸດພາລະລາຍຈ່າຍຂອງປະຊາຊົນໄດ້ຢ່າງຫຼວງຫຼາຍ ແຕ່ກໍສ້າງສິ່ງທ້າທາຍໃຫຍ່ໃນການບໍລິຫານງົບປະມານຂອງລັດ.
kyodonews ລາຍງານວ່າ ມາດຕະການດັ່ງກ່າວເຊິ່ງຈະເລີ່ມຈັດຕັ້ງປະຕິບັດເປັນເວລາສອງປີ ນັບຕັ້ງແຕ່ເດືອນເມສາ 2027 ເປັນຕົ້ນໄປ ຖືເປັນການຫຼຸດພາສີຊົມໃຊ້ຄັ້ງທຳອິດນັບຕັ້ງແຕ່ຍີ່ປຸ່ນນຳໃຊ້ລະບົບນີ້ໃນປີ 1989.
ທ່ານນາງ ຊາສຶກິ ຄາຕາຍາມະ ລັດຖະມົນຕີກະຊວງການເງິນ ໄດ້ອອກມາຊີ້ແຈງທ່າມກາງຄວາມກັງວົນຂອງຫຼາຍຝ່າຍ ກ່ຽວກັບລາຍຮັບຂອງລັດທີ່ຈະຫາຍໄປເຖິງ 10 ພັນຕື້ເຢນ (ປະມານ 65 ພັນລ້ານໂດລາສະຫະລັດ) ໂດຍຢືນຢັນວ່າ ລັດຖະບານຈະບໍ່ເພິ່ງພາການອອກພັນທະບັດຊົດເຊີຍການຂາດດຸນເດັດຂາດ ເພື່ອຮັກສາຄວາມເຊື່ອໝັ້ນຂອງຕະຫຼາດທຶນໄວ້ ໂດຍຈະມີການເປີດເຜີຍແຜນການຈັດຫາທຶນທີ່ຊັດເຈນຜ່ານຂະບວນການຮ່າງງົບປະມານພາຍໃນທ້າຍປີນີ້.
ໃນຂະນະດຽວກັນ, ລັດຖະບານພາຍໃຕ້ການນຳຂອງທ່ານນາງ ຊານາເອະ ທາກາອິຈິ ນາຍົກລັດຖະມົນຕີ ຍັງກຽມສະເໜີຮ່າງກົດໝາຍທີ່ກ່ຽວຂ້ອງເຂົ້າສູ່ສະພາໃນເດືອນຕຸລາທີ່ຈະມາເຖິງນີ້ ເພື່ອຍູ້ແຮງການເຕີບໂຕທາງເສດຖະກິດຢ່າງຈິງຈັງ.
ນອກຈາກການຊ່ວຍເຫຼືອຜູ້ບໍລິໂພກແລ້ວ ພັກເສລີປະຊາທິປະໄຕ (LDP) ທີ່ເປັນພັກລັດຖະບານ ແລະ ພັກນະວັດຕະກຳຍີ່ປຸ່ນ (Japan Innovation Party) ທີ່ເປັນພັກຮ່ວມ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ການຊ່ວຍເຫຼືອຊາວກະກອນຂະໜາດນ້ອຍ ແລະ ບັນດາຮ້ານອາຫານທີ່ອາດໄດ້ຮັບຜົນກະທົບຈາກລາຍຮັບທີ່ຫຼຸດລົງ.
ພ້ອມດຽວກັນນັ້ນ, ແຜນປະຕິຮູບນີ້ຍັງກວມເອົາໂຄງການມອບເງິນອຸດໜູນຊ່ວຍເຫຼືອຜູ້ທີ່ມີລາຍຮັບໜ້ອຍຫາປານກາງ ເຊິ່ງຈະນຳໃຊ້ງົບປະມານປະມານ 600 ຕື້ເຢນຕໍ່ປີ ໃນສົກປີ 2027 ຫາ 2028 (ທຽບເທົ່າກັບລາຍຮັບຈາກພາສີ 1% ທີ່ຍັງເຫຼືອຢູ່) ແລະ ຈະມີການຂະຫຍາຍໂຄງການນີ້ຕື່ມອີກໃນປີ 2029 ໂດຍລາຍລະອຽດເງື່ອນໄຂຜູ້ຮັບສິດຍັງຢູ່ໃນຂັ້ນຕອນການພິຈາລະນາ.
ປັດຈຸບັນ, ພາກສ່ວນທຸລະກິດ ແລະ ຮ້ານຄ້າຂາຍຍ່ອຍຕ່າງໆ ແມ່ນໄດ້ເລີ່ມກະກຽມຄວາມພ້ອມຢ່າງເຕັມຮູບແບບແລ້ວ ໂດຍສະເພາະການອັບເດດລະບົບເຄື່ອງຄິດເງິນເພື່ອຮອງຮັບການປ່ຽນແປງຄັ້ງປະຫວັດສາດນີ້ ທ່າມກາງການຈັບຕາເບິ່ງຂອງພັກຝ່າຍຄ້ານທີ່ຍັງຄົງຕັ້ງຂໍ້ສັງເກດເຖິງຄວາມໝັ້ນຄົງທາງດ້ານການເງິນໃນໄລຍະຍາວ.
#LaoXperts #JapanTaxReform #ເສດຖະກິດຍີ່ປຸ່ນ #ຫຼຸດພາສີອາຫານ #ແກ້ໄຂຄ່າຄອງຊີບ #ຂ່າວຕ່າງປະເທດ


