ປົກເວັບ 2026 08 12T211555 912

ມູນຄ່າການລົງທຶນໃນ ສປປ ລາວ ພຽງ 7 ເດືອນຕົ້ນປີ 2026 ພຸ່ງສູງເຖິງ 8.5 ຕື້ໂດລາສະຫະລັດ ເຊິ່ງເພີ່ມຂຶ້ນ 68%, ຂະນະທີ່ລັດຖະບານເລັ່ງປະຕິຮູບກົນໄກລວມສູນ ແລະ ດັດແກ້ກົດໝາຍໃໝ່ ເພື່ອສ້າງຄວາມໂປ່ງໃສ, ດຶງດູດການນຳເຂົ້າທຶນຕົວຈິງ ແລະ ຍູ້ແຮງການສ້າງເສດຖະກິດເອກະລາດ ຕາມເປົ້າໝາຍແຜນພັດທະນາແຫ່ງຊາດ.  

ຕົວເລກການເຕີບໂຕອັນພົ້ນເດັ່ນດັ່ງກ່າວ ໄດ້ຖືກລາຍງານຂຶ້ນໃນກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ທີ່ນະຄອນຫຼວງວຽງຈັນ ໃນວັນທີ 11-12 ສິງຫາ 2026, ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ໄດ້ຮັບການຊີ້ນຳຈາກພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. 

ໃນຊ່ວງ 7 ເດືອນຕົ້ນປີນີ້, ລັດຖະບານໄດ້ອະນຸມັດໂຄງການໃນກິດຈະການສຳປະທານ ແລະ ບັນຊີຄວບຄຸມເຖິງ 34 ໂຄງການ ລວມມູນຄ່າ 8.5 ຕື້ໂດລາສະຫະລັດ ເຊິ່ງເຕີບໂຕຂຶ້ນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ແລະ ທີ່ສຳຄັນແມ່ນມີການນຳເຂົ້າທຶນຕົວຈິງແລ້ວຫຼາຍກວ່າ 1 ຕື້ໂດລາສະຫະລັດ. 

ເມື່ອເບິ່ງພາບລວມນັບແຕ່ປີ 1989 ເຖິງປັດຈຸບັນ, ການລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດບັນລຸ 5,394 ໂຄງການ ມູນຄ່າ 65.5 ຕື້ໂດລາສະຫະລັດ ໂດຍມີນັກລົງທຶນຈາກ ສປ ຈີນ ເປັນອັນດັບໜຶ່ງ (15 ຕື້ໂດລາ), ຮອງລົງມາແມ່ນ ສສ ຫວຽດນາມ ແລະ ໄທ ຕາມລຳດັບ.

  ເພື່ອຮັບປະກັນໃຫ້ຕົວເລກເຫຼົ່ານີ້ສ້າງຜົນກະທົບຕົວຈິງຕໍ່ການພັດທະນາໃນໄລຍະຍາວ, ກອງປະຊຸມໄດ້ເປັນເອກະພາບກຳນົດຄາດໝາຍສູ້ຊົນ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໂດຍຕັ້ງເປົ້າໃຫ້ການລົງທຶນຂອງພາກເອກະຊົນບັນລຸ 409,470 ຕື້ກີບ ຫຼື ກວມເອົາ 64.4% ຂອງການລົງທຶນທັງໝົດ. 

ທິດທາງດັ່ງກ່າວຈະເນັ້ນໃສ່ການນຳໃຊ້ທ່າແຮງບົ່ມຊ້ອນຂອງປະເທດໃຫ້ເກີດປະໂຫຍດສູງສຸດຕາມທິດຍືນຍົງ-ສີຂຽວ ພ້ອມທັງສ້າງກົນໄກທີ່ເອື້ອອຳນວຍໃຫ້ຫົວໜ່ວຍທຸລະກິດພາຍໃນສາມາດແຂ່ງຂັນໄດ້ ບົນຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.  ຄຽງຄູ່ກັບເປົ້າໝາຍການເຕີບໂຕຂະໜາດໃຫຍ່, ລັດຖະບານຍັງໄດ້ວາງມາດຕະການປະຕິຮູບຂັ້ນເດັດຂາດ ດ້ວຍການລວມສູນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໂດຍສະເພາະການເຊັນບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາສຳປະທານ ໃຫ້ມາຢູ່ພາຍໃຕ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອຄວາມເປັນເອກະພາບ. 

ພ້ອມກັນນັ້ນ ຈະມີການເລັ່ງປັບປຸງກົດໝາຍສົ່ງເສີມການລົງທຶນ ປີ 2024 ແລະ ດຳລັດ 530/ນຍ ໂດຍຫັນເປັນທັນສະໄໝ, ຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ, ແລະ ຍົກລະດັບຄວາມເປັນມືອາຊີບຂອງບັນດາພະນັກງານລັດ ເພື່ອຄັດເລືອກເອົານັກລົງທຶນທີ່ມີຄຸນນະພາບ ມີຄວາມພ້ອມດ້ານທຶນຮອນ ແລະ ເຕັກນິກແທ້ຈິງ. 

ໃນຕໍ່ໜ້າ, ພາກສ່ວນກ່ຽວຂ້ອງຈະຕ້ອງເພີ່ມທະວີການກວດກາໂຄງການທີ່ອະນຸມັດໄປແລ້ວຢ່າງຮັດກຸມ, ນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງ ແລະ ມີມາດຕະການປະຕິບັດວິໄນຢ່າງເຄັ່ງຄັດຕໍ່ຜູ້ລະເມີດ ເຊິ່ງຖືເປັນບາດກ້າວສຳຄັນໃນການແກ້ໄຂປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມການລົງທຶນທີ່ໂປ່ງໃສຢ່າງແທ້ຈິງ.  

#LaoXperts #ການລົງທຶນລາວ #ເສດຖະກິດລາວ #LaoInvestment #LaoEconomy #LaoXperts #ວຽກງານສົ່ງເສີມການລົງທຶນ

Comments are disabled