ປົກເວັບ 91

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຕົວໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ມູນຄ່າ 63 ລ້ານໂດລາສະຫະລັດ ເພື່ອແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດກະສິກຳລາວ. ໂຄງການນີ້ຈະເປັນກຸນແຈສຳຄັນໃນການຍົກລະດັບຕ່ອງໂສ້ການຜະລິດ, ສ້າງພື້ນຖານໂຄງລ່າງທີ່ທົນທານຕໍ່ສະພາບອາກາດ ແລະ ຍູ້ແຮງສິນຄ້າກະສິກຳລາວໃຫ້ໄດ້ມາດຕະຖານສາກົນ ເພື່ອການສົ່ງອອກທີ່ຍືນຍົງ.

ຕາມການລາຍງານຂອງ ໜັງສືພີມ ເສດຖະກິດ-ການຄ້າ, ພິທີເປີດໂຄງການດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພຸດທະວັນ ນັນທາວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຊີ້ນຳຈາກຫຼາຍພາກສ່ວນກ່ຽວຂ້ອງ. 

ໂຄງການລະບົບອາຫານກະສິກຳແບບຍືນຍົງ ຫຼື SASSP ແມ່ນໄດ້ຮັບການສະໜັບສະໜູນທຶນໃນຮູບແບບເງິນກູ້ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ (ADB) ແລະ ບັນດາກອງທຶນພັດທະນາຊັ້ນນຳລວມມູນຄ່າເຖິງ 63 ລ້ານໂດລາສະຫະລັດ ເຊິ່ງຈະມີໄລຍະເວລາຈັດຕັ້ງປະຕິບັດໄປຈົນຮອດທ້າຍປີ 2030. 

ເປົ້າໝາຍສຳຄັນຂອງທຶນມະຫາສານກ້ອນນີ້ ແມ່ນເພື່ອສ້າງຄວາມໝັ້ນຄົງດ້ານອາຫານ, ຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການລາວໃນທຸກລະດັບ ຕັ້ງແຕ່ຊາວກະສິກອນທົ່ວໄປຈົນເຖິງໂຮງງານປຸງແຕ່ງ.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ໂຄງການໄດ້ວາງແຜນງານຂັບເຄື່ອນແບບຄົບວົງຈອນ ໂດຍເລີ່ມຈາກການເປີດໂອກາດໃຫ້ຜູ້ປະກອບການກະສິກຳຂະໜາດນ້ອຍສາມາດເຂົ້າເຖິງເງິນກູ້ໄດ້ສູງສຸດ 2,000 ໂດລາສະຫະລັດ ຄຽງຄູ່ໄປກັບການຮ່ວມມືກັບອົງການອາຫານໂລກເພື່ອຍົກລະດັບໂພຊະນາການໃນ 105 ບ້ານເປົ້າໝາຍ. 

ພ້ອມກັນນັ້ນ ຍັງໄດ້ມຸ່ງເນັ້ນເສີມສ້າງຕ່ອງໂສ້ມູນຄ່າສິນຄ້າກະສິກຳດາວຮຸ່ງ 5 ຊະນິດຄື: ໄມ້ປ່ອງ, ກາເຟ, ຖົ່ວລຽນ, ມັນຕົ້ນ ແລະ ຊາ ໃຫ້ທົນທານຕໍ່ສະພາບອາກາດ ແລະ ໄດ້ມາດຕະຖານຄວາມປອດໄພ GAP, GMP, ແລະ HACCP ໂດຍວິສາຫະກິດໃນກຸ່ມນີ້ສາມາດກູ້ຢືມທຶນໄດ້ສະເລ່ຍເຖິງ 50,000 ໂດລາສະຫະລັດ. ນອກຈາກການສະໜອງທຶນແລ້ວ ໂຄງການຍັງລົງເລິກເຖິງການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ຊົນລະປະທານຂະໜາດນ້ອຍ ແລະ ເສັ້ນທາງເຊື່ອມຕໍ່ໃນ 6 ແຂວງເປົ້າໝາຍ ເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງ. 

ອີກໜຶ່ງບາດກ້າວສຳຄັນໃນການປົດລັອກການສົ່ງອອກແມ່ນການຍົກລະດັບຫ້ອງທົດລອງຄວາມປອດໄພດ້ານອາຫານຂອງລາວໃຫ້ໄດ້ມາດຕະຖານ ISO-17025 ເຊິ່ງຈະເຮັດໃຫ້ສິນຄ້າກະສິກຳປຸງແຕ່ງຂອງລາວສາມາດອອກໃບຢັ້ງຢືນທີ່ສາກົນຍອມຮັບໄດ້ດ້ວຍຕົນເອງ.

ເພື່ອໃຫ້ເກີດການກະຕຸ້ນເສດຖະກິດຢ່າງທັນທີ, ອີກໜຶ່ງຈຸດເດັ່ນໃນພິທີດັ່ງກ່າວແມ່ນການລົງນາມສັນຍາສະໜອງທຶນມູນຄ່າລວມ 150 ຕື້ກີບ ຫຼື ປະມານ 7 ລ້ານໂດລາສະຫະລັດ ລະຫວ່າງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ແລະ ທະນາຄານໄຊງ່ອນເທືອງຕິ່ນ ລາວ. 

ການອັດສີດເມັດເງິນຜ່ານສອງທະນາຄານທຸລະກິດໃນຄັ້ງນີ້ ຈະກາຍເປັນກົນໄກສຳຄັນທີ່ຊ່ວຍໃຫ້ຜູ້ປະກອບການ ແລະ ຕ່ອງໂສ້ມູນຄ່າກະສິກຳ ສາມາດເຂົ້າເຖິງແຫຼ່ງທຶນຕົວຈິງໄດ້ຢ່າງວ່ອງໄວ ເພື່ອນຳໄປຂະຫຍາຍການຜະລິດ, ຍົກລະດັບຄຸນນະພາບສິນຄ້າ ແລະ ກຽມພ້ອມບຸກຕະຫຼາດສົ່ງອອກລະດັບໂລກຢ່າງຍືນຍົງ.

#LaoXperts #SASSP #ກະສິກຳລາວ #SMEລາວ #ເສດຖະກິດລາວ #ADB #ກະຊວງອຸດສາຫະກຳແລະການຄ້າ #ສົ່ງອອກກະສິກຳ

Comments are disabled