ປົກເວັບ 2026 08 11T085330 339

ລັດຖະບານໄທປະກາດຕັ້ງ 4 ຄະນະເຮັດວຽກດ້ານເສດຖະກິດ ເພື່ອເລັ່ງຍົກລະດັບຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ ໂດຍມຸ່ງເປົ້າແກ້ໄຂບັນຫາສະເພາະໜ້າ ແລະ ວາງໂຄງສ້າງໄລຍະຍາວ. 

ຕາມການລາຍງານຂອງ The Nation Thailand, ມາດຕະການນີ້ຈະສົ່ງຜົນກະທົບໂດຍກົງຕໍ່ການປົດລັອກອຸປະສັກທາງທຸລະກິດ, ຍົກລະດັບພາກການກະເສດ, ຊ່ວຍ SME ພ້ອມຍູ້ດັນການຄ້າລະຫວ່າງປະເທດໃຫ້ເຕີບໂຕທ່າມກາງການປ່ຽນແປງຂອງໂລກ.

4 ກົນໄກເສດຖະກິດດັ່ງກ່າວປະກອບມີ: 1. ເສດຖະກິດສ້າງສັນ ແລະ ຜູ້ມາຢ້ຽມຢາມ, 2. ສິນຄ້າກະເສດ ແລະ ຄວາມໝັ້ນຄົງທາງອາຫານ, 3. ເສດຖະກິດຊຸມຊົນ ແລະ SME, 4. ການຄ້າລະຫວ່າງປະເທດ

ທ່ານນາງ ສຸພາຈີ ສຸທຳພັນ ລັດຖະມົນຕີວ່າການກະຊວງພານິດຂອງໄທ ພ້ອມດ້ວຍຄະນະ ໄດ້ຖະແຫຼງຜົນການປະຊຸມຄະນະອະນຸກຳມະການຂັບເຄື່ອນການພັດທະນາດ້ານການຄ້າ, ການທ່ອງທ່ຽວ ແລະ ເສດຖະກິດຊຸມຊົນ ທີ່ທຳນຽບລັດຖະບານ ເມື່ອວັນທີ 10 ສິງຫາ 2026 ທີ່ຜ່ານມາ. 

ເພື່ອຕອບສະໜອງຕໍ່ສິ່ງທ້າທາຍທາງເສດຖະກິດໃນປັດຈຸບັນທີ່ຮຽກຮ້ອງໃຫ້ມີທັງການແກ້ໄຂບັນຫາໄລຍະສັ້ນ ແລະ ການວາງແຜນໂຄງສ້າງໄລຍະຍາວ ທາງຄະນະຈຶ່ງໄດ້ສ້າງຕັ້ງຄະນະເຮັດວຽກ 4 ຊຸດ ເພື່ອໃຫ້ເກີດການປະຕິບັດງານທີ່ຊັດເຈນແທນທີ່ຈະເປັນພຽງການຕັ້ງຄະນະກຳມະການລອຍໆ ໂດຍຄະນະເຮັດວຽກເຫຼົ່ານີ້ຈະຮັບຜິດຊອບໃນດ້ານເສດຖະກິດສ້າງສັນ ແລະ ເສດຖະກິດຜູ້ມາຢ້ຽມຢາມ (Visitor economy), ສິນຄ້າກະເສດ ແລະ ຄວາມໝັ້ນຄົງທາງອາຫານ, ເສດຖະກິດຊຸມຊົນ ແລະ SME, ລວມເຖິງການຄ້າລະຫວ່າງປະເທດ.

ສຳລັບແນວຄິດເລື່ອງເສດຖະກິດຜູ້ມາຢ້ຽມຢາມ ຈະຖືກເບິ່ງໃນມຸມມອງທີ່ກວ້າງກວ່າການທ່ອງທ່ຽວແບບເກົ່າ ໂດຍກວມເອົາທັງນັກຮຽນ, ນັກທຸລະກິດ ແລະ ນັກລົງທຶນ ເພື່ອໃຫ້ການເຂົ້າມາຂອງກຸ່ມຄົນເຫຼົ່ານີ້ສ້າງມູນຄ່າທາງເສດຖະກິດທີ່ສູງຂຶ້ນ ຜ່ານການເຊື່ອມໂຍງກັບວັດທະນະທຳ, ປະສົບການ ແລະ ເມືອງຮອງ. 

ຂະນະດຽວກັນ, ເສດຖະກິດຊຸມຊົນ ແລະ SME ທີ່ກວມເອົາລາຍໄດ້ເຖິງ 35% ຂອງປະເທດ ກໍຈະໄດ້ຮັບການຍົກລະດັບຂີດຄວາມສາມາດ ພ້ອມກັບການສ້າງການແຂ່ງຂັນທີ່ເປັນທຳ ເພື່ອບໍ່ໃຫ້ຜູ້ປະກອບການລາຍຍ່ອຍຖືກປະຖິ້ມໄວ້ທາງຫຼັງ. ໃນຈຸດນີ້ ທ່ານ ວີຣະສັກ ໂຄສຸຣັດ ປະທານຄະນະເຮັດວຽກດ້ານເສດຖະກິດສ້າງສັນ ແລະ ເສດຖະກິດຜູ້ມາຢ້ຽມຢາມ ລະບຸວ່າ ຈະມີການລົງພື້ນທີ່ທຸກໆອາທິດເພື່ອຮັບຟັງບັນຫາ ແລະ ແກ້ໄຂເລື່ອງຮີບດ່ວນພາຍໃນ 6 ເຖິງ 12 ເດືອນ ໂດຍສະເພາະການກຳຈັດອຸປະສັກຈາກກົດລະບຽບທີ່ຫຼ້າຊ້າ ແລະ ການປ້ອງກັນການເອົາປຽບຈາກກຸ່ມທຸລະກິດນອມິນີ (Nominee) ເພື່ອປົດລັອກໃຫ້ທຸລະກິດໄທສາມາດແຂ່ງຂັນໃນຕະຫຼາດໂລກໄດ້ຢ່າງວ່ອງໄວ.

ທາງດ້ານພາກການກະເສດ ທ່ານ ກອບສັກ ພູຕະກູນ ໄດ້ເນັ້ນຢໍ້າເຖິງຄວາມຈຳເປັນໃນການປ່ຽນຜ່ານຈາກການຜະລິດແບບດັ້ງເດີມໄປສູ່ການກະເສດສະໄໝໃໝ່ທີ່ມີມູນຄ່າສູງ ເຊິ່ງກວມເອົາທັງລະບົບຕ່ອງໂສ້ຕັ້ງແຕ່ການຜະລິດໄປຈົນເຖິງການຕະຫຼາດ ເພື່ອແກ້ໄຂບັນຫາສິນຄ້າລົ້ນຕະຫຼາດ. 

ສິ່ງນີ້ຍັງສອດຄ່ອງກັບການປັບປຸງລະບົບນິເວດຂອງ SME ທີ່ຈະເລັ່ງຫຼຸດຜ່ອນຂັ້ນຕອນການຂໍໃບອະນຸຍາດທີ່ຊໍ້າຊ້ອນ ເຊິ່ງເຄີຍເປັນພາລະຕົ້ນທຶນທີ່ໜັກໜ່ວງສຳລັບທຸລະກິດເຊັ່ນ ໂຮງແຮມ ແລະ ຮ້ານອາຫານ. ນອກຈາກນີ້ ທ່ານນາງ ຊາບີດາ ໄທເສດ ລັດຖະມົນຕີວ່າການກະຊວງວັດທະນະທຳ ຍັງເສີມວ່າ ທາງກະຊວງຈະນຳໃຊ້ຕົ້ນທຶນທາງວັດທະນະທຳ, ສິລະປະ ແລະ ເອກະລັກທ້ອງຖິ່ນ ເຂົ້າມາສ້າງປະສົບການໃໝ່ໆ ເພື່ອສ້າງລາຍໄດ້ໃຫ້ແກ່ຊຸມຊົນຢ່າງເປັນຮູບປະທຳ.

ສຳລັບຂະແໜງການຄ້າລະຫວ່າງປະເທດ ທີ່ກຳລັງປະເຊີນກັບການປ່ຽນແປງຢ່າງໄວວາຂອງກົດກະຕິກາໃໝ່ ແລະ ພູມສາດການເມືອງໂລກ, ທີ່ປະຊຸມໄດ້ເນັ້ນໜັກເຖິງການນຳໃຊ້ຂໍ້ຕົກລົງການຄ້າເສລີ (FTA) ເພື່ອເປີດຕະຫຼາດໃໝ່ ແລະ ຮັກສາຕະຫຼາດເດີມ ພ້ອມທັງດຶງ SME ເຂົ້າມາມີບົດບາດໃນໂຄງສ້າງການສົ່ງອອກຫຼາຍຂຶ້ນ. 

ທ່ານນາງ ສຸພາຈີ ໄດ້ສະຫຼຸບປິດທ້າຍວ່າ ວຽກງານທັງໝົດນີ້ຈະຖືກເຊື່ອມໂຍງກັບຄະນະກຳມະການເສດຖະກິດຊຸດອື່ນໆ ໂດຍສະເພາະຊຸດຂອງທ່ານ ເອກນິຕິ ນິຕິທັນປະພາດ ເພື່ອສ້າງສົມດຸນໃນການສົ່ງເສີມການລົງທຶນ, ຫຼຸດຜ່ອນການເພິ່ງພາການນຳເຂົ້າ ແລະ ເພີ່ມການນຳໃຊ້ວັດຖຸດິບພາຍໃນປະເທດ. ການປະຊຸມນັດທຳອິດນີ້ຈຶ່ງຖືເປັນການເປີດສາກກົນໄກເສດຖະກິດຂອງລັດຖະບານຢ່າງເປັນລະບົບ ເພື່ອແກ້ໄຂບັນຫາສະເພາະໜ້າ ແລະ ວາງຮາກຖານອັນແຂງແກ່ນໃຫ້ເສດຖະກິດໄທສາມາດແຂ່ງຂັນໄດ້ໃນໄລຍະຍາວ.

#LaoXperts #ເສດຖະກິດໄທ #ຂ່າວເສດຖະກິດ #ການຄ້າລະຫວ່າງປະເທດ #SMEໄທ #ThailandEconomy #ແຂ່ງຂັນຕະຫຼາດໂລກ

Comments are disabled